ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ​ການ​ກຳ​ນົດ​ຊື່​ແລະນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ຫັນ​ເປັນ​ຍຸດ​ທະ​ນາ​ການ ​ລະ​ດັບ​ຊາດ

ການ​ປຸກ​ລະ​ດົມ​ຍຸດ​ທະ​ນາ​ການ 500 ວັນ​ແລະ ຄືນ ບໍ່​ພຽງ​ແຕ່​ແມ່ນ​ຂໍ້​ລິ​ເລີ່ມ​​ການກະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ.
  ທ່ານ​ນາງ ຫງວຽນ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ ກ່ຽວ​ກັບ​ການ​ປະ​ຕິ​ບັດ ຍຸດທະນາການ 500 ວັນ​ແລະ ຄືນ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 4 ພຶດ​ສະ​ພາ, ທີ່​ການ​ເຮັດ​ວຽກ​ກັບ​ກົມ​ເສ​ນາ​ຮັກ, ກົມ​ໃຫຍ່​ພະ​ລາ​ທິ​ການ - ເຕັກ​ນິກ ກ່ຽວ​ກັບ​ໜ້າ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ “ຍຸດ​ທະ​ນາ​ການ 500 ວັນ​ແລະ ຄືນ​ຍູ້​ແຮງ​ການ​ປະ​ຕິ​ບັດ​​ຊອກ​ຫາ, ທ້ອນ​ໂຮມ ແລະ ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ຂອງ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ” (ຍຸດ​ທະ​ນາ​ການ 500 ວັນ ແລະ ຄືນ), ທ່ານ​ພົນ​ຕີ ເຈິ່ນ​ມຶງ​ດຶກ, ຫົວ​ໜ້າ​ກົມ​ໃຫຍ່​ພະ​ລາ​ທິ​ການ - ເຕັກ​ນິກ, ເນັ້ນ​ໜັກ​ວ່າ ຍຸດ​ທະ​ນາ​ການ 500 ວັນ ແລະ ຄືນ​ແມ່ນ​​ຍຸດ​ທະ​​ນາ​ການ​ພິ​ເສດ, ເພາະ​ສະ​ນັ້ນ, ບັນ​ດາ​ອົງ​ການ, ກົມ​ກອງ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກະ​ທຳ, ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ຂອງ​​ຍຸດ​ທະ​​ນາ​ການ 500 ວັ​ນ ແລະ ຄືນ. ກ່ອນ​ໜ້າ​ນັ້ນ, ຍຸດ​ທະ​ນາ​ການ 500 ວັນ​ແລະ ຄືນ​ໂດຍ​ທ່ານນາງ​ ຟ້າມ​ທິ​ແທັງ​​ຈ່າ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ , ຫົວໜ້າຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ເຕົ້າ​ໂຮມ ແລະ ​ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ປຸກ​ລະ​ດົມ.

ວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ ແລະ ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ສະ​ແດງ​ໃຫ້​ເຫັນສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ອັນ​ສັກ​ສິດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຜູ້​ທີ່ໄດ້​ອຸ​ທິດ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ຊາດ.

ການ​ປຸກ​ລະ​ດົມ​ຍຸດ​ທະ​ນາ​ການ 500 ວັນ​ແລະ ຄືນ ບໍ່​ພຽງ​ແຕ່​ແມ່ນ​ຂໍ້​ລິ​ເລີ່ມ​​ການກະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ. ທ່ານ​ພັນ​ເອກ ເລ​ຮົ່ງ​ຫວຽດ, ຫົວ​ໜ້າການ​ເມືອງ ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ 515 ແຂວງ ກ໋​ວາງ​ຈິ ໃຫ້​ຮູ້​ວ່າ:

ແຂວງ​ກ໋ວາງ​ຈິ ຕັດ​ສິນ​ໃຈ​ຈະ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ຊອກ​ຫາ​ອັດ​ຖິນັກ​ຮົບ​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 240 ອັດ​ຖິ ໃນ​ໄລ​ຍະ​ເວ​ລາ 500 ວັນ​ແລະ ຄືນ. ສະ​ເພາະ​ການກວດ​ວິ​ໄຈ ADN , ພວກ​ຂ້າ​ພະ​ເຈົ້າ​ພວມ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຢ່າງ​ແຮງ, ມີ​ແຜນ​ການ​ລະ​ອຽດ​ໃນ​ແຕ່​ລະ​ໄລ​ຍະ, ນຳ​ອັດ​ຖິນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ, ແລະ​ເພື່ອນ​ຮ່ວມ​ກົມ​ກອງ​ໂດຍ​ໄວ.


top