ຂ່າວສານ

ເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ ຫວຽດນາມ - ສະຫະພັນ ລັດເຊຍ

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງລາຍການແມ່ນພິທີມອບເອກະສານການຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດຂອງ 2 ປະເທດ
(ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້​ເປັນສັກຂີພິຍານພິທີມອບເອກະສານການຮ່ວມມື)

ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ ເລ​ມິນ​ຮຶງ, ນາ​ຍົ​ກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ລັດ​ເຊຍ, ວັນ​ທີ 17 ມິ​ຖຸ​ນາ, ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ, ສະ​ມາ​ຄົມສົ່ງ​ອອກ - ນຳ​ເຂົ້າ​ ສະ​ຫະ​ພັນ ລັດ​ເຊຍ ແລະ ບໍ​ລິ​ສັດ​ການ​ບິນ Vietjet ໄດ້​ຈັດ​ລາຍ​ການ​ເຊື່ອ​ມ​ຕໍ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ​ສຳ​ເລັດ. ເຫດ​ການ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແລະ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັບ​ວິ​ສາ​ຫະ​ກິດ ​ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍກວ່າ 100 ແຫ່ງ.

ໜຶ​່ງ​ໃນ​ບັນ​ດາ​ຈຸດ​ພົ້​ນ​ເດັ່ນ​ຂອງ​ລາຍ​ການ​ແມ່ນ​ພິ​ທີ​ມອບ​ເອ​ກະ​ສານ​ການ​ຮ່ວມ​ມື​ຫຼາຍ​ສະ​ບັບ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ ດ້ວຍການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແລະ ການ​ນຳ​ຂັ້ນ​ສູງ 2 ຝ່າຍ. ທີ່​ເຫດ​ການ​ໄດ້​ຈັດ​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ທີ່​ໄດ້​​ຮັບ​ການລົງ​ນາມ​ໃນ​ບັນ​ດາ​ຂົງ​ເຂດ​ໜູນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ ຊຸກ​ຍູ້​ການ​ຮ່ວມ​ມືດ​້ານ​ການ​ຄ້າ ແລະ ການ​ລົງ​ທຶນ; ພະ​ລັງ​ງານ ແລະ ວິ​ທະ​ຍາ​ສາດເຕັກໂນໂລຊີ​ (ລະ​ຫວ່າງ Petrovietnam ແລະ Novatek); ພ້ອມ​ທັງ, ກໍປະ​ກາ​ດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​​ວ່າດ້ວຍການ​ຮ່ວມ​ມືຫຼາຍ​ສະ​ບັບ​ໃນ​ຂົງ​ເຂດ​ພະ​ລັງ​ງານ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ສາ​ທາ​ລະ​ນະ​ສຸກ, ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ.

ໃນ​ຂອບ​ເຂດ​ຂອງ​ເວ​ທີ​ປາ​ໄສ, ບໍ​ລິ​ສັດ​ການ​ບິນ Vietjet ໄດ້​ປະ​ກາດ​ແຜນ​ການ​ເປີດ 3 ສາຍ​ການ​ບິນໃໝ່​ທີ່​ເຊື່ອມ​ຕໍ່​ບັນ​ດາ​ນະ​ຄອນ​ຂອງ​ ຫວຽດ​ນາມ ແມ່ນ ດ່ານັ້ງ, ຍາ​ຈາງ ກັບນະ​ຄ​ອນ​ຫຼວງ Moscow ແລະ 2 ນະ​ຄອນ Kazan ແລະ Novosibirsk.


top