ນະຄອນ ຝູ໋ກວັກ ໃນປະຈຸບັນ ໄດ້ທຳມະຊາດປະທານໃຫ້ຊັບພະຍາກອນພິເສດຫຼາຍຊະນິດ, ທັງຢູ່ເທິງພູ ທັງຢູ່ໃນທ້ອງທະເລ, ຊຶ່ງໂດດເດັ່ນກວ່າໝູ່ແມ່ນໄຂ່ມຸກ-ຂອງຂວັນໜຶ່ງຈາກມະຫາສະໝຸດ, ຜ່ານຂະແໜງການປູກລ້ຽງ ແລະ ຜະລິດເຄື່ອງສຳອາງດ້ວຍໄຂ່ມຸກ ທີ່ມີຫຼາຍປີຢູ່ທ້ອງຖິ່ນ. ໃນນັ້ນ ຕ້ອງເວົ້າເຖິງເຄື່ອງໝາຍການຄ້າ “ໄຂ່ມຸກ ຫງອກຮ່ຽນ”, ວິສາຫະກິດແຫ່ງທຳອິດປູກລ້ຽງໄຂ່ມຸກຢູ່ເທິງເກາະ ຝູ໋ກວັກ, ແຂວງ ກຽນຢາງ, ເຖິງປັດຈຸບັນ ໄດ້ມີກວ່າ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. 
	
	ບໍລິສັດ MTV ໄຂ່ມຸກ ຫງອກຮ່ຽນ ມີນິຄົມລ້ຽງຫອຍກວ້າງເອົາໄຂ່ມຸກ ດ້ວຍເນື້ອທີ່ເກືອບ 500 ເຮັກຕາເທິງໜ້ານຳ້ທະເລ, ຄິດສະເລ່ຍຈະເກັບໄຂ່ມຸກໄດ້ປະມານ 500.000 ເມັດຕໍ່ປີ, ໄດ້ຮູ້ເຖິງເປັນນິຄົມປູກລ້ຽງໄຂ້ມຸກຂະໜາດໃຫຍ່ກວ່າໝູ່ຢູ່ເທິງເກາະ. 
	
	
		
			
				|  ຈາກການສ້າງຕັ້ງ ແລະ ພັດທະນາມາເປັນເວລາກວ່າ 20 ປີ, ໄຂ່ມຸກ ຫງອກຮ່ຽນ ຢືນຢັນໄດ້ເຄື່ອງໝາຍການຄ້າ ແລະ ຄຸນນະພາບຂອງຕົນໃນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
 
 
						
						
							 ຫງອກຮ່ຽນ ມີນິຄົມລ້ຽງຫອຍກວ້າງເອົາໄຂ່ມຸກ ດ້ວຍເນື້ອທີ່ເກືອບ 500 ເຮັກຕາເທິງໜ້ານຳ້ທະເລ, ຄິດສະເລ່ຍຈະເກັບໄຂ່ມຸກໄດ້ປະມານ 500.000 ເມັດຕໍ່ປີ, ໄດ້ຮູ້ເຖິງເປັນນິຄົມປູກລ້ຽງໄຂ້ມຸກຂະໜາດໃຫຍ່ກວ່າໝູ່ຢູ່ເທິງເກາະ.. 
								 ໄຂ່ມຸກ ຫງອກຮ່ຽນ ໄດ້ເຊີນບັນດານັກຊ່ຽວຊານມາຈາກ ຍີ່ປຸ່ນ ເພື່ອຮ່ວມງານໃນຂັ້ນຕອນການຝັງໄຂ່ມຸກໃສ່ຫອຍກວ້າງ ຕາມເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝ, ຕິດຕາມ ແລະ ເບິ່ງແຍງດູແລຫອຍກວ້າງ ເພື່ອໃຫ້ມີບັນດາເມັດໄຂ່ມຸກດີທີ່ສຸດ. 
									 ເກັບໄຂ່ມຸກ ຈາກຫອຍກວ້າງ. 
										 ການຜະລິດໄຂ່ມຸກ. 
											 ຜະລິດຕະພັນທີ່ໄດ້ເຮັດດ້ວຍເປືອກຫອບກວ້າງ. 
												 ຜະລິດຕະພັນສາຍແຂນທີ່ເຮັດດ້ວຍໄຂ່ມຸກ. | 
		
	
	
	ເພື່ອໃຫ້ ໄຂ່ມຸກ ມີຄຸນນະພາບສູງ, ໄຂ່ມຸກ ຫງອກຮ່ຽນ ໄດ້ເຊີນບັນດານັກຊ່ຽວຊານມາຈາກ ຍີ່ປຸ່ນ ເພື່ອຮ່ວມງານໃນຂັ້ນຕອນການຝັງໄຂ່ມຸກໃສ່ຫອຍກວ້າງ ຕາມເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝ, ຕິດຕາມ ແລະ ເບິ່ງແຍງດູແລຫອຍກວ້າງ ເພື່ອໃຫ້ມີບັນດາເມັດໄຂ່ມຸກດີທີ່ສຸດ.
	 
	ປັດຈຸບັນ, ບໍລິສັດ ໄຂ່ມຸກ ຫງອກຮ່ຽນ ພວມມີ 4 ປະເພດຜະລິດຕະພັນໄຂ່ມຸກ ຄື: Tahiti, South Sea, AkoyaແລະMabe, ນອກຈາກນັ້ນ ຍັງມີເຄື່ອງສຳອາງ ຫຼາຍຊະນິດໄດ້ເຮັດດ້ວຍ ໄຂ່ມຸກ ຄື: ສາຍຄໍ, ສາຍແຂນ, ໜ້າສາຍຄໍ, ແຫວນ, ຕຸ້ມຫູ, ໂມງ ຖືເຄື່ອງໝາຍການຄ້າ ຫງອກຮ່ຽນ ລ້ວນແຕ່ເປັນປະເພດຜະລິດຕະພັນຊັ້ນນຳ, ເຊີດຊູ ແລະ ເຮັດໃຫ້ຄວາມງາມ ແລະ ນິໄສອັດຕະບຸກຄົນຂອງຜູ້ນຳໃຊ້ ເດັ່ນຂຶ້ນ, ພິເສດແມ່ນຄວາມງາມຂອງແມ່ຍິງ.
	 
	ຄຽງຂ້າງນັ້ນ, ໄຂ່ມຸກ ຫງອກຮ່ຽນ ຍັງເປັນຮາກຖານແຫ່ງ ທຳອິດຢູ່ແຂວງ ກຽນຢາງ ບັນລຸມາດຖານ ຮັບໃຊ້ນັກທ່ອງທ່ຽວ, ຈາກນັ້ນ ຊຶ່ງກໍ່ສ້າງຮູບແບບການທ່ອງທ່ຽວ ໄປຊົມທ່ຽວຂັ້ນຕອນການຜະລິດໄຂ່ມຸກ, ປະກອບສ່ວນເຮັດໃຫ້ບັນດາບໍລິການທ່ອງທ່ຽວຢູ່ ຝູ໋ກວັກ ມີຫຼາຍຮູບຫຼາຍແບບກວ່າ.
	 
	ຫ້ອງວາງສະແດງມີເນື້ອທີ່ເກືອບ 4.000 m²ທີ່ຕາແສງ ເຢືອງເຕີ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ, ດຶງດູດນັກທ່ອງທ່ຽວຈຳນວນຫຼາຍເມື່ອມາຍັງ ຝູ໋ກວັກ. ນັກທ່ອງທ່ຽວຈະໄດ້ພະນັກງານຂອງ ຫງອກຮ່ຽນ ພາໄປຢ້ຽມຢາມ ແລະ ແນະນຳໃຫ້ຮູ້ກ່ຽວກັບຂັ້ນຕອນການປູກລ້ຽງ, ການຜະລິດ ໄຂ່ມຸກ ແລະ ບັນດາປະເພດຜະລິດຕະພັນ ຊຶ່ງ ຫງອກຮ່ຽນ ພວມຜະລິດ. ສິ່ງດັ່ງກ່າວ ຈະຊ່ວຍເຮັດໃຫ້ນັກທ່ອງທ່ຽວ ມີຄວາມຮູບຮູ້ຢ່າງຈະແຈ້ງ ກ່ຽວກັບອາຊີບລ້ຽງຫອຍກວ້າງ ເພື່ອເອົາໄຂ່ມຸກ, ກໍ່ຄືຄວາມພິຖີພິຖັນ, ຄວາມລະອຽດລະອໍ ໃນການຜະລິດບັນດາຜະລິດຕະພັນດ້ວຍໄຂ່ມຸກ. 
	
	
		
			
				|  
 
 
						  
							 ສາຍຄຳ ໄດ້ເຮັດດ້ວຍ ໄຂ່ມຸກ ຖືເຄື່ອງໝາຍການຄ້າ ຫງອກຮ່ຽນ ເປັນລະດັບຊັ້ນນຳ, ເຊີດຊູ ແລະ ເຮັດໃຫ້ຄວາມ ງາມ ແລະ ນິໄສອັດຕະບຸກຄົນຂອງຜູ້ນຳໃຊ້ ເດັ່ນຂຶ້ນ, ພິເສດແມ່ນຄວາມງາມຂອງແມ່ຍິງ.
 
								 ຕຸ້ມຫູ ສຳລັບໃຫ້ແກ່ຜູ້ຍິງ. 
									 ໜ້າສາຍຄໍ ມີລາຄາກວ່າ 90 ລ້ານດົ່ງ. 
										 ຫ້ອງວາງສະແດງມີເນື້ອທີ່ເກືອບ 4.000 m²ທີ່ຕາແສງ ເຢືອງເຕີ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ, ດຶງດູດນັກທ່ອງທ່ຽວຈຳນວນຫຼາຍເມື່ອມາຍັງ ຝູ໋ກວັກ.
 
											 ມາຍັງເກາະ ຝູ໋ກວັກ, ນັກທ່ອງທ່ຽວ ຢ່າລືມເລືອກຊື້ ເຄື່ອງສຳອາງ ທີ່ເຮັດດ້ວຍໄຂ່ມຸກ, ເຄື່ອງໝາຍການຄ້າ, ຜະລິດຕະພັນພິເສດຂອງ ຝູ໋ກວັກ. | 
		
	
	
	
		
			
				| ໄຂ່ມຸກ ຫງອກຮ່ຽນ ມີກຽດທີ່ໄດ້ຮັບລາງວັນຈຳນວນໜຶ່ງຄື: ຜະລິດຕະພັນມີຄຸນນະພາບປີ 2005
 ຂັນຄຳ ວິສາຫະກິດ ຫວຽດນາມ ປີ 2010
 ວິສາຫະກິດ ແລະ ນິຄົມ ເພື່ອການພັດທະນາຊາວກະສິກອນ ຫວຽດນາມ, ແບບແຜນນັກທຸລະກິດປີ 2011.
 ຂັນຄຳ ຜະລິດຕະພັນ VAC (ລະບົບການຜະລິດກະສິກຳລວມມີ: ສວນ-ປູກຝັງ; ໜອງ-ລ້ຽງປາ; ນິຄົມ-ລ້ຽງສັດ) ປອດໄພ 2012.
 
 
						ໃນປີ 2020, ວິສາຫະກິດດັ່ງກ່າວ ໄດ້ນຳໃຊ້ຈຳນວນເງິນ 100 ລ້ານດົ່ງ ພ້ອມກັບທະຫານປ້ອງກັນຊາຍແດນແຂວງ ກຽນຢາງ ປະຕິບັດການປ້ອງກັນ, ຕ້ານໂຄວິດ-19,ມອບຂອງຂວັນກວ່າ 200 ຊຸດໃຫ້ແກ່ຜູ້ຂາຍບັດຫວຍ ທີ່ອາໄສເທິງເກາະ ຝູ໋ກວັກ, ແຂວງ ກຽນຢາງ.  |