ຂ່າວສານ

ເບີກຈ່າຍບ້ວງເງິນໜູນຊ່ວຍຜູ້ຖືກຜົນກະທົບຈາກໂລກລະບາດໂຄວິດ - 19

      ບ້ວງເງິນໜູນຊ່ວຍບັນດາເປົ້າໝາຍທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ມີມູນຄ່າ 26.000 ຕື້ດົ່ງ ຕາມມະຕິສະບັບເລກທີ 68 ຂອງລັດຖະບານ ຈະໄດ້ເບີກຈ່າຍດ້ວຍບັນດາລະບຽບການທີ່ງ່າຍດາຍ.
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: tuoitre.vn)
          ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໃຫ້ຮູ້ວ່າ: ພາຍຫຼັງອອກມະຕິເລກທີ 68, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ເຊັນປະກາດໃຊ້ມະຕິ ເພື່ອຊ່ວຍເຫຼືອປະຊາຊົນໂດຍໄວ.
        ຕາມທ່ານລັດຖະມົນຕີ ດ່າວງອກຢຸງ ແລ້ວ, ບ້ວງເງິນໜູນຊ່ວຍດັ່ງກ່າວ ໃຊ້ເວລາແກ້ໄຂຫຼາຍສຸດແມ່ນພຽງແຕ່ 7 ມື້ ສາມາດມອບເງິນຮອດມືປະຊາຊົນໄດ້ແລ້ວ.
(ແຫຼ່ງຄັດຈາກ VOV)


top