ອາຫານການກິນ

ເຂົ້າໜົມໝາກພ້າວ ເບ໋ນແຈ - ການອະນຸລັກ ອາຊີບຫັດຖະກໍາ ອັນເປັນມູນເຊື້ອ

ແສງອາທິດອ່ອນໆ ຈາກເຂດສາມຫຼ່ຽມ ປາກແມ່ນໍ້າຂອງ ໄດ້ສອດ ສ່ອງລົງມາຍັງແມ່ນໍ້າ ແລະ ລອດຜ່ານຮົ່ມເງົາ ຂອງຕົ້ນໝາກພ້າວ ທ່ີຮົ່ມເຢັນ ດິນແດນ ເບ໋ນແຈ ໃນເມື່ອກ່ອນ, ປັດຈຸບັນໄດ້ໂຮມເຂົ້າ ກັບ ແຂວງ ຫວິ໊ງລອງ, ແຕ່ຍັງຄົງຮັກສາ ການເຮັດເຂົ້າໜົມໝາກ ພ້າວ ອັນເປັນມູນເຊື້ອ ທ່ີສືບທອດກັນມາ ຜ່ານຫຼາຍເສັ່ນຄົນ. ຈາກ ເຮືອນຫຼັງນ້ອຍໆ ແຄມລໍາຄອງສາຍຕ່າງໆ, ກິ່ນຫອມຂອງ ເຂົ້າ ໜົມໝາກພ້າວ ລອຍໄປຕາມສາຍລົມ ເບົາໆ, ພາໃຫ້ຄິດເຖິງ ບັນຍາກາດ ຂອງ ບຸນປີໃໝ່ ປະຈໍາຊາດ, ການປຸ້ມລຸມກັນ ແລະ ຮູບພາບ ຂອງ ເຂດຊົນນະບົດ ທີ່ສະຫງົບສຸກ.

ແສງອາທິດອ່ອນໆ ຈາກເຂດສາມຫຼ່ຽມ ປາກແມ່ນໍ້າຂອງ ໄດ້ສອດ ສ່ອງລົງມາຍັງແມ່ນໍ້າ ແລະ ລອດຜ່ານຮົ່ມເງົາ ຂອງຕົ້ນໝາກພ້າວ ທ່ີຮົ່ມເຢັນ ດິນແດນ ເບ໋ນແຈ ໃນເມື່ອກ່ອນ, ປັດຈຸບັນໄດ້ໂຮມເຂົ້າ ກັບ ແຂວງ ຫວິ໊ງລອງ, ແຕ່ຍັງຄົງຮັກສາ ການເຮັດເຂົ້າໜົມໝາກ ພ້າວ ອັນເປັນມູນເຊື້ອ ທ່ີສືບທອດກັນມາ ຜ່ານຫຼາຍເສັ່ນຄົນ. ຈາກ ເຮືອນຫຼັງນ້ອຍໆ ແຄມລໍາຄອງສາຍຕ່າງໆ, ກິ່ນຫອມຂອງ ເຂົ້າ ໜົມໝາກພ້າວ ລອຍໄປຕາມສາຍລົມ ເບົາໆ, ພາໃຫ້ຄິດເຖິງ ບັນຍາກາດ ຂອງ ບຸນປີໃໝ່ ປະຈໍາຊາດ, ການປຸ້ມລຸມກັນ ແລະ ຮູບພາບ ຂອງ ເຂດຊົນນະບົດ ທີ່ສະຫງົບສຸກ.

ຂັ້ນຕອນການຄັດເລືອກໝາກພ້າວ ຢູ່ສະຖານທີ່ຜະລິດ ເຂົ້າໜົມໝາກພ້າວເອກະຊົນ ແທັງແທັງ (ຕາແສງ ເລືອງຮວ່າ, ແຂວງ ຫວິ໊ງລອງ). ພາບ: ເຊີນເຫງ໊ຍ/VNP

ເບ໋ນແຈ ເປັນທ່ີຮູ້ຈັກກັນມາດົນນານນານ ແລ້ວວ່າ ແມ່ນຖິ່ນກໍາ ເກີດ ຂອງ ຕົ້ນພ້າວ, ແມ່ນບ່ອນທີ່ໝາກພ້າວ ປະກົດຕົວຢູ່ໃນ ທຸກ ຈອກ ທຸກແຈ ຂອງ ການດໍາລົງຊີວິດ ປະຈໍາວັນ. ນັບແຕ່ລໍາຕົ້ນ, ໃບ, ກະໂປ້ ໝາກພ້າວ ໄປຈົນເຖິງນໍ້າ ແລະ ນວນໝາກພ້າວ ລ້ວນ ແຕ່ໄດ້ຖືກນໍາໃຊ້ຢ່າງກຸ້ມຄ່າ. ໜຶ່ງໃນຈໍານວນນັ້ນ ແມ່ນໃຊ້ເຮັດ ເຂົ້າໜົມໝາກພ້າວ ຊຶ່ງແມ່ນ ຂອງ ກິນພື້ນບ້ານ ທີ່ໄດ້ປຸງແຕ່ງ ມາ ຈາກແຫຼ່ງວັດຖຸດິບ ທີ່ມີຢ່າງຫຼວງຫຼາຍ ຊຶ່ງເປັນ “ຂອງໃນບ້ານ ຫວ້ານໃນສວນ” ຂອງ ຊຸມຊົນເຂດ ແມ່ນນໍ້ລໍາເຊ ແຫ່ງນີ້.                 

 
ຂັ້ນຕອນການປຸງແຕ່ງວັດຖຸດິບໝາກພ້າວເບື້ອງຕົ້ນ ເພື່ອເຮັດ ເຂົ້າໜົມ. ພາບ: ເຊີນເຫງ໊ຍ/VNP

ສິ່ງປະກອບຫຼັກ ເພື່ອເຮັດເຂົ້າໜົມ ໝາກພ້າວ ແມ່ນນວນໝາກ ພ້າວ ຊຶ່ງໄດ້ຮັບການເລືອກເຟັ້ນ ມາຈາກສວນໝາກພ້າວຕ່າງໆ. ໝາກພ້າວ ທີ່ໃຫ້ນວນພໍດີ, ບໍ່ອ່ອນ ແລະ ບໍ່ແກ່ເກີນໄປ. ເມື່ອຖືກ ແຍກອອກ ຈາກເປືອກແລ້ວ ຈະຖືກຂູດເປັນເສັ້ນຍາວໆ ບາງໆ, ໂຄ້ງເລັກນ້ອຍ, ຈາກນັ້ນລ້າງດ້ວຍນໍ້າ ຫຼາຍເທື່ອ ຈົນນໍ້າໃສ ເພື່ອ ໃຫ້ ນໍ້າມັນຫຼຸດລົງເທົ່າທີ່ໄດ້ ທັງຍັງຮັກສາ ສີຂາວໄວ້ໄດ້. ຂັ້ນຕອນ ທີ່ຄິດວ່າ ງ່າຍ ນັ້ນ ພັດຮຽກຮ້ອງ ຄວາມພິຖີພິຖັນ ກໍຄື ປະສົບການ ຂອງ ຜູ້ປະກອບການ.  

ເທິງເຕົາໄຟ ທີ່ໃຊ້ຟືນເປັນເຊື້ອເພີງ, ໝໍ້ກະທະ ເຂົ້າໜົມໝາກ ພ້າວ ທ່ີໃຊ້ໄຟອ່ອນໆ ແລະ ຄົນຢ່າງອົດທົນ, ສະໝໍ່າສະເໝີ ເພື່ອ ໃຫ້ຄວາມຫວານຊືມເຂົ້າ ເສັ້ນໝາກພ້າວແຕ່ລະເສັ້ນ. ເມື່ອນໍ້າ ເຊື່ອມລະເຫີຍໄປ, ເສັ້ນໝາກພ້າວ ຈະແຫ້ງ ແລະ ຖືກປົກຄຸມໄປ ດ້ວຍສີຂາວ ຂອງ ນໍ້າຕານ, ສົ່ງກິ່ນຫອມ ມັນໆ. ຜະລິດຕະພັນ ທີ່ ໄດ້ມາດຖານ ສະແດງອອກ ໃນເມື່ອເຂົ້າໜົມ ແຕ່ລະເສັ້ນບໍ່ຕິດ ກັນ, ອ່ອນ, ແຫ້ງ ແລະ ຮັກສາໄວ້ໄດ້ລົດຫວານ ແບບອ່ອນໆ ເອົາ ໄວ້ໄດ້.

 
ຂັ້ນຕອນການເຊື່ອມ (ຄົນ) ເຂົ້າໜົມໝາກພ້າວ ຮຽກຮ້ອງ ໃຫ້ມີຄວາມລະອຽດລະອໍ ແລະ ຄ່ອງແຄ່ວ ເພື່ອບໍ່ໃຫ້ໝາກພ້າວໄໝ້ ຍ້ອນໄຟແຮງເກີນໄປ. ພາບ: ເຊີນເຫງ໊ຍ/VNP

ແມ່ເຖົ້າ ຫວໍ໊ຖຸຍ ໃຫ້ຮູ້ວ່າ ຢູ່ຕາແສງ ຢົ່ງຈົມ (ແຂວງ ຫວິ໊ງລອງ), ເຂົ້າໜົມ ໝາກພ້າວ ແຊບທີ່ສຸດ ເມື່ອເຊື່ອມດ້ວຍຟືນ. ການ ເບິ່ງ ເວລາ ແລະ ຄົນໃຫ້ທົ່ວ ຈະຊ່ວຍໃຫ້ ເສັ້ນໝາກພ້າວ ສຸກພໍດີ, ມີ ຄວາມໜຽວ, ອ່ອນ ແລະ ສີສັນສະເໝີກັນ. ຄອບຄົວຂອງເພິ່ນ ມັກ ເຮັດຂະໜົມ ຍາມບຸນປີໃໝ່ ປະຈໍາຊາດ, ຕົ້ນຕໍແມ່ນຕາມ ການສັ່ງ ຊື້ຈາກບ້ານໃກ້ເຮືອນຄຽງ ແລະ ລູກຄ້າ ຂາປະຈໍາ. ສະເລັ່ຍແຕ່ ລະມື້, ແມ່ເຖົ້າໃຊ້ ນວນໝາກພ້າວ ປະມານ 30-50 ກິໂລ ເພື່ອ ເຮັດເຂົ້າໜົມ ສົ່ງຂາຍ ໃນຕະຫຼາດ.

 
ເຂົ້າໜົມທີ່ເຮັດສຳເລັດແລ້ວ ຈະຖືກນຳມາຊັ່ງນ້ຳໜັກ, ຫຸ້ມຫໍ່ ແລະ ຕິດສະຫຼາກຢ່າງລະອຽດ. ພາບ: ເຊີນເຫງ໊ຍ/VNP

ໄປພ້ອມໆ ກັບຄວາມຕ້ອງການ ທ່ີນັບມື້ນັບຫຼາກຫຼາຍຮູບແບບ, ເຂົ້າໜົມໝາກພ້າວ ທຸກວັນນີ້ ບໍ່ພຽງແຕ່ມີສີຂາວ ແບບດັ່ງເດີມ, ແຕ່ຍັງໄດ້ປຸງແຕ່ງ ດ້ວຍຫຼາຍສີທໍາມະຊາດຄື ສີຂຽວອ່ອນຂອງ ໃບເຕີຍ, ສີສົ້ມ ຂອງ ໝາກເຂົ້າ, ສີມ່ວງ ຂອງ ເຜືອກມັນ, ສີກາເຟ, ກາກາວ. ສີສັນ ທັງໝົດທີ່ກົມກຽວກັນນັ້ນ ເຮັດໃຫ້ເຂົ້າໜົມໝາກ ພ້າວ ມີຢູ່ຢ່າງອຸດົມສົມບູນ, ພ້ອມກັນນັ້ນ ກໍສະແດງໃຫ້ເຫັນເຖິງ ຄວາມຄ່ອງແຄ່ວ ຂອງ ຜູ້ປະກອບການ.  

ຈາກເຮືອນຄົວ ຂອງ ບັນດາຄອບຄົວ, ເຂົ້າໝົມໝາກພ້າວ ເບ໋ນ ແຈ ໄດ້ກາຍເປັນຜະລິດຕະພັນ ທີ່ເປັນສັນຍະລັກ ຂອງທ້ອງຖິ່ນ. ໝູ່ບ້ານອາຊີບ ກໍຄືພື້ນຖານການຜະລິດ ທີ່ເຄີຍມີມາ ຢູ່ຫຼາຍແຫ່ງ ຍັງຄົງຮັກສາ ອາຊີບການເຮັດເຂົ້າໜົມໝາກພ້າວໄວ້ຢ່າງງຽບໆ, ອັນໄດ້ສ້າງເປັນວິທີຫາລ້ຽງຊີບທີ່ໝັ້ນຄົງໃຫ້ປະຊາຊົນ. ຜະລິດຕະພັນ ເມື່ອ ສໍາເລັດຮູບ ໄດ້ຮັບການເອົາໃຈໃສ່ ຫຼາຍກວ່າ ໃນການຫຸ້ມຫໍ່, ກາຍ ເປັນຂອງຕ້ອນ ທີ່ມີລົດຊາດສະເພາະ ຂອງ ແດນໝາກພ້າວ ສົ່ງ ໄປພູມີພາກອື່ນໆ ອີກຫຼາຍແຫ່ງ.

ເຂົ້າໜົມໝາກພ້າວ ແມ່ນໜຶ່ງໃນບັນດາອາຫານວ່າງ ເພື່ອຕ້ອນຮັບ ແຂກໃນໂອກາດບຸນປີໃໝ່ປະເພນີ, ກິນໄປພ້ອມກັບການດື່ມ ນ້ຳຊາຮ້ອນໆ ແລະ ສົນທະນາເລື່ອງລາວ  ທີ່ມ່ວນຊື່ນ ໃນຕົ້ນລະດູບານໃໝ່, ເຊິ່ງແມ່ນເອກະລັກທາງວັດທະນະທຳ ຂອງປະຊາຊົນເຂດທົ່ງພຽງແມ່ນ້ຳຂອງ. ພາບ: ເຊີນເຫງ໊ຍ/VNP
ການດື່ມນ້ຳຊາຮ້ອນໆ ພ້ອມກັບກິນເຂົ້າໜົມໝາກພ້າວ ທີ່ມີລົດຊາດຫວານຫອມ ໃນຕອນເຊົ້າ ແມ່ນຄວາມຊິນເຄີຍ ຂອງຫຼາຍຄົນ ທີ່ອາໄສຢູ່ເຂດທົ່ງພຽງແມ່ນ້ຳຂອງ. ພາບ: ເຊີນເຫງ໊ຍ/VNP

ໃນຊຸມມື້ ຕົ້ນລະດູບານໃໝ່, ເມື່ອແຂກມາຢາມ, ເຈົ້າຂອງເຮືອນ ຈະຕ້ອນຮັບດ້ວຍເຂົ້າໜົມ, ໃນນັ້ນຈະມີເຂົ້າໜົມໝາກພ້າວ ບາງໆ ທີ່ຫອມຫວານ, ໜຽວໆ ໄປພ້ອມໆ ກັບນໍ້າ ຊາຮ້ອນ ແລະ ການ ລົມກັນ ຢ່າງມ່ວນຊື່ນ, ເຊິ່ງທັງໝົດນັ້ນ ສ້າງເປັນວີຖີຊີວິດ ທີ່ຊາວ ທິດຕາເວັນຕົກ ພາກໃຕ້ ຫວຽດນາມ ຍັງຮັກສາໄວ້, ເໝືອນດັ່ງ ການເຊື່ອມສາຍສໍາພັນ ເຂົ້າດ້ວຍກັນ ຈາກເຂົ້າໜົມໝາກພ້າວ ເບ໋ນແຈ ເມື່ອລະດູບານໃໝ່ ວຽນມາ.

  • ບົດ: ເຊີນເຫງ໊ຍ - ພາບ: ເຊີນເຫງ໊ຍ ແລະ ເອກະສານ

 


top