ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເທິງທົ່ງນາ ເກືອ ນິງຖ້ວນ

ບັນດາກອງເກືອສີຂາວບໍລິສຸດ ທີ່ລໍຖ້າພໍ່ຄ້າມາເກັບຊື້, ຊາວນາເກືອ ທີ່ຟ້າວຟັ່ງຂະຫຍັນຜຽນ ຢູ່ຕາມທົ່ງນາເກືອ ທີ່ກວ້າງໃຫຍ່ໄພສານ ພາຍໃຕ້ສະພາບອາກາດແສງແດດກ້າ ແລະ ລົມພັດແຮງແມ່ນຮູບພາບທີ່ຄຸ້ນເຄີຍກັບອາຊີບ ຜະລິດເກືອ ແບບຫັດຖະກຳມູນເຊື້ອ ທີ່ມີມາຕັ້ງຫຼາຍຮ້ອຍປີ ຢູ່ແຂວງ ນິງຖ້ວນ. ບັນດາກອງເກືອສີຂາວບໍລິສຸດ ທີ່ລໍຖ້າພໍ່ຄ້າມາເກັບຊື້, ຊາວນາເກືອ ທີ່ຟ້າວຟັ່ງຂະຫຍັນຜຽນ ຢູ່ຕາມທົ່ງນາເກືອ ທີ່ກວ້າງໃຫຍ່ໄພສານ ພາຍໃຕ້ສະພາບອາກາດແສງແດດກ້າ ແລະ ລົມພັດແຮງແມ່ນຮູບພາບທີ່ຄຸ້ນເຄີຍກັບອາຊີບ ຜະລິດເກືອ ແບບຫັດຖະກຳມູນເຊື້ອ ທີ່ມີມາຕັ້ງຫຼາຍຮ້ອຍປີ ຢູ່ແຂວງ ນິງຖ້ວນ.
ຊາວນາເກືອ ນິງຖ້ວນ ພວມເຮັດວຽກເທິງ​ທົ່ງ​ນາ​ເກືອ ຈີຫາຍ ຢູ່ແຂວງ ນິງຖ້ວນ. ພາບ: ກົງດາດ/VNP

ແຂວງ ນິງຖ້ວນ ເປັນແຂວງທີ່ມີອາຊີບຜະລິດ ແບບເກືອ ຫັດຖະກຳ ມາແຕ່ດົນນານ ແລະ ປັດຈຸບັນແມ່ນໜຶ່ງໃນ 19 ແຂວງແຄມທະເລທີ່ມີເນື້ອທີ່ແລະ ຜົນຜະລິດເກືອ ຫຼາຍທີ່ສຸດ ໃນປະເທດ. ​ໃນ​ນັ້ນ, ​ເມືອງ​ນິງຫາຍ ​ແລະ ​ເມືອງ​ ຖ້ວນ​ນາມ ​​ຖື​ວ່າ​ແມ່ນ​ຖິ່ນກຳເນີດອາຊີບຜະລິດ​ເກືອ​ຢູ່​ທ້ອງ​ຖິ່ນ​ແຫ່ງນີ້ ດ້ວຍ​ເນື້ອ​ທີ່​ຜະລິດ​ທັງ​ໝົດ 3.000 ກວ່າ​ເຮັກຕາ. ການຜະລິດເກືອ ໜຶ່ງຕາມປົກກະຕິແມ່ນໃຊ້ເວລາ 7-10 ວັນ, ສະເລ່ຍຜົນຜະລິດ ປະມານ 10 ໂຕນ/ເຮັກຕາ, ປີໜຶ່ງ ຊາວນາເກືອຈະຜະລິດ ແລະ ເກັບກ່ຽວເກືອ ໃນເວລາ 8 ເດືອນ, ຜົນຜະລິດເກືອທັງໝົດ ບັນລຸ 440.314 ໂຕນ/ປີ. ປັດຈຸ​ບັນ, ລາຄາເກັບ​ຊື້​​ແຕ່ 700-1.100 ດົ່ງ/ກິໂລກຣາມ, ພ້ອມ​ກັບ​ການ​​ຊ່ວຍເຫຼືອ​ທຶນ​ຮອນ, ​ແນະນຳ​ເຕັກນິກ​ຜະລິດ​ເກືອແບບ​ໃໝ່ ​ແລະ ການ​ບໍລິ​ໂພ​ກຜົນ​ຜະລິດ, ຊາວນາ​ເກືອ​ຫຼາຍ​ຄົນ​ໄດ້ມີ​ລາຍ​ຮັບ​ທີ່​ໝັ້ນຄົງ ​ແລະ ມີຄວາມມຸ່ງໝັ້ນກັບອາຊີບຜະລິດເກືອ ແບບມູນເຊື້ອ ຂອງ ທ້ອງຖິ່ນ ໃນໄລຍະຍາວ.


ແຂວງ ນິງຖ້ວນ ໄດ້ວາງເປົ້ມໝາຍ ເຖິງປີ 2025 ຈະເພີ່ມ ເນື້ອທີ່ຜະລິດເກືອໃຫ້ໄດ້ 3.267 ເຮັກຕາ, ຜົນຜະລິດບັນລຸ 550.000 ໂຕນ/ປີ. ຮອດ​ປີ 2030, ທົ່ວ​ແຂວງ​ຈະ​ຮັກສາ​ເນື້ອ​ທີ່​ຜະລິດ​ເກືອ​ໃຫ້​ໝັ້ນຄົງ 3.267 ​ເຮັກຕາ, ສະມັດ​ຕະພາບ​ການ​ຜະລິດ​ບັນລຸ 650.000 ​ໂຕນ/ປີ.

ອາຊີບຜະລິດ​ເກືອ​ຢູ່ ນິງຖ້ວນ ​​ຕົ້ນຕໍ​ຢູ່​ບັນດາ ຕາ​ແສງ ​ເຟືອງ​ຫາຍ, ຈີຫາຍ, ​ເຍີນຫາຍ (​ເມືອງ​ ນິງຫາຍ), ກ່າ​ນາ, ເຟືອກຢຽມ, ເຟືອກມິງ (​ເມືອງ​ ຖ້ວນ​ນາມ). ພາບ: ກົງດາດ/VNP

ວິທີ​ຜະລິດ​ເກືອ ແບບຫັດຖະກຳ​ຂອງ​ແຂວງ ນິງຖ້ວນ ​ແມ່ນ​ຄ້າຍ​ຄື​ກັບ​ແຫ່ງຕ່າງໆ ​ໃນ​ທົ່ວ​ປະ​ເທດ, ນັບ​ແຕ່​ຂັ້ນ​ຕອນ​ ການ​ເຮັດ​ທົ່ງນາເກືອ, ​ເດີ່ນ, ນຳ​ນໍ້າທະ​ເລເຂົ້າ, ຕາກ​ແດດ, ​ວັດ​ແທກ​ຄວາມ​ເຄັມ ​Bomeໃຫ້​ໄດ້​ຕາມ​ມາດ​ຕະ​ຖານ ຈົນເຖິງຂັ້ນຕອນ ການລະບາຍ ນ້ໍາເປື້ອນ, ກວາດເກືອເຂົ້າກັນເປັນກອງ ເພື່ອຕາກໃຫ້ແຫ້ງ ແລະເກັບກ່ຽວ. ນິງຖ້ວນ ມີລັກສະນະ ອາກາດ ເປັນເຂດຮ້ອນ ທີ່ມີແສງແດດກ້າ ແລະ ລົມພັດແຮງ, ຄວາມສາມາດໃນການລະເຫີຍສູງ, ຄວາມຊຸ່ມຊື່ນ ຂອງ ອາກາດຕໍ່າ ແລະ ຄວາມເຄັມຂອງນໍ້າທະເລສູງ, ມີຄວາມສະດວກຫຼາຍໃນການຜະລິດເກືອ, ປະກອບສ່ວນ ເຮັດໃຫ້ ນຳ້ທະເລ ລະເຫີຍກາຍເປັນເກືອສັ້ນລົງ.


ເພື່ອແນ​ໃສ່​ການຊຸກຍູ້​ອາຊີບ ຜະລິດເກືອໃຫ້​ຍືນ​ຍົງ, ​ແຂວງ ນິງຖ້ວນ ​ໄດ້​ສຸມ​ໃສ່​ລົງທຶນ​ປັບປຸງ ​ແລະ ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ ​ແລະ ​ຫັນປ່ຽນ​ລະບົບ​ຊົນລະປະທານ​ຢູ່ທົ່ງນາເກືອ ໃຫ້ໝັ້ນຄົງ; ສົ່ງເສີມບັນດາ​ຮູບ​ແບບ​ການ​ຜະລິດ​ເກືອ​ຕາມ​ກຸ່ມ​ຮ່ວມມື, ສະຫະກອນ; ການຝຶກອົບຮົມ, ຊ່ວຍເຫຼືອ ທາງດ້ານ ເຕັກນິກຜະລິດເກືອ, ໜູນຊ່ວຍການລົງທຶນໃນລະບົບ ອຸປະກອນການປຸງແຕ່ງເພື່ອຫັນ ຜະລິດຕະພັນເກືອ ໃຫ້ມີຫຼາຍ ຮູບແບບ; ຊ່ວຍ​ຊາວ​ນາເກືອ ​ກູ້​ຢືມ​ທຶນ​ເພື່ອ​ລົງທຶນ​ຫັນ​ການ​ຜະລິດ​ເກືອ​ແບບ​ມູນເຊື້ອ ມານຳໃຊ້​ວິທີ​ຜະລິດເກືອ ແບບປູ ຜ້າເຕັ້ນ ​ເພື່ອ​ນຳ​ມາ​ປະສິດທິຜົນ ແລະ ຄຸນນະພາບສູງໃຫ້ແກ່ ເກືອ ຂອງທ້ອງຖິ່ນ.

 


ບົດ:VNP/ເຊີນເຫງ້ຍ - ພາບ: ກົງດາດ - ແປໂດຍ: ຢືຟຽນ

 


top