ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອໃຫ້ ສັນຍາມີຜົນບັງຄັບໃຊ້ໂດຍໄວ; ສົ່ງເສີມວິສາຫະກິດ, ກອງທຶນລົງທຶນຂອງ ສະວິດ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ
ທ່ານເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບສົນທະນາກັບທ່ານ Guy Parmelin, ປະທານາທິບໍດີ ສະວິດ. (ພາບ: VNA)
ຕອນບ່າຍວັນທີ 17 ຕຸລາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບສົນທະນາກັບທ່ານ Guy Parmelin, ປະທານາທິບໍດີ ສະວິດ, ໃນຂອບເຂດທ່ານປະທານາທິບໍດີ ສະວິດ ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອໃຫ້ ສັນຍາມີຜົນບັງຄັບໃຊ້ໂດຍໄວ; ສົ່ງເສີມວິສາຫະກິດ, ກອງທຶນລົງທຶນຂອງ ສະວິດ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ: ການເງິນ - ທະນາຄານ, ອຸດສາຫະກຳຜະລິດ, ເຕັກໂນໂລຊີຊີວະພາບ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ ສະວິດ ແບ່ງປັນບົດຮຽນ, ໜູນຊ່ວຍພັດທະນາສູນກາງການເງິນສາກົນຢູ່ ຫວຽດນາມ, ຊຸກຍູ້ການເຊື່ອມຕໍ່ກັບບັນດາສູນການເງິນໃຫຍ່ໃນໂລກ.
ສ່ວນທ່ານປະທານາທິບໍດີ Guy Parmelin ໃຫ້ຮູ້ວ່າ ຄະນະຜູ້ແທນທີ່ມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ລວມມີວິສາຫະກິດ ແລະ ນັກວິທະຍາສາດ ສະວິດ ເປັນຈຳນວນຫຼາຍ, ເຊິ່ງສະແດງໃຫ້ເຫັນຄວາມສົນໃຈ ແລະ ຄວາມຄາດຫວັງອັນຍິ່ງໃຫຍ່ຕໍ່ຄວາມສາມາດບົ່ມຊອນການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານາທິບໍດີໄດ້ສະເໜີເຊື່ອມຕໍ່ສູນ Crypto Valley ຂອງ ສະວິດ ກັບລະບົບນິເວດນະວັດຕະກຳຂອງ ຫວຽດນາມ, ຊຸກຍູ້ການຮ່ວມມືໃນດ້ານ blockchain, ປັນຍາປະດິດ (AI), ເຕັກໂນໂລຊີ quantum.