ຂ່າວສານ

ເປັນຄັ້ງທຳອິດ ຫວຽດນາມ ຮັບປິ່ນປົວ ໃຫ້ແກ່ພະນັກງານ ສປຊ ທີ່ຕິດເຊື້ອພະຍາດໂຄວິດ - 19ຢ່າງຮີບດ່ວນ

      ແມ່ນຄັ້ງທຳອິດ ຫວຽດນາມ ໄດ້ຮັບ ແລະ ປິ່ນປົວໃຫ້ຄົນເຈັບທີ່ເປັນພະນັກງານຂອງ ສປຊ ຕາມກົນໄກ MADEVAC ຊຶ່ງໄດ້ສ້າງຂີດໝາຍແຫ່ງການພັດທະນາໃນການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສປຊ.
ພາບປະກອບ: VGP
      ຕາມຂໍ້ສະເໜີຂອງ ສປຊ ແລ້ວ, ຫວ່າງແລ້ວນີ້, ຫວຽດນາມ ໄດ້ຮັບ ແລະ ປິ່ນປົວຢ່າງຮີບດ່ວນ ໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຊຶ່ງແມ່ນພະນັກງານຂອງ ສປຊ ທີ່ພວມປະຕິບັດງານຢູ່ບາງປະເທດໃນພາກພື້ນ ແລະ ຢູ່ໃນສະພາບອາການພະຍາດເຈັບໜັກ. ຜູ້ຕິດເຊື້ອໄດ້ສົ່ງມາຍັງ ຫວຽດນາມ ດ້ວຍເຮືອບິນສ່ວນຕົວໂດຍ ກຸ່ມປະຕິບັດການເຄື່ອນຍ້າຍຄົນເຈັບ ສຸກເສີນຂອງ ສປຊ (MADEVAC) ປະຕິບັດ. ພາຍຫຼັງໄດ້ຮັບການປິ່ນປົວຢ່າງຕັ້ງໜ້າຕາມຂັ້ນຕອນການແຍກຕົວທີ່ເຄັ່ງຄັດ, ດ້ວຍກຳລັງຄວາມສາມາດດ້ານວິຊາການ ແລະ ຄວາມສຸດຈິດສຸດໃຈຂອງບັນດາແພດໝໍ ຫວຽດນາມ ແລ້ວ, ຄົນເຈັບດັ່ງກ່າວໄດ້ຄ່ອຍໆມີການອາການດີຂຶ້ນ, ຫາຍດີເປັນປົກກະຕິ ແລະ ອອກຈາກ ຫວຽດນາມ ໃນວັນທີ 15 ມິຖຸນາ 2021 ເພື່ອສືບຕໍ່ການປະຕິບັດງານຂອງຕົນ.
        ນີ້ແມ່ນຄັ້ງທຳອິດ ຫວຽດນາມ ໄດ້ຮັບ ແລະ ປິ່ນປົວໃຫ້ຄົນເຈັບທີ່ເປັນພະນັກງານຂອງ ສປຊ ຕາມກົນໄກ MADEVAC ຊຶ່ງໄດ້ສ້າງຂີດໝາຍແຫ່ງການພັດທະນາໃນການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສປຊ. ການກະທຳນີ້ອີກຄັ້ງໜຶ່ງໄດ້ຢັ້ງຢືນ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ, ເຈດຕະນາດີ ແລະ ຄຳໝັ້ນສັນຍາປະກອບສ່ວນຂອງ ຫວຽດນາມ ເຂົ້າການຮ່ວມມືສາກົນ ເພື່ອຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19.
        ການນຳ ແລະ ຜູ້ຕາງໜ້າ ສປຊ ຢູ່ທຸກຂັ້ນ ລ້ວນແຕ່ຕີລາຄາສູງ ກຳລັງຄວາມສາມາດດ້ານວິຊາການ, ຄວາມສາມາດໃນການປະກອບສ່ວນທີ່ນັບມື້ນັບໃຫຍ່ຫຼວງຂອງຂະແໜງສາທາລະນະສຸກ ຫວຽດນາມ ຕໍ່ວຽກງານເບິ່ງແຍງດູແລ ແລະ ປົກປ້ອງສຸຂະພາບຂອງ ປະຊາຊົນ ກໍ່ຄືຢາກເປີດກ້ວາງການຮ່ວມມືສາກົນ, ຍົກສູງຖານະບົດບາດຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)


top