ອາຫານການກິນ

ເຂົ້າໂຄບ ໂຮຍຊີ້ນຝອຍ

ບໍ່ຮູ້ແຕ່ເມື່ອໃດ, ເຂົ້າໂຄບ ໄດ້ກາຍເປັນ  “ອາຫານໃນຕໍານານ” ຢູ່ ໄຊງ່ອນ (ນະຄອນ ໂຮ່ຈີມິນ). ນີ້ແມ່ນລາຍການອາ ຫານ ທີ່ນັກທ່ອງທ່ຽວບໍ່່ ຄວນພາດເມື່ອມາຍັງ ໄຊງ່ອນ.

ເຂົ້າໂຄບ ຈ່າບົງ ໂຮຍຊີ້ນຝອຍ ຢູ່ ໄຊງ່ອນ ເຮັດໃຫ້ນຶກເຖິງ ພາບ ທີ່ໜ້າສົນໃຈ ແລະ ດຶງດູດໃຈ. ເຂົ້າ  ຖືກນໍາໄປຈືນ ຈົນມີສີເຫຼືອງ - ກອບ, ຊີ້ນຝອຍ ຫອມແຊບ, ມີສີສັນ ທີ່ເປັນເອກະລັກສະເພາະ ຂອງ ຊີ້ນໝູແຫ້ງ ໄດ້ສ້າງຄວາມຈັບຕາຈັບໃຈ ຕໍ່ຜູ້ພົບເຫັນ ກາຍເປັນອາຫານຊັ້ນຍອດ. 


ເຂົ້າໂຄບ ໂຮຍຊີ້ນຝອຍແມ່ນເຍື່ອງອາຫານທີ່ແຊບຊ້ອຍດ້ວຍລົດຊາດພື້ນເມືອງອັນເຂັ້ມຂຸ້ນ ຂອງຊາວ ຫວຽດນາມ

ຊາວ ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະເທດເຊັ່ນ: ​ເອີ​ຣົບ, ອົດ​ສະ​ຕຣາ​ລີ, ສ ອາ​ເມ​ລິ​ກາ... ມັກ​ຮັບ​ປະທານ​ອາຫານ​ຊະນິດ​ນີ້ ເປັນຂອງຝາກຂອງຕ້ອນ ເມື່ອມາຢ້ຽມຢາມຍາດຕິ​ພີ່ນ້ອງ.

ບໍ່​ພຽງ​ແຕ່​ມີ​ຮູບນອກ ທີ່ໜ້າສົນໃຈເທົ່ານັ້ນ, ເຂົ້າໂຄບ ໂຮຍຊີ້ນຝອຍ ຍັງມີລົດຊາດ ທີ່ເປັນເອກະລັກ ພິເສດ ອີກດ້ວຍ. ລົດເຄັມ ຂອງ ເຂົ້າໂຄບ ປະສານເຂົ້າກັບລົດມັນນົວ ຂອງ ຊີ້ນຝອຍ ແລະ ຄວາມກອບ ຂອງ ເຂົ້າໂຄບ ຈະສ້າງຄວາມຮູ້ສຶກ ເພີດເພີນ ໃຫ້ກັບຜູ້ຮັບປະທານ.  

ເມື່ອມາຍັງ ໄຊງ່ອນ ທ່ານ ຈົ່ງຄົ້ນພົບ ແລະ ຊີມລົດຊາດ ທີ່ເປັນເອກະລັກ ຂອງ ເຂົ້າໂຄບ ໂຮຍຊີ້ນຝອຍ. ແນ່ນອນວ່າ ນີ້​ຈະແມ່ນ ​ປະສົບການຕົວຈິງ ​ທີ່​ໜ້າ​ຈົດ​ຈຳ​ໃນສາຍ​ການ​ເດີນ​ທາງ​ຄົ້ນ​ພົບ​ອາ​ຫານ ​ຫວຽດ​ນາມ.

ທີ່ຢູ່ຮ້ານຂາຍ ເຂົ້າໂຄບ ໂຮຍຊີ້ນຝອຍ ຈຳນວນໜຶ່ງ ຢູ່ນະຄອນ ໂຮ່ຈີມິນ:

1. ຣຸ້ມ - ຮ້ານເຂົ້າໂຄບ ໂຮຍຊີ້ນຝອຍ ໄຊງ່ອນ

    ທີ່ຢູ່: ເລກທີ 221/17 ຖະໜົນ ຫວໍວັນເຕີ່ນ, ຕາແສງ 5, ເມືອງ 3

    ມີລາຄາແຕ່: 30.000 - 235.000 ດົ່ງ/ລາຍການ

    ເວລາເປີດຮ້ານ: 9 ໂມງເຊົ້າ - 21ໂມງ ທຸກມື້

     

    2. ເຂົ້າໂຄບ ໂຮຍຊີ້ນຝອຍ ນາງ ບາ ໄຊງ່ອນ

    ທີ່ຢູ່: ເລກທີ  375 ຖະໜົນ ບ່າຮາດ, ຕາແສງ 4, ເມືອງ 10

    ມີລາຄາແຕ່: 70.000-150.000 ດົ່ງ/ລາຍການ

    ເວລາເປີດຮ້ານ: 7 ໂມງເຊົ້າ - 21 ໂມງ 

     

    3. ເຂົ້າໂຄບ ໂຣບໂຣບ

    ທີ່ຢູ່: ເລກທີ  256 ຖະໜົນ ດ້າຍຮ່ານ, ບິ່ງຈ໊ຽວ, ນະຄອນ ຖູດຶກ

    ມີລາຄາແຕ່: 55.000-100.000 ດົ່ງ/ລາຍການ

    ເວລາເປີດຮ້ານ: 8 ໂມງ ເຊົ້າ - 23ໂມງ 30 



    top