 ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
	(ພາບ: phapluatplus)
	ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
	(ພາບ: phapluatplus) 
	      ຕອນບ່າຍວັນທີ 03/02, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພ້ອມກັບຄະນະປະຕິບັດງານຂອງສະພາກາແດງຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ 150 ພູດ ໃຫ້ຄອບຄົວທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ ໃນບໍລິເວນເມືອງຫວູທື, ແຂວງ ທ໋າຍບິງ. ທ່ານນາງຮອງປະທານປະເທດ ໄດ້ຢື້ຢາມຖາມຂ່າວສຸຂະພາບ, ລະດົມກຳລັງໃຈ ແລະ ອວຍພອນໃຫ້ປະຊາຊົນເມືອງ ຫວູທື ເວົ້າສະເພາະ ແລະ ປະຊາຊົນທ໋າຍບິ່ງ ເວົ້າລວນ ໄດ້ຕ້ອນຮັບບຸນເຕັດປີວອກ 2016 ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ, ສະຫງົບສຸກ; ກ່າວເຂົ້າສູ່ປີໃໝ່ຈະຍາດໄດ້ບັນດາຜົນງານໃໝ່, ໄຊຊະນະໃໝ່.
	      ແລະກໍໃນວັນດຽວກັນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເລບ໋າຈິ່ງ, ຮອງປະທານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ເກືອບ 100 ພູດ ໃຫ້ຄົນທຸກຍາກຢູ່ແຂວງ ເທື່ອທຽນເຫ໋ວ.  ເນື່ອງໃນໂອກາດນີ້, ຄະນະຍັງລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວຢູ່ໂດດດຽວ, ຄົນເຈັບ ແລະ ຄົນພິການຢູ່ເມືອງ ຟຸ໋ໂລກ…
	      ໃນວັນທີ 03/02, ລົດຂົນສົ່ງຜູ້ໂດຍສານຖ້ຽວທຳອິດໃນລາຍການ “ບຸນເຕັດແຫ່ງຄວາມຮັກ - ລະດູບານໃໝ່ແຫ່ງການເຊື່ອມຕໍ່”, ໂດຍສະຫະພັນແຮງງານແຂວງ ດົ່ງນາຍ ແລະ ບໍລິເສັດໂທລະຄົມ MobiFone ສົມທົບກັນຈັດຕັ້ງ ໄດ້ເດີນທາງເພື່ອຮັບຄົນງານເຮັດວຽກຢູ່ເຂດອຸດສາຫະກຳ 6 ແຫ່ງໃນບໍລິເວນແຂວງດົ່ງນາຍ ກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ.
	      ເນື່ອງໃນໂອກາດນີ້, ສະມາຄົມອຸປະກະລະຄົນເຈັບທີ່ທຸກຍາກແຂວງກວາງບິ່ງ ໄດ້ສົມທົບກັບບັນດາໂຮງໝໍໃນບໍລິເວນແຂວງ ແລະ ບັນດາຜູ້ໃຈບຸນໃຈກູ້ສົນ ຈັດຄາບເຂົ້າໂດຍບໍ່ເສຍຄ່າໃຫ້ຄົນເຈັບໃນໂອກາດບຸນເຕັດປີວອກ 2016.
	      ມີເດັກນ້ອຍທີ່ປະສົບກັບຄວາມທຸກຍາກພິເສດນັບພັນນ້ອງ ໄດ້ພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີຄວາມໝາຍຊອງລາຍການ “ບຸນເຕັດແຫ່ງຄວາມອົບອຸ່ນ” ໂດຍຄະນະຊາວໜຸ່ມນະຄອນໂຮ່ຈິມິນ ຈັດຕັ້ງໃນວັນທີ 03/02, ຢູ່ສວນສາທາລະນະ ຕາວດ່ານ. ລາຍການເພື່ອແນໃສ່ນຳບຸນເຕັດທີ່ອົບອຸ່ນ, ມີຄວາມໝາຍ ແລະ ລະດູບານໃໝ່ທີ່ສົດໄສມາໃຫ້ພວກນ້ອງ. ຜູ້ຕາງໜ້າການນຳນະຄອນໄດ້ເຂົ້າຮ່ວມ, ມອບຂອງຂວັນປີໃໝ່, ອວຍພອມປີໃໝ່ໃຫ້ພວກນ້ອງໂດຍກົງ…
	      ຕອນບ່າຍວັນທີ 03/02, ຜູ້ຕາງໜ້າຄະນະພັກແຂວງນິງບິ່ງ, ກຸ່ມບໍລິສັດ ຮຶງຟ໋າດ Vissai ນິງບິ່ງ ແລະ ສະຫະພັນທຸກລະກິດແຂວງ ໄດ້ມອບຂອງຂວັນບຸນເຕັດ 5.700 ພູດໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບາງເມືອງໃນບໍລິເວນແຂວງ.
	 (ແຫຼ່ງຄັດຈາກ VOV)