ຂ່າວສານ

ເປີດການນຳໃຊ້ລະບົບແບ່ງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລກໂຕນິກ

      ວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດວັນຄວາມປອດໄພຖະແຫຼງຂ່າວຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດພິທີ ເປີດສະຫຼອງລະບົບແບງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລກໂຕນິກ.

(ພາບ: https://vietnamnet.vn/)
      ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມັ້ງຮຸ່ງ ໄດ້ກົດປຸ່ມເປີດການນຳໃຊ້ລະບົບ.
  ລະບົບດັ່ງກ່າວໂດຍກຸມບໍລິສັດໂທລະຄົມມະນາຄົມກອງທັບ Vietel, ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ VNPT, ກຸ່ມບໍລິສັດ FPT…ສົມທົບກັນສ້າງຂຶ້ນ ຈະຊ່ວຍຕິດຕາມກວດກາ, ໄຈ້ແຍກ, ແບ່ງປັນຂໍ້ມູນຂ່າວສານ, ຍົກອອກຄຳກ່າວເຕືອນລ່ວງໜ້າໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນເຄືອຄ່າຍອິນເຕີແນັດ ໃຫ້ແກ່ລັດຖະບານເອເລກໂຕນິກ.
   ໃນໄລຍະທົດລອງໃນເບື້ອງຕົ້ນ, ລະບົບດັ່ງກ່າວໄດ້ຜັນຂະຫຍາຍສະໜອງການເຊື່ອມຕໍ່ແບ່ງປັນຂໍ້ມູນຂ່າວສານ, ຂໍ້ມູນຕົວເລກໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທັງໝົດ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
 (ແຫຼ່ງຄັດຈາກ VOV)


top