ຂ່າວສານ

ເປັນຄັ້ງທຳອິດ ຫວຽດນາມສະເໜີຜູ້ສະໝັກເລືອກຕັ້ງເປັນຜູ້ພິພາກສາ ສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ມິງ​ຫວູ ເນັ້ນ​ໜັກ​ວ່າ ບັນ​ດາ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ລະ​ດົມ​​ແຫຼ່ງ​ກຳ​ລັງ​ຕື່ມ​ອີກເພື່ອ​ປົກ​ປ້ອງ​ມະ​ຫາ​ສະ​ໝຸດ​​ແນ​ໃສ່​ຮັກ​ສາ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
  ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 35 ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່​າ​ດ້ວຍ​ທະ​ເລ (SPLOS 35)  

ວັນ​ທີ 15 ມິ​ຖຸ​ນາ, ທີ່​ສຳ​ນັກ​ງານ​ສ​ປ​ຊ ຢູ່​ນິກ​ຢອກ, ອາ​ເມ​ລິ​ກາ, ທ່ານ ​ຫງວຽນ​ມິງ​ຫວູ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 35 ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່​າ​ດ້ວຍ​ທະ​ເລ (SPLOS 35) ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ສານ​ສາ​ກົນກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (ITLOS).

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ມິງ​ຫວູ ເນັ້ນ​ໜັກ​ວ່າ ບັນ​ດາ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ລະ​ດົມ​​ແຫຼ່ງ​ກຳ​ລັງ​ຕື່ມ​ອີກເພື່ອ​ປົກ​ປ້ອງ​ມະ​ຫາ​ສະ​ໝຸດ​​ແນ​ໃສ່​ຮັກ​ສາ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ຮອງລັດ​ຖະ​ມົນ​ຕີ​ ຫງວຽນ​ມິງ​ຫວູ​ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສືບ​ຕໍ່​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍທະ​ເລ (UNCLOS) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ສະ​ໜັບ​ສ​ະ​ໜູນ​ການ​ເຄື່ອ​ນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ທີ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ສົນ​ທິ​ສັນ​ຍາ, ປະ​ສານ​ສົມ​ທົບ​ກັນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ບົນ​ຈິດ​ໃຈ​ຮ່ວມ​ມື, ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ ແລະ ມີ​ເຈດ​ຕະ​ນາ​ດີ.

ທີ່​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ ITLOS, ຫົວ​ໜ້າ​ຄະ​ນະ​ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຄຸນ​ຄ່າ ແລະ ບົດ​ບາ​ດ​ຂອງ ITLOS ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ປະ​ກອບ​ສ່ວນ​ອະ​ທິ​ບາຍ ແລະ ເຮັດ​ແຈ້ງ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ UNCLOS, ສະ​ແດງໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ການ​ເຄື່ອນ​ໄຫວຂອງ​ສານ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ກໍ່​ສ້າງ​ຄວາມ​ສາ​ມາດ​ພື່ອ​ໜູນ​ຊ່ວຍ​ໃຫ້​​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.


top