ຄົ້ນພົບ

ເທດສະການ ເຕັ້ນໄຟ ຂອງ ຊາວເຜົ່າ ປ່າແຖນ

ເທດສະການເຕັ້ນໄຟຂອງຊາວເຜົ່າ ປ່າແຖນ ສະແດງໃຫ້ເຫັນຄວາມ ເຊື່ອຖືຂອງເຂົາເຈົ້າ ໃນໂລກແຫ່ງສະຫວັນ, ພະລັງເໜືອທຳມະຊາດ ແລະ ກຳລັງແຮງພິເສດເໜືອມະນຸດ ເພື່ອຜ່ານຜ່າທຸກຄວາມຫຍຸ້ງ ຍາກໃນຊີວິດ.

ເທດສະການເຕັ້ນ​ໄຟຂອງ​ຊາວ​ເຜົ່າ ປ່າ​ແຖນ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ​ ໃນ​ໂລກ​ແຫ່ງ​ສະຫວັນ, ພະລັງ​ເໜືອທຳມະຊາດ ​ແລະ ກຳລັງແຮງພິເສດເໜືອມະນຸດ ​ເພື່ອ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ ຍາກ​ໃນ​ຊີວິດ.

ຕາມ​​ຄວາມເຊື່ອ ຂອງ​ຊາວ​ເຜົ່າ​ ປ່າແຖນ, ເທດສະການ​ບຸນ​ເຕັ້ນໄຟ ​ຈັດ​ຂຶ້ນ ​ເພື່ອ​ສະແດງຄວາມຂອບໃຈ​ຕໍ່ເທວະດາຟ້າແຖນ ທີ່ໄດ້ດົນບັນ ດານ ໃຫ້ຝົນຟ້າອາກາດເອື້ອອຳນວຍ, ການປູກຝັງໄດ້ຮັບຜົນດີ, ​ໃນ​ຂະນະ​ດຽວ​ກັນ ​ກໍ​ຂັບ​ໄລ່​ທຸກ​ສິ່ງ​ທີ່​ບໍ່ດີ. ໃນທາງກົງກັນຂ້າມ, ໄຟ ຈະ ນໍາມາຄວາມອົບອຸ່ນ, ໂຊກດີ ແລະ ກໍາຈັດຄວາມໂຫດຮ້າຍ ຂອງ ລະ ດູໜາວ ທີ່ຈະມາເຖິງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ ໃນວົງຄະນາຍາດ​ຊາວ​ເຜົ່າ ​ປ່າແຖນ, ສະແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ, ຂະ​ບວນ​ການ​ອອກ​ແຮງ​ງານ, ຄວບ​ຄຸມ​ທຳ​ມະ​ຊາດ​ ເພື່ອ​ຢູ່​ລອດ ແລະ ພັດ​ທະ​ນາ. 

ເທດສະການເຕັ້ນໄຟ ຂອງ ຊາວເຜົ່າ ປ່າແຖນ  ຈະໄດ້ຈັດຂຶ້ນທຸກໆ ປີ ໃນ ລະຫວ່າງການປ່ຽນຜ່ານ ປີເກົ່າ ແລະ ປີໃໝ່ ຫຼື ໃນໂອກາດລະດູ ເກັບກ່ຽວ (ປະມານເດືອນ ຕຸລາ ຫາ ມື້ເພັງເດືອນ ຈຽງ (1) ຕາມຈັນ ທະປະຕິທິນ). ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່ເດີ່ນ ເຊິ່ງເປັນສະຖານທີ່ ເຄື່ອນໄຫວ ດ້ານວັດທະນະທຳ ຂອງ ວົງຄະນະຍາດ ​ໃນ​ໝູ່​ບ້ານ, ຕາແສງ ແລະ ໄດ້ແບ່ງ​ອອກ​ເປັນ 2 ພາກ ຄື: ພິທີ​ໄຫວ້ບູຊາ​ ກ່ອນເວລາ​ຕາ​ເວັນ​ຕົກ​ປະມານ 3-4 ຊົ່ວ​ໂມງ ​ແລະ ການເຕັ້ນ​ໄຟ ໄດ້ເລີ່ມຂຶ້ນ ເມື່ອ ຟ້າ​ມືດ​​ໃນ​ເວລາ​ປະມານ 1 ຊົ່ວ​ໂມງ.

ທຳພິທີເຊື້ອເຊີນເທວະດາຟ້າແຖນ ກ່ອນທໍາພິທີເຕັ້ນໄຟ. ພາບ: ກີມເຟືອງ/VNP

ເມື່ອ​ຮອດ​ຍາມຄ່ຳ​, ໝໍເຢົາ ​ຈະທຳພິທີ​ເຊື້ອເຊີນ ​ເທວະ​ດາຟ້າແຖນມາ​ເຂົ້າ​ຮ່ວມ​ງານ​ບຸນ ແລະ ເຂົ້າສິງບັນດາລູກສິດ. ໝໍເຢົານັ່ງ ຢູ່ເທິງຕັ່ງ ຍາວ ເພື່ອການໄຫວ້ບູຊາເທວະ​ດາຟ້າແຖນ, ມືຖືທ່ອນເຫຼັກ ເຄາະໃສ່ ເຫຼັກແທ່ງໜຶ່ງຢູ່ເທິງຕັ່ງ ເພື່ອສ້າງສຽງຄຶກຄື້ນ ຢ່າງຕໍ່ເນື່ອງ ປະມານ 4 ຊົ່ວໂມງ. ກ່ອນເວລາ​ຈັດ​ພິ​ທີ, ໝໍເຢົາ ຈະອະທິຖານຕໍ່ເທວະດາ ຟ້າ ແຖນ ເພື່ອອວຍພອນໃຫ້ບັນດາຜູ້ຊາຍຊາວເຜົ່າ ປ່າແຖນ ມີກຳລັງ ແຮງພິເສດ ເພື່ອ “ເຕັ້ນລຳ” ຢູ່ເທິງກອງໄຟ. 

ພາຍຫຼັງ​ພິທີ​ເຊື້ອເຊີນ​ເທວະ​ດາ​ຟ້າແຖນ ສຳ​ເລັດ​ລົງ, ເທດສະການ ເຕັ້ນໄຟ ກໍ່ເລີ່ມຂຶ້ນ. ກອງໄຟຂະໜາດໃຫຍ່ ຖືກຈູດຂຶ້ນ ກາຍເປັນ ຖ່ານໄຟສີແດງ ຢ່າງແຮງ, ບັນດາຊາວໜຸ່ມ ທີ່ເຂົ້າຮ່ວມງານເຕັ້ນໄຟ ຈະຜັດປ່ຽນກັນ ໂດດເຂົ້າໄປໃນກອງໄຟ, ໃຊ້ທັງມື ແລະ ຕີນເປົ່າ ເພື່ອມອດໄຟ. ພິເສດ, ຫຼັງຈາກໂດດເຂົ້າໄປໃນກອງໄຟ, ແຂນຂາ ຂອງ ເຂົາ ເຈົ້າບໍ່ຖືກ ໄຟໄໝ້, ເຈັບປວດ ຫຼື ມີຮອຍຂີດຂ່ວນ ແຕ່ຢ່າງ ໃດ.

ຜູ້​ເຂົ້າ​ຮ່ວມ​​ເທດສະການ​ເຕັ້ນ​ໄຟ ​ຈະ​ເຕັ້ນ​ໄປ​ມາ​ ຈົນຖ່ານໃນກອງໄຟ ມອດຈຶ່ງ​ຢຸດ​ເຊົາ​. ພາບ: ກີມເຟືອງ/VNP

ທ່ານ ຟູ່ວັນກີ໋ວ, ຜູ້ເຂົ້າຮ່ວມເທດສະການ ເຕັ້ນໄຟ ໃຫ້ຮູູ້ວ່າ: “ເມື່ອ ໂດດເຂົ້າໄປ ໃນກອງໄຟ, ຂ້າພະເຈົ້າໄດ້ຫຼັບຕາ, ຮ່າງກາຍເຢັນໄປ ທັງ ສັ່ນ, ຂ້າພະເຈົ້າ ບໍ່ຮູ້ສຶກຫຍັງເລີຍ ແລະ ເໝືອນວ່າ ຖືກ ເທບພະ ເຈົ້າ ພາໄປ, ເພາະສະນັ້ນ ຂ້າພະເຈົ້າບໍ່ຮູ້ວ່າ ຕົນເອງກຳລັງ ແລ່ນເຂົ້າ ໄປໃນກອງໄຟ, ຈົນ ເວລາຮູ້ສຶກໄດ້ ຄວາມຮ້ອນ ຈຶ່ງແລ່ນ ອອກມາ ຈາກກອງໄຟ. ເມື່ອອອກມາແລ້ວ, ຂ້າພະເຈົ້າຊໍ້າພັດຮູ້ສຶກໜາວ, ຮ່າງ ກາຍສັ່ນ ໂດດເຂົ້າໄປໃນກອງໄຟອີກ ແລະ ການໂດດເຂົ້າໄປໃນ ກອງໄຟ ໄດ້ປະຕິບັດຊໍ້າໄປ ຊໍ້າມາ ຫຼາຍຄັ້ງ, ຈົນເຖິງເວລາຖ່ານ ມອດ. ເມື່ອຂ້າພະເຈົ້າ ແລ່ນອອກໄປຂ້າງນອກ, ຂ້າພະເຈົ້າ ຍັງແນມ ເຫັນຄົນເບິ່ງຢູ່, ແຕ່ມັນນ້ອຍ, ນ້ອຍຫຼາຍ”. 

ທ່ານ ຝູ໋ວັນ​ກີ໋ວ, ຊາວ​ເຜົ່າ ປ່າແຖນ ສະແດງຄວາມຮູ້ສຶກ ໃນເທດສະການເຕັ້ນໄຟ. ພາບ: ກີມເຟືອງ/VNP

ພາຍຫຼັງກອງ​ໄຟ​ມອດ​ລົງ, ໝໍເຢົາ ເອີ້ນລູກສິດກັບຄືນສູ່​ແຖວ​ສາດ ຢູ່ ເບື້ອງຫຼັງເພື່ອ​ສິ້ນ​ສຸດ​ພິທີ. ເຂົາເຈົ້າໄດ້ຂອບໃຈຕໍ່ເທບພະເຈົ້າ ທີ່ໄດ້ ມາ ຮ່ວມມ່ວນຊື່ນກັບຊາວບ້ານ, ອະທິຖານ ເພື່ອໃຫ້ເທບພະເຈົ້າ ທັງ ຫຼາຍ ປົກປ້ອງຊາວບ້ານໄດ້ໃຊ້ຊີວິດ ໃນຄວາມອີ່ມໜໍາສໍາລານ, ມີສຸ ຂະພາບແຂງແຮງ ແລະ ສັນຍາວ່າ ຈະເຊື້ອເຊີນເທບພະເຈົ້າທັງຫຼາຍ ເຂົ້າຮ່ວມງານເຕັ້ນໄຟ ໃນຄັ້ງຕໍ່ໄປ.

ເທດສະການເຕັ້ນ​ໄຟ​ຂອງ​ຊາວ​ເຜົ່າ ປ່່າແຖນ ໄດ້​ຈັດຂຶ້ນໃນ​ທຸກໆ ​ປີ, ​ເພື່ອ​ແນ​ໃສ່ເຊີດຊູ, ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ ​ພື້ນ​ເມືອງ, ຊຸກຍູ້​ການ​ຂຸດ​ຄົ້ນ​ຄວາມສາມາດບົ່ມຊ້ອນ ​ມໍລະດົກ​ວັດທະ ນະທຳ​ພ້ືນເມືອງ, ຮັບ​ໃຊ້​ໃຫ້​ແກ່​ ການ​ພັດທະນາ ​ການທ່ອງທ່ຽວ​ຂອງ​ທ້ອງ​ຖິ່ນ.


ນອກຈາກ ເທດສະການເຕັ້ນ​ໄຟ ​ຂອງ​ ຊາວ​ເຜົ່າ​ ປ່າແຖນ​ ຍັງ​ມີ​ກິດ ຈະກຳ​ມ່ວນ​ຊື່ນ​ພື້ນ​ເມືອງ​​ອີກຫຼາຍ​ຢ່າງ. ພາບ: ກີມເຟືອງ/VNP

ຊາວເຜົ່າ ປ່າແຖນ ມີ​ພົນ​ລະ​ເມືອງ 8.000 ກວ່າ​ຄົນ, ​ສ່ວນຫຼາຍອາ​ໄສ​ຢູ່ ເມືອງ ບັກ​ຢາງ ແລະ ກວາງ​ບິ່ງ (ແຂວງ ຮ່າ​ຢາງ); ຈຽມຮ໋ວາ, ອຽນເຊີນ, ເລິມບິ່ງ (ແຂວງ ຕວຽນກວາງ) ເປັນຕົ້ນຕໍ. ກ່ຽວ​ກັບ​ຄວາມ​ເຊື່ອ​ຖື, ຊາວເຜົ່າ ປ່າແຖນ ​ມີຄວາມເຊື່ອ ສິ່ງທີ່ເໜືອທໍາມະຊາດ​, ທຸກ​ສິ່ງ​ທຸກ​ຢ່າງ​ມີ​ຈິດ​ວິນ​ຍານ​. ​ການ​ເຄື່ອນ​ໄຫວ ວັດທະນະທຳ​ພື້ນ​ເມືອງ ​ຂອງ​ຊາວ​ເຜົ່າ ປ່າແຖນ ​ແມ່ນ​ອຸດົມສົມບູນ ຊ່ຶ່ງສະ​ແດງ​ໃຫ້​ເຫັນ ໂດຍ ຜ່ານຂຸມຊັບ​ນິທານ, ​ເພງ​ພື້ນ​ເມືອງ, ຂັບກ່ອມລູກ, ຟ້ອນລຳ ແລະ ​ເຄື່ອງ​ດົນຕີຊະນິດຕ່າງໆ...

ປະຕິບັດໂດຍ: ກີມເຟືອງ - ແປໂດຍ: ບິກລຽນ


top