ພັກ ແລະ ລັດ ຍາມໃດກໍ່ກຳນົດວ່າ ຊົນຊັ້ນກຳມະກອນແມ່ນກຳລັງສຳຄັນທີ່ສຸດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຕອນເຊົ້າວັນທີ 27 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2026) ແລະ ມຸ່ງໄປເຖິງວັນກຳມະກອນສາກົນ 01 ພຶດສະພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການພົບປະກັບກຳມະກອນຜູ້ອອກແຮງງານ 200 ຄົນ ເພື່ອຮັບຟັງຄວາມໃນໃຈຂອງບັນດາກຳມະກອນໃນບໍລິເວນນະຄອນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍ່ກຳນົດວ່າ ຊົນຊັ້ນກຳມະກອນແມ່ນກຳລັງສຳຄັນທີ່ສຸດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ:
"ສືບຕໍ່ຖືການເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານແມ່ນໜ້າທີ່ການເມືອງສຳຄັນ, ເປັນປະຈຳ ແລະ ຍາວນານ. ທາງນະຄອນຕ້ອງກວດກາຄືນຢ່າງລະອຽດກວ່າກ່ຽວກັບຄວາມຕ້ອງການດ້ານເຮືອນຢູ່ສັງຄົມ, ເຮືອນພັກເຊົາຂອງກຳມະກອນ, ໂຮງຮຽນ, ເຮືອນລ້ຽງເດັກຢູ່ບັນດາບໍລິເວນມີກຳມະກອນດຳລົງຊີວິດເປັນຈຳນວນຫຼາຍ... ຕ້ອງເຮັດແນວໃດເພື່ອໃຫ້ກຳມະກອນບໍ່ພຽງແຕ່ມີວຽກເຮັດງານທຳເທົ່ານັ້ນ, ຫາກຍັງມີບ່ອນຢູ່ທີ່ໝັ້ນຄົງອີກດ້ວຍ".