ບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ, ພິເສດແມ່ນຜູ້ບັນຊາການຂອງຄະນະປະຕິບັດງານ.
ທ່ານພົນໂທ ຮ່ວາງຊວັນຈຽນ, ກ່າວຄຳເຫັນທີ່ກອງປະຊຸມ
ວັນທີ 27 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ.
ເລື່ອງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດປີ 2022 ຂອງກຳລັງກອງທັບ ແລະ ຕຳຫຼວດແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ. ບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ, ພິເສດແມ່ນຜູ້ບັນຊາການຂອງຄະນະປະຕິບັດງານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ິ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ, ສະເໜີວ່າ ປີ 2023, ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈົ່ງກະກຽມໂຮງໝໍກາງສະໜາມໃຫ້ເປັນຢ່າງດີ ແລະ ກອງທະຫານຊ່າງແສງກໍ່ຄືບັນດານາຍທະຫານເຄື່ອນໄຫວເອກະລາດທີ່ຜັດກັນໄປປ່ຽນແທນ. ພ້ອມທັງ, ຕ້ອງເປັນເຈົ້າການດ້ານແຫຼ່ງຊັບພະຍາກອນມະນຸດແກ້ໄຂຄວາມຫຍຸ້ງຍາກໃນການສະສົມຢຸກຢາ, ອຸປະກອນການແພດ… ໃຫ້ແກ່ບັນດາຖັນແຖວຫົວໜ່ວຍຢູ່ຄະນະປະຕິບັດງານ.
ໄລ່ມາຮອດປະຈຸບັນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜັນຂະຫຍາຍນາຍ ແລະ ພົນທະຫານສະເພາະກິດໄປເຮັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ 520 ເທື່ອຄົນ.