ນີ້ແມ່ນຄັ້ງທຳອິດກຸ່ມ BRICS ປັດຈຸບັນໄດ້ເປີດກວ້າງແຕ່ 5 ຂຶ້ນເຖິງ 11 ປະເທດສະມາຊິກ ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ຫຼັກໝັ້ນເປັນເອກະພາບລວມໃນບັນຫາປະຕິຮູບ IMF.
ພິທີໄຂເວທີປາໄສ ວິສາຫະກິດ BRICS (ພາບ: REUTERS/Pilar Olivares )
ວັນທີ 5 ກໍລະກົດ, ບັນດາລັດຖະມົນຕີກະຊວງການເງິນຂອງບັນດາປະເທດສະມາຊິກຂຶ້ນກັບກຸ່ມພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ BRICS ໄດ້ວາງອອກຂໍ້ສະເໜີລວມກ່ຽວກັບການປະຕິຮູບກອງທຶນເງິນຕາສາກົນ(IMF), ໃນນັ້ນການຈັດສັນຄືນໃໝ່ສິດລົງມະຕິ ແລະ ຢຸດຕິການນຳພາທີ່ມີແຕ່ດົນນານຂອງ ເອີລົບໃນກົນໄກນີ້.
ນີ້ແມ່ນຄັ້ງທຳອິດກຸ່ມ BRICS ປັດຈຸບັນໄດ້ເປີດກວ້າງແຕ່ 5 ຂຶ້ນເຖິງ 11 ປະເທດສະມາຊິກ ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ຫຼັກໝັ້ນເປັນເອກະພາບລວມໃນບັນຫາປະຕິຮູບ IMF. ບັນດາລັດຖະມົນຕີໃຫ້ຮູ້ວ່າ ເຂົາເຈົ້າຈະສະໜັບສະໜູນເລື່ອງຍົກອອກຂໍ້ສະເໜີປະຕິຮູບນີ້ຢູ່ກອງປະຊຸມຂອງ IMF ໃນເດືອນທັນວາຈະມາເຖິງ, ສຸມໃສ່ເຂົ້າການປັບປຸງໂຄຕາກຳນົດລະດັບການປະກອບສ່ວນ ແລະ ສິດລົງມະຕິຂອງແຕ່ລະປະເທດສະມາຊິກ.
ຖະແຫຼງການຂອງບັນດາລັດຖະມົນຕີ ການເງິນ BRICS ຊີ້ແຈ້ງວ່າ ການປັບປຸງ ໂຄຕາ ຕ້ອງສ່ອງແສງຢ່າງຖືກຕ້ອງຕຳແໜ່ງທີ່ເໝາະສົມຂອງບັນດາປະເທດສະມາຊິກໃນພື້ນຖານເສດຖະກິດທົ່ວໂລກ, ພ້ອມທັງປົກປ້ອງ ສ່ວນໂຄຕາຂອງບັນດາປະເທດສະມາຊິກທີ່ທຸກຍາກທີ່ສຸດ.