ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ AI

ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ການ​ນຳ​ວິ​ສາ​ຫະ​ກິດ​ໄດ້​ກຳ​ນົດ​ວ່າ​ກາ​ລະ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ AI, ໃນ​ນັ້ນ​ມີ​ວິ​ທີ​ການ​ໂຄງ​ການ​ສົ່ງ​ອອກ AI ຂອງ​ອາ​ເມ​ລິ​ກາ ອາດ​ສາ​ມາດ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ການ​ສ້າງ​ນະ​ໂຍ​ບາຍ AI.

ວັນ​ທີ 20 ພຶດ​ສະ​ພາ, ທ່ານ​ Jacob Helberg ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ບັນ​ຫາ ເສດ​ຖະ​ກິດ ໄດ້​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ເມ​ລິ​ກາ - ອາ​ຊຽນ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ ຄັ້ງ​ທຳ​ອິດ​ຢູ່ ສິງ​ກະ​ໂປ ຢູ່ນອກ​ເຫດ​ການ Asia Tech x ສິງ​ກະ​ໂປ.ກອງ​ປະ​ຊຸມ ໄດ້​ເລີ່ມ​ຕົ້ນ​ຂໍ້​ລິ​ເລີ່ມ ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ 50 ປີ​ແຫ່ງ​ການ​ພົວ​ພັນ ອາ​ເມ​ລິ​ກາ - ອາ​ຊຽ​ນ”, ກ່ອນ​ຂະ​ນະ​ທີ່ ສິງ​ກະ​ໂປ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ 2027, ສ້າງ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ອາ​ເມ​ລິ​ກາ - ອາ​ຊຽນ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ຜູ້​ຮັບ​ຜິດ​ຊອບ​ເສດ​ຖະ​ກິດ​ດີ​ຈີ​ຕອນ ອາ​ຊຽນ, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ຜູ້​ຮັບ​ຜິດ​ຊອບ​ປະ​ຊາ​ຄົມ​ເສດ​ຖະ​ກິດ ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ອາ​ເມ​ລິ​ກາ ໄດ້​ເຂົ້າ​ຮ່ວມພ້ອ​ມ​ກັບ​ທ່ານ Jacob Helberg ​ຮອ​ງ​ລັດ​ຖະ​ມົນ​ຕີ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ບາດ​​ທີ່​ມີ​ລັກ​ສະ​ນະຫັນ​ປ່ຽນ​ຂອງ AI ຢູ່​ພາກ​ພື້ນ ອາ​ຊຽນ.

ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ການ​ນຳ​ວິ​ສາ​ຫະ​ກິດ​ໄດ້​ກຳ​ນົດ​ວ່າ​ກາ​ລະ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ AI, ໃນ​ນັ້ນ​ມີ​ວິ​ທີ​ການ​ໂຄງ​ການ​ສົ່ງ​ອອກ AI ຂອງ​ອາ​ເມ​ລິ​ກາ ອາດ​ສາ​ມາດ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ການ​ສ້າງ​ນະ​ໂຍ​ບາຍ AI. ບັນ​ດາ​ຝ່າຍ​ກໍ່​ແລກ​ປ່ຽນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ອາ​ເມ​ລິ​ກາ ອາ​ຊຽນ​ໃນ​ການ​ຄົ້ນ​ຄ້​ວາ, ພັດ​ທະ​ນາ ແລະ ຜັນ​ຂະ​ຫຍາຍ AI ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ.


top