ບັນດາແບບຢ່າງຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ບໍ່ພຽງແຕ່ບໍລິຈາກເລືອດເປັນຫຼາຍຄັ້ງເທົ່ານັ້ນ, ຫາກນັບທັງບັນດາຜູ້ມີນ້ຳໃຈອັນສູງສົ່ງຈາກເຂດຫ່າງໄກສອກຫຼີກ
ພິທີເຊີດຊູບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນ (ພາບ: Vietnam+)
ວັນທີ 05 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໄດ້ສົມທົບກັບສະພາກາແດງ ຫວຽດນາມ ແລະ ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ຈັດພິທີເຊີດຊູບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນໃນທົ່ວປະເທດປີ 2025.
ທີ່ິພິທີ, ຄະນະຈັດຕັ້ງໄດ້ເຊີດຊູຜູ້ແທນ 100 ຄົນ, ເປັນຜູ້ບໍລິຈາກເລືອດ ແລະເມັດເລືອດ 4.800 ຖົງ. ບັນດາແບບຢ່າງຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ບໍ່ພຽງແຕ່ບໍລິຈາກເລືອດເປັນຫຼາຍຄັ້ງເທົ່ານັ້ນ, ຫາກນັບທັງບັນດາຜູ້ມີນ້ຳໃຈອັນສູງສົ່ງຈາກເຂດຫ່າງໄກສອກຫຼີກ, ຈາກບັນດາກຳລັງປະກອບອາວຸດ, ຂະແໜງສາທາລະນະສຸກ, ວິສາຫະກິດ, ຮາກຖານການສຶກສາ, ຜູ້ມີເລືອດຫາຍາກ… ປີ 2024, ທົ່ວປະເທດໄດ້ຂົນຂວາຍ ແລະ ຮັບເລືອດເກືອບ 1,75 ລ້ານຖົງ, ເທົ່າກັບຈຳນວນພົນລະເມືອງເຂົ້າຮ່ວມການບໍລິຈາກເລືອດກວ່າ 1,7%.