ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.
ປີ 2025, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນບັນລຸຜົນສຳເລັດຫຼາຍຢ່າງທີ່ມີຄວາມໝາຍຍຸດທະສາດ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບ 17 ປະເທດ, ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມື 350 ສະບັບ (ທົບ 2,5 ເທົ່າປີ 2024) ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແມ່ນຈຸດສຸມ ແລະ ໄດ້ຮັບການຊຸກຍູ້ກັບຫຼາຍຄູ່ຮ່ວມມືຫຼັກແຫຼ່ງ, ສຳຄັນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຕັດສິນໃຈການເຕີບໂຕເສດຖະກິດບັນລຸລະດັບ 2 ຕົວເລກໃນປີນີ້ ແລະ ສະເໜີຕ້ອງເປັນເຈົ້າການຕັ້ງໜ້າໃນການປະຕິບັດວຽກງານການຕ່າງປະເທດເສດຖະກິດ, ປະກອບສ່ວນຊຸກຍູ້ການເຕີບໂຕບັນລຸລະດັບ 2 ຕົວເລກ, ຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ.
ທ່ານນາຍົກລັດຖະມົນຕີ ສະເໜີຖືຈຸດສຸມໃນການ ການປະຕິບັດວຽກງານການຕ່າງປະເທດເສດຖະກິດ ຕາມການກຳນົດທິດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຂອງກົມການເມືອງ. ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການພັດທະນາສີຂຽວໃນສັງກາດດີຈີຕອນ, ເຊື່ອມໂຍງນັກວິທະຍາສາດ, ປັນຍາຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ.