ການກຳເນີດຂອງພັກກອມມູນິດ ຫວຽດນາມ ໃນວັນທີ 03 ກຸມພາ ປີ 1930 ກ່ອນນີ້ 96 ປີ ບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ, ຫາກຍັງແມ່ນບາດລ້ຽວປະຫວັດສາດທີ່ມີລັກສະນະຕັດສິນຕໍ່ພາລະກຳຂອງຊາດ. 96 ປີຜ່ານມາ, ພັກຍາມໃດກໍສວມບົດບາດນຳພາ, ນຳພາລະກຳປະຕິວັດຂອງຊາດ ຫວຽດນາມ ຍາດໄດ້ຫຼາຍຜົນງານໃຫຍ່, ມີຄວາມໝາຍປະຫວັດສາດ, ປະເທດຊາດມີເອກະລາດ, ສັນຕິພາບ, ເສລີພາບ; ປະຕິບັດການປ່ຽນແປງໃໝ່, ເຊື່ອມໂຍງ, ນັບມື້ນັບພັດທະນາ.
ກອງປະຊຸມໃຫຍ່່ຜູ້ປທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບປະກອບ: TTXVN)
ໂດຍຜ່ານ 96 ປີຜ່ານມາ, ປະຫວັດສາດໄດ້ພິສູດໃຫ້ເຫັນສັດຈະທຳສະເໝີຕົ້ນສະເໝີປາຍ: ບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ແມ່ນໝາກຜົນຂອງການເລືອກເຟັ້ນຂອງປະຫວັດສາດ ແລະ ພຶດຕິກຳຕົວຈິງປະຕິວັດ. ໃນຕະຫຼອດເສັ້ນທາງນັ້ນ, ພັກມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ປັບປຸງເອງໃຫ້ສົມບູນແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງພາລະກິດປະຕິວັດ, ດ້ວຍເປົ້າໝາຍລຸລ່ວງນັ້ນແມ່ນຮັບປະກັນຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ.
ຜົນງານອັນສະຫງ່າງາມພາຍໃຕ້ການຊີ້ນຳນຳພາຂອງພັກ
96 ປີຜ່ານມາ, ບັນດາໄຊຊະນະມີລັກສະນະບາດລ້ຽວຂອງການປະຕິວັດ ຫວຽດນາມ ລ້ວນແຕ່ຕິດພັນກັບການຊີ້ນຳນຳພາຂອງພັກ. ຈາກໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945, ສະຖາປະນາປະເທດແຫ່ງ ສາທາລະນະປະຊາທິປະໄຕ ຫວຽດນາມ; ຕະຫຼອດຮອດບັນດາວິລະກຳໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ; ແລ້ວບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຂອງຂະບວນວິວັດແຫ່ງການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຈາກພື້ນຖານເສດຖະກິດກະສິກຳທີ່ຫຼ້າຫຼັງ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ. GDP ສະເລ່ຍຕໍ່ຫົວຄົນ ຈາກກວ່າ 100 USD (ໃນປີ 1986) ຂຶ້ນເປັນປະມານ 5.000 USD (ໃນປີ 2025); ເຂົ້າຮ່ວມກຸ່ມບັນດາປະເທດມີລາຍຮັບປານກາງສູງ. ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງແຮງ ຈາກກະສິກຳຫັນໄປສູ່ອຸດສາຫະກຳ ແລະ ການບໍລິການ. ຫວຽດນາມ ຈາກພື້ນຖານເສດຖະກິດທີ່ປິດປະຕູກາຍເປັນປະເທດສົ່ງອອກໃຫຍ່. ວົງເງິນສົ່ງອອກປີ 2025 ເພີ່ມຂຶ້ນທົບສິບເທົ່າ ເມື່ອທຽບໃສ່ປີ 1990. ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ, ແມ່ນຈຸດນັດພົບທີ່ດູດດື່ມໃຫ້ແກ່ບັນດາກຸ່ມບໍລິສັດນາໆຊາດ. ທັງໝົດລ້ວນແຕ່ຢັ້ງຢືນກຳລັງຄວາມສາມາດນຳພາຂອງພັກໃນຕົວຈິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)
ສິ່ງທີ່ສ້າງຄຸນນະທາດນຳພາຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການກ່ຽວກັບເປົ້າໝາຍ ແລະ ຂະຫຍັນຂັນເຄື່ອນໃນແບບວິທີນຳພາ. ຢຶດໝັ້ນເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ; ຖືລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ເປັນພື້ນຖານທາງດ້ານແນວຄິດ; ຖືຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນເໜືອກວ່າສິ່ງໃດໝົດ, ນັ້ນແມ່ນຫຼັກການບໍ່ມີການປ່ຽນແປງ. ບົນພື້ນຖານນັ້ນ, ພັກມີການປ່ຽນແປງໃໝ່, ປັບປຸງດ້ວຍຕົນເອງ, ຍົກສູງຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້, ສົມເປັນກຳລັງນຳພາລັດ ແລະ ສັງຄົມ ຄືດັ່ງຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ:
“ພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນສື່ສຽງສາກົນຂອງ ຫວຽດນາມ ໃນວັນນີ້ ແມ່ນການສະສົມສິ່ງຍອດຍິ່ງຂອງຫຼາຍປັດໄຈ: ມູນເຊື້ອວັດທະນະທຳນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ; 96 ປີພັກນຳພາການປະຕິວັດ; 40 ປີແຫ່ງການປ່ຽນແປງໃໝ່; ປ່ຽນແປງຈິນຕະນາການນຳພາ ບົນພື້ນຖານລັດທິມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ; ພ້ອມດຽວກັນນັ້ນ ແມ່ນການເສຍສະຫຼະ, ອຸທິດສ່ວນຢ່າງໝັ້ນໜຽວຂອງນັກຮົບປະຕິວັດ, ສະມາຊິກພັກກອມມູນິດ ແລະ ປະຊາຊົນລຸ້ນຕ່າງໆໃນທົ່ວປະເທດເພື່ອເອກະລາດ, ເສລີພາບ ແລະ ຜາສຸກ.”
ເຊື່ອມຕໍ່ພາລະກຳປະຫວັດສາດ
ໂດຍເຊື່ອມຕໍ່ບັນດາຜົນງານອັນສະຫງ່າງາມພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໃນ 96 ປີຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນຂີດໝາຍທີ່ມີຄວາມໝາຍສຳຄັນເປັນພິເສດ, ກຳນົດຈິນຕະນາການຍຸດທະສາດ, ວິໄສທັດ ແລະ ກຳນົດທິດພັດທະນາປະເທດຊາດຮອດກາງສະຕະວັດທີ XXI.
ເລື່ອງປະກາດໃຊ້ຄຳສັ່ງສະບັບເລກທີ 01 ຂອງກົມການເມືອງ ພ້ອມກັບໂຄງການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຢ່າງທັນການ ໄດ້ສະແດງໃຫ້ເຫັນນ້ຳໃຈກະທຳຢ່າງຂ້ຽວຂາດ: ຈາກຄວາມຖືກຕ້ອງກ່ຽວກັບແຜນນະໂຍບາຍ ໄປສູ່ຄວາມຖືກຕ້ອງ ແລະ ມີປະສິດທິຜົນໃນການຈັດຕັ້ງປະຕິບັດ; ຈາກກຳນົດທິດໄປສູ່ແຜນການເຄື່ອນໄຫວ; ຈາກຄວາມຕັດສິນໃຈດ້ານການເມືອງໄປສູ່ໝາກຜົນທີ່ສາມາດວັດແທກໄດ້. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
“ນ້ຳໃຈການກະທຳຕ້ອງໄດ້ຫັນເປັນລະອຽດດ້ວຍບັນດາມາດຕະການລະອຽດ, ປະຕິບັດຢ່າງເຂັ້ມງວດໃນທົ່ວລະບົບ, ຄະນະພັກທຸກຂັ້ນ, ແຕ່ລະອົງການຈັດຕັ້ງພັກ, ແຕ່ລະສະມາຊິກພັກ, ແຕ່ລະອົງການ, ຫົວໜ່ວຍກ່ອນອື່ນໝົດແມ່ນຜູ້ເປັນຫົວໜ້າ, ຕ້ອງເປັນເຈົ້າການຫັນຈາກຄວາມຮັບຮູ້ຖືກຕ້ອງໄປສູ່ການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ, ຈາກຄວາມຕັດສິນໃຈສູງກາຍເປັນໝາກຜົນທີ່ຈະແຈ້ງ, ການສົມທົບຊີ້ນຳ, ບໍລິຫານດ້ວຍການກວດກາ, ຕິດຕາມ ແລະ ຄວາມຮັບຜິດຊອບ”.
ຮ່ວມເດີນທາງພ້ອມກັບສູນກາງ, ບັນດາແຂວງ, ນະຄອນ ໄດ້ຫັນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIV ດ້ວຍບັນດາຄຳຕັດສິນຢ່າງວ່ອງໄວ, ຂ້ຽວຂາດ. ທ່ານ ເຈິ່ນຟອງ, ປະທານຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ໃຫ້ຮູ້ວ່າ:
“ບັນດາພະແນກ, ຂະແໜງການ, ທ້ອງຖິ່ນສ້າງແຜນການລະອຽດຕາມແຕ່ລະເດືອນ, ຊ້ຳບໍ່ໜຳແມ່ນແຕ່ລະອາທິດ; ສຸມໃສ່ແກ້ໄຂຂໍ້ຄົງຄ້າງ, ປົວແປງສະພາບແວດລ້ອມການລົງທຶນ, ຍົກສູງກຳລັງແກ້ງແຍ້ງ ແລະ ຄຸນນະພາບຮັບໃຊ້ປະຊາຊົນ, ວິສາຫະກິດ. ອີງຕາມພາລະໜ້າທີ່ຂອງແຕ່ລະຫົວໜ່ວຍຕ້ອງເປັນເຈົ້າການຈັດຕັ້ງຜັນຂະຫຍາຍ”.
ທ່ານ ເລຫາຍຮວ່າ ປະທານຄະນະກຳມະການປະຊາຊົນແຂວງ ກວາບັງ, ເນັ້ນໜັກວ່າ:
“ຄວາມຮຽກຮ້ອງວາງອອກແມ່ນຕ້ອງພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ມຸ່ງໄປເຖິງເປົ້າໝາຍເຕີບໂຕສອງຕົວເລກໃນແງ່ມູມແຫ່ງຊາດ. ສຳລັບແຂວງ ກາວບັງ, ນີ້ທັງແມ່ນຄວາມສະດວກທັງເປັນສິ່ງທ້າທາຍ; ກ່ອນອື່ນໝົດຕ້ອງປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຮັບປະກັນການຈັດຕັ້ງປະຕິບັດ, ແບ່ງຂັ້ນ, ແບ່ງສິດອຳນາດໄດ້ປະຕິບັດຢ່າງຂ້ຽວຂາດ ແຕ່ມີການຄວບຄຸມ”.
96 ປີນຳພາການປະຕິວັດແມ່ນເສັ້ນທາງພັກກອມມູນິດ ຫວຽດນາມ ຢັ້ງຢືນວ່າ ບົດບາດສຳຄັນ ບໍ່ພຽງແຕ່ດ້ວຍແນວທາງຖືກຕ້ອງເທົ່ານັ້ນ ຫາກຍັງດ້ວຍຄວາມສາມາດຈັດຕັ້ງປະຕິບັດໃນຕົວຈິງ. ບັນດາຜົນງານໄດ້ຊີ້ໃຫ້ເຫັນຢູ່ ຫວຽດນາມ, ມີພຽງແຕ່ພັກກອມມູນິດ ຫວຽດນາມ ເທົ່ານັ້ນ ຈຶ່ງມີຄວາມສາມາດນຳພາປະຊາຊົນສ້າງຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ, ເສລີພາບ; ຜົນປະໂຫຍດຂອງປະຊາຊົນຕິດພັນກັບພາລະກິດຂອງພັກ./.