ວັດທະນະທຳ

ເປັນຄັ້ງທຳອິດທີ່ຊາວເຜົ່າ ເອີດູ ເຂົ້າຮ່ວມການສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ

ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຄູຍິງອາຍຸ 24 ປີໃຫ້ຮູ້ວ່າ ຈະສຸມໃສ່ໃຫ້ບຸລິມະສິດປະກອບສ່ວນໃນບັນຫາຈຳນວນໜຶ່ງ, ຄື: ສ້າງນະໂຍບາຍໃຫ້ແກ່ປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ສົມບູນ; ການລົງທຶນພື້ນຖານໂຄງລ່າງໂຮງຮຽນ

ນາງ ລໍ່ທິບ໊າວວີ - ຜູ້ທຳອິດຂອງຊົນເຜົ່າ ເອີດູ ທີ່ສະໝັກຮັບເລືອກຕັ້ງເປັນຜູ້ແທນສະພາແຫ່ງຊາດ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ຄູ ລໍ່ທິບາວວີ (ເກີດປີ 2002) ຄູສອນຢູ່ໂຮງຮຽນປະຖົມ ກວິ່ງເລິບ ອາ, ແຂວງ ເງະອານ ແມ່ນໜຶ່ງໃນ  ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7ທ່ານເຂົ້າເປັນສະມາຊິກສະພາແຫ່ງຊາດຊຸດທີ 16 ເພດຍິງທີ່ໜຸ່ມທີ່ສຸດ. ພິເສດ, ລໍ່ທິບາວວີ ກໍ່ແມ່ນຊາວຊົນເຜົ່າ ເອີດູ ຄົນທຳອິດທີ່ເຂົ້າຮ່ວມການສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ.

ບ໊າວວີ ຍັງແມ່ນ 1 ໃນ 7 ຜູ້ສະໝັກວິ່່່່່່່ງເລີບA ກຮັບເລືອກຕັ້ງສະພາແຫ່ງຊາດ ທີ່ເປັນເພດຍິງ ແລະ ໜຸ່ມນ້ອຍທີ່ສຸດໃນທົ່ວປະເທດ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ໂດຍແມ່ນເອື້ອຍກົກໃນຄອບຄົວມີ 4 ເອື້ອຍນ້ອງຢູ່ບ້ານ ວັງມົນ, ຕາແສງ ງາມີ, ແຂວງ ເງະອານ, ລໍ່ທິບາວວີ ເຕີບໃຫຍ່ໃນຄອບຄົວຊາວກະສິກອນ, ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນັບແຕ່ຄາວຍັງນ້ອຍ, ນ້ອງມີສະຕິຄວາມຮັບຮູ້ວ່າ ເສັ້ນທາງຮ່ຳຮຽນແມ່ນວິທີເພື່ອປ່ຽນຊີວິດ. ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງຜູ້ເປັນພໍ່, ເປັນແມ່ ແລະ ນະໂຍບາຍໜູນຊ່ວຍຂອງລັດ, ທັງ 4 ເອື້ອຍນ້ອງລ້ວນແຕ່ໄດ້ຮ່ຳຮຽນ.

“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ນ້ອງ ແລະ ຜູ້ເປັນນ້ອງ 3 ຄົນໄດ້ໄປຮຽນຢູ່ໂຮງຮຽນເຄິ່ງກິນນອນຊົນເຜົ່າ. ໂດຍມີສະຕິຄືແນວນັ້ນ ທັງ 4 ເອື້ອຍນ້ອງລ້ວນແຕ່ມານະພະຍາຍາມຮ່ຳຮຽນ”.

ປີ 2025, ເຫດນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບ້ານເກີດເມືອງນອນຂອງນາງ, ເຮັດໃຫ້ເກີດດິນເຊາະເຈື່ອນ, ຂົວຫັກ, ມີຫຼາຍບ້ານຖືກຕັດຂາດຈາກພາຍນອກ. ບັນດາຮູບພາບນັ້ນໄດ້ເຮັດໃຫ້ນາງຄິດຮອດຄາວເປັນເດັກ. ເມື່ອຄາວຮຽນຢູ່ຂັ້ນປະຖົມ, ມີບາງຄັ້ງບາງຄາວ ນາງ ວີ ພ້ອມກັບເພື່ອນຂອງຕົນຕ້ອງຂ້າມຫ້ວຍ ຫຼື ຕ້ອງຂ້າມເສັ້ນທາງຖືກເຊາະເຈື່ອນເພື່ອໄປໂຮງຮຽນ.

“ບັນດາຮູບພາບນ້ຳຖ້ວມໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງຄາວທີ່ຍັງໄປໂຮງຮຽນ. ເສັ້ນທາງໄປໂຮງຮຽນອັນຕະລາຍທ່ີສຸດ ແຕ່ຄາວນັ້ນພວກຂ້າພະເຈົ້າຍັງເປັນເດັກຢູ່. ຂີ້ຕົມສູງກາຍຫົວເຂົ່າ ຕ້ອງໃຊ້ໄມ້ຄ້ຳເພື່ອຂ້າມໄປ, ດຶງເອົາໝູ່ຢູ່ທາງຫຼັງໄປພ້ອມ”.

ປັດຈຸບັນ, ບ໊າວວີ ແມ່ນຄູສອນຢູ່ໂຮງຮຽນປະຖົມ ກວິ່່່່່່່ງເລີບA (ແຂວງ ເງ້ອານ). ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ພາຍຫຼັງຮຽນຈົບມັດທະຍົມຕອນປາຍ, ລໍ່ທິບາວວີ ເສັງເຂົ້າຮຽນຂະແໜງການສຶກສາຊັ້ນປະຖົມ, ມະຫາວິທະຍາໄລ ວິງ ໄດ້. ເມື່ອຮຽນຈົບ, ນາງເຂົ້າເຮັດວຽກງານຢູ່ໂຮງຮຽນປະຖົມ ກວິ່ງເລິບ ອາ (ຕາແສງ ເຕິນມາຍ, ເງະອານ). ການເລືອກເອົາອາຊີບຄູ ບໍ່ພຽງແຕ່ແມ່ນຍ້ອນຄວາມຮັກເດັກນ້ອຍເທົ່ານັ້ນ ຫາກຍັງແມ່ນວິທີເພື່ອໃຫ້ນາງໄດ້ສານຕໍ່ຄວາມໄຝ່ຝັນຂອງແມ່ທີ່ຍັງຄ້າງຄາ.

“ແມ່ຂອງຂ້າພະເຈົ້າເຄີຍຈັບໃບແຈ້ງເຂົ້າຮຽນໄປຍື່ນ ແຕ່ຍ້ອນຄວາມຫຍຸ້ງຍາກຂອງຄອບຄົວ ສະນັ້ນແມ່ບໍ່ສາມາດໄປຮຽນຕໍ່ໄດ້. ດັ່ງນັ້ນ, ຂ້າພະເຈົ້າຢາກກາຍເປັນຄູ ເພື່ອປະຕິບັດຄວາມໄຝ່ຝັນນັ້ນ ແລະ ຊ່ວຍໃຫ້ເດັກມີໂອກາດໄດ້ຮໍ່່າຮຽນເປັນຢ່າງດີກວ່າ”.

ໃນຫຼາຍປີຜ່ານມາ, ບ໊າວວີ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳອາສາສະໝັກ ເພື່ອໃຫ້ເດັກນ້ອຍຢູ່ເຂດພູດອຍ ມີເງື່ອນໄຂໃນການຮຽນຮູ້ທີ່ດີຂຶ້ນ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ຄາວຍັງເປັນນັກສຶກສາ, ລໍ່ທິບາວວີ ໄດ້ເຂົ້າຮ່ວມບັນດາສະໂມສອນ ແລະ ກຸ່ມນັກສຶກສາອາສາສະໝັກ. ປະຈຸບັນ, ນາງແມ່ນທູດຂອງໂຄງການ “ຮຽນພ້ອມກັບນ້ອງ”. ນີ້ແມ່ນໂຄງການໜູນຊ່ວຍນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ເງະອານ. ຄູ ວີແທັງດ່າວ, ຢູ່ໂຮງຮຽນ ເນີມໂຕດ, ໂຮງຮຽນປະຖົມ ຈີເຫຼ, ຕາແສງ ເກ໊ຟອງ, ແຂວງ ເງະອານ, ໃຫ້ຮູ້ວ່າ:

“ໂດຍຕາງໜ້າໃຫ້ໂຮງຮຽນ, ຂ້າພະເຈົ້າຂໍຂອບໃຈຄູ, ບັນດາຜູ້ໃຈບຸນໃຈກຸສົນ. ເຂົາເຈົ້າໄດ້ນຳເອົາບັນດາຂອງຂວັນທີ່ມີຄວາມໝາຍເພື່ອມອບໃຫ້ນັກຮຽນຢູ່ໂຮງຮຽນ ເນີມໂຕດ”.

ໂດຍແມ່ນຄູໜຸ່ມຜູ້ໜຶ່ງ, ຍາມໃດນາງກໍ່ມານະພະຍາຍາມສ້າງບັນຍາກາດທີ່ຕັ້ງໜ້າໃນຫ້ອງຮຽນ, ດ້ວຍບັນດາຕົວຢ່າງທີ່ໃກ້ຊິດໃນບົດສອນ, ກໍ່ສ້າງ “ໂຮງຮຽນແຫ່ງຄວາມຜາສຸກ”.  

“ຍາມໃດຂ້າພະເຈົ້າກໍ່ມານະພະຍາຍາມປ່ຽນແປງໃໝ່ວິທີການສິດສອນ, ເພື່ອໃຫ້ບົດຮຽນເຂົ້າມາໃກ້ກັບນັກຮຽນກວ່າ. ຄວບບັນດາເລື່ອງລາວຈາກຊີວິດ ແລະ ວັດທະນະທຳຂອງທ້ອງຖິ່ນເຂົ້ານຳ. ສິ່ງສຳຄັນທີ່ສຸດສຳລັບຂ້າພະເຂົ້າແມ່ນຊ່ວຍໃຫ້ນັກຮຽນມັກຮັກການຮຽນຫຼາຍຂຶ້ນ”.

ສຳລັບ ຄູ ລໍ່ທິບາວວີ ແລ້ວ, ເລື່ອງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ບໍ່ແມ່ນຄວາມກົດດັນ ຫາກແມ່ນກຳລັງໜູນເພື່ອສ້າງຕົນເອງໃຫ້ສົມບູນກວ່າ, ພິເສດແມ່ນຄວາມເປັນກຽດທີ່ໄດ້ຕາງໜ້າໃຫ້ຊົນເຜົ່າ ເອີດູ ອອກສຽງເວົ້າ, ຄວາມມຸ່ງມາດປາດຖະໜາຂອງຊົນເຜົ່າຕົນ.

“ຂ້າພະເຈົ້າຕັດສິນໃຈເຂົ້າຮ່ວມສະໝັກຮັບເລືອກຕັ້ງ ດ້ວຍຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ວົງຄະນະຍາດຫຼາຍກວ່າອີກ. ໂດຍເຫັນປະຈັກຕາບັນດາຄວາມຫຍຸ້ງຍາກໃນຊີວິດ ແລະ ການສຶກສາ ບັນດາຕົວຈິງນັ້ນເຮັດໃຫ້ຂ້າພະເຈົ້າປາດຖະໜາຢາກໃຫ້ສຽງເວົ້າຂອງຄູໜູ່ມ, ລູກຂອງເຂດຊາວເຜົ່າສ່ວນໜ້ອຍໄດ້ຮັບຟັງຫຼາຍກວ່າ.

ສະນັ້ນ, ຂ້າພະເຈົ້າຕັດສິນໃຈສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ດ້ວຍຄວາມຫວັງຢາກປະກອບສ່ວນໃຫ້ແກ່ວົງຄະນະຍາດໄດ້ຫຼາຍກວ່າ”. ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຄູຍິງອາຍຸ 24 ປີໃຫ້ຮູ້ວ່າ ຈະສຸມໃສ່ໃຫ້ບຸລິມະສິດປະກອບສ່ວນໃນບັນຫາຈຳນວນໜຶ່ງ, ຄື: ສ້າງນະໂຍບາຍໃຫ້ແກ່ປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ສົມບູນ; ການລົງທຶນພື້ນຖານໂຄງລ່າງໂຮງຮຽນ, ພິເສດແມ່ນເຂດຫ່າງໄກສອກຫຼີກ; ຖືການໜູນຊ່ວຍນັກຮຽນທີ່ທຸກຍາກ ແລະ ນັກຮຽນຊົນເຜົ່າສ່ວນໜ້ອຍເປັນສຳຄັນ.


top