ຂ່າວສານ

ເຊື່ອມ​ຕໍ່​ວິ​ໄສ​ທັດ, ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​ຍາວ​ນານ ຫວຽດ​ນາມ - ສ.ເກົາຫຼີ

ການ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Lee Jae Myung ຄັ້ງ​ນີ້​ແມ່ນກ​ານ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເກົາຫຼີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເມື່ອ​ເດືອນ​ສິງ​ຫາ 2025.
  ທ່ານ Lee Jae Myung ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ (ພາບ: TTXVN)  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ, ວັນ​ທີ 21 ເມ​ສາ, ທ່ານ Lee Jae Myung ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ພ້ອມ​ດ້ວຍ​ພັນ​ລະ​ຍາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ. ການ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Lee Jae Myung ຄັ້ງ​ນີ້​ແມ່ນກ​ານ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເກົາຫຼີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເມື່ອ​ເດືອນ​ສິງ​ຫາ 2025.

ເມື່ອ​ແບ່ງ​ປັນ​ກ່ອນ​ເວ​ລາ​ດຳ​ເນີນ​ການ​ຢ້​ຽມ​ຢາມ, ທ່ານ Choi Yongsam ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ປະ​ຈໍ​າ ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ຈະ​ກາຍ​ເປັນ​ຂີດ​ໝາຍ​ພິ​ເສດ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ 34 ປີ ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ (1992 – 2026) ແລະ ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃຫ້​ແກ່​ບາດ​ກ້າວ​ກະ​ໂດດ​ຂັ້ນ​ຍຸດ​ທ​ະ​ສາດ ແນ​ໃສ່​ຍົກ​​ລະ​ດັບ​ສາຍ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ. ສ.ເກົາຫຼີ ປາ​ດ​ຖ​ະ​ໜາ​ຢາກ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ເຕີບ​ໂຕ​ສີ​ຂຽວ​ຂອງ ຫວຽດ​ນາມ ຢ່າງ​ໝັ້ນ​ແກ່ນ​ທີ່​ສຸດ.

ໃນ​ຂະ​ນະ​ນັ້ນ, ສ​ຈ. Choe Won Gi, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄວ້າ ອາ​ຊຽນ - ອິນ​ເດຍ ຂຶ້ນ​ກັບ​ສະ​ຖາ​ບັນ​ການ​ຕ​່າງ​ປະ​ເທດ ສ.ເກົາຫຼີ (KNDA), ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ແກ່ນ​ສານ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ສ.ເກົາຫຼີ ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ດ້ວຍ​ລັກ​ສະ​ນະ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ຈະ​ເປີດ​ອອກ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ດ້ວຍ​ບັນ​ດາ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຍາວ​ນານ​ໃນ​ສາຍ​ພົວ​ພັນ​ສອງ​ປະ​ເທດ.


top