ຂ່າວສານ

ເຊີດຊູນຳ້ໃຈມິດຕະພາບອັນຍືນຍົງ ແລະ ການຮ່ວມມືອັນແໜ້ນແຟ້ນ ຫວຽດນາມ - ໄທ

ຕອນຄ່ຳ​ວັນ​ທີ 18 ສິງ​ຫາ​, ຢູ່ ບາງ​ກອກ (ປະ​ເທດ​ໄທ​), ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງ​ວັນ​ຊາດ ສສ ຫວຽດ​ນາມ (2/9/1945 – 2/9/2026) ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ (1976 – 1926).
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸ່ງ ກ່າວຄຳເຫັນທີ່ພິທີ (ພາບ: VNA)  

ກ່າວ​ຄຳ​ເຫັນ​ທ່ີ​ພິ​ທີ​, ທ່ານ ຟ້າມ​ຫວຽດ​ຮຸ່ງ​, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໄທ ໃຫ້​ຮູ້​ວ່າ​: ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງ​ວັນ​ສະ​ຖາ​ປະ​ນາ​ປະ​ເທດ​ຊາດ​ແມ່ນ​ຂີດ​ໝາຍປີ​ສຳ​ຄັນສຳ​ລັບ ຫວຽດ​ນາມ ເມື່ອ​ປະ​ເທດຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ XIV ຢ່າງ​ສຳ​ເລັດຜົນ, ເລືອກ​ຕັ້ງ​ຄະ​ນະ​ການ​ນຳ​ໃໝ່ ແລະ ວາງ​ອອກ​ບັນ​ດາ​ການ​ກຳ​ນົດ​ທິ​ດ​ໃໝ່​ໃຫ້​ແກ່​ເສັ້ນ​ທາງ​ແຫ່ງ​ການພັດ​ທະ​ນາ​ໃນ​ທົດ​ສະ​ວັດທີ່​ຈະ​ມາ​ເຖິງ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ​: 50 ປີ​ຜ່ານ​ມາ ໄດ້​ເຫັນ​ປະ​ຈັກ​ຕາ​ການ​ພັດ​ທະ​ນາຢ່າງຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ​, ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ແລະ ມີຄວາມ​ວັດ​ທະ​ນາ​ຖາ​ວອນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸ່ງ ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດແມ່ນ​ເພື່ອນ​ມິດ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​, ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ແລະ ແມ່ນ​ຄູ່​ຮ່ວມ​ມື​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ກັນ​.

​ສ່ວນ​ທ່ານ ວິຊາວັດ ອິດສະຣະພັກດີ, ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ, ຢັ້ງ​ຢືນ​ວ່າ​ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ໄດ້​ຕີ​ລາ​ຄາ ໂດຍ​ອີງ​ຕາມ​ເລື່ອງ​ລັດ​ຖະ​ບານ​ສອງ​ປະ​ເທດ​ປະ​ຕິ​ບັດ​ເທົ່າ​ນັ້ນ​, ຫາກ​ນັບ​ມື້​ນັບ​ໄດ້​ສ່ອງ​ແສງ​ຜ່ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນອີກ​ດ້ວຍ​. ດັ່ງ​ນັ້ນ​, ສອງ​ປະ​ເທດຄວນ​ສືບ​ຕໍ່​ພາປະ​ຊາ​ຊົນ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ສອງ​ຝ່າຍ​ໃຫ້ຫຍັບ​ມໍ່​ເຂົ້າໃກ້​ກັນ​ກວ່າ​ອີກ​, ສ້າງ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຄົມ​ພ້ອມ​ກັນ​ຮ່ວມ​ມືຫຼາຍກ​ວ່າ​ອີ​ີກ.


top