ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຂົ້າຂຽບ ໂຖຮ່າ

ໝູ່​ບ້ານ​ ໂຖຮ່າ, ຕາ​ແສງ​ ເວິນ​ຮ່າ, ເມືອງ​ ຫວຽດ​ອ໋ຽນ, ແຂວງ ບັກ​ຢາງ ມີ​ຊື່​ສຽງ​ໃນ​ການ​ຜະລິດ ເຂົ້າຂຽບ ພື້ນເມືອງ ​ມາ​ແຕ່​ດົນ​ນານ. ສະຖານ​ທີ່​ແຫ່ງນີ້​ ໄດ້​​ຖືວ່າ ເປັນ “ອານາຈັກ” ຂອງ​ ເຂົ້າຂຽບ, ຮັກສາ​ມູນ​ເຊື້ອ ອັນຍອດຍິ່ງ ດ້ານ​ອາຫານ​ການ​ກິນ​ ຂອງ​ຊາວ ​ຫວຽດນາມ ​ແລະ ​ບຸນບ້ານ ໂຖຮ່າ ​ໄດ້​ຮັບ​ການ​ຮັບຮອງ​ ຈາກ​ລັດຖະບານ ໃຫ້​ເປັນ ມໍລະດົກ​ວັດທະນະທຳ​ ທ່ີເປັນນາມມະທໍາ ​ລະດັບຊາດ​ໃນ​ປີ 2012.

ໝູ່​ບ້ານ​ ໂຖຮ່າ, ຕາ​ແສງ​ ເວິນ​ຮ່າ, ເມືອງ​ ຫວຽດ​ອ໋ຽນ, ແຂວງ ບັກ​ຢາງ ມີ​ຊື່​ສຽງ​ໃນ​ການ​ຜະລິດ ເຂົ້າຂຽບ ພື້ນເມືອງ ​ມາ​ແຕ່​ດົນ​ນານ. ສະຖານ​ທີ່​ແຫ່ງນີ້​ ໄດ້​​ຖືວ່າ ເປັນ “ອານາຈັກ” ຂອງ​ ເຂົ້າຂຽບ, ຮັກສາ​ມູນ​ເຊື້ອ ອັນຍອດຍິ່ງ ດ້ານ​ອາຫານ​ການ​ກິນ​ ຂອງ​ຊາວ ​ຫວຽດນາມ ​ແລະ ​ບຸນບ້ານ ໂຖຮ່າ ​ໄດ້​ຮັບ​ການ​ຮັບຮອງ​ ຈາກ​ລັດຖະບານ ໃຫ້​ເປັນ ມໍລະດົກ​ວັດທະນະທຳ​ ທ່ີເປັນນາມມະທໍາ ​ລະດັບຊາດ​ໃນ​ປີ 2012.

ອາຊີບ​ຜະລິດເຂົ້າຂຽບ ໂຖຮ່າ ມີ​ປະຫວັດຄວາມເປັນມານັບ​ຮ້ອຍ​ປີ, ສືບ​ທອດ​ກັນ​ມາ​ຫຼາຍລຸ້ນຄົນ. ຕາມ​ຜູ້​ເຖົ້າ​ຜູ້ແກ່​ໃນ​ໝູ່​ບ້ານ​ໃຫ້ຮູ້ວ່າ ອາຊີບ​ນີ້​ ປະກົດ​ຂຶ້ນ​ໃນ​ສະ​ໄໝ​ລາຊະວົງ ຫງວຽນ, ​ໄດ້​ຕິດ​ພັນ​ກັບ​ເລື່ອງ​ລາວ​ ຂອງ​ແມ່​ຍິງ​ຄົນໜຶ່ງ​ທີ່​ອົບ​ພະ​ຍົບ​ໄປ​ຢູ່ ໂຖຮ່າ ​ແລະ ​ໄດ້​ນຳ​ເອົາ​ຄວາມ​ລັບ ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ການ​ຜະລິດເຂົ້າ ຂຽບ. ​ຜ່ານ​ຫຼາຍ​ລຸ້ນຄົນ, ປະຊາຊົນ​ຢູ່​ທີ່​ນີ້​ ໄດ້​ພະຍາຍາມ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ອາຊີບ​ພື້ນ​ເມືອງ​ນີ້, ​ໄດ້​ຫັນ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ວັດທະນະທຳ​ ຂອງ​ທ້ອງ​ຖິ່ນ. ໝູ່​ບ້ານ​ອາຊີບ​ແຫ່ງນີ້​ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ​ໃຫ້​ປະຊາຊົນ​ນັບ​ຮ້ອຍ​ຄົນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ຂອງ​ທ້ອງ​ຖິ່ນ.

ໝູ່​ບ້ານ​ ໂຖຮ່າ ​ຍັງ​ຄົງ​ຮັກສາ​ບັນດາ​ຈຸດ​ເກົ່າແກ່ຫຼາຍ​ຢ່າງ ​ແລະ ສິ່ງ​ທີ່​ເປັນ​ລັກສະນະຈຳເພາະ​ເມື່ອ​ມາ​ຮອດ​ບ້ານ ໂຖຮ່າ ​ແມ່ນ​ຖະໜົນ​ຫົນທາງ​ ທີ່​ເຕັມ​ໄປ​ດ້ວຍ​ກະແຕະ ​ທີ່​ໃຊ້​ເພື່ອຕາກ ເຂົ້າຂຽບ. ພາບ: ກົງດາດ/VNP

ເພື່ອ​ຜະລິດ ເຂົ້າຂຽບ ທີ່​ແຊບ, ໜຽວ, ກອບ, ຊາວ​ບ້ານ ໂຖຮ່າ​ ​ຕ້ອງ​ຜ່ານ​​ຫຼາຍ​ຂັ້ນ​ຕອນຢ່າງລະອຽດ. ນໍາເຂົ້າໜຽວ ລ້າງໃຫ້ສະອາດ, ມ່າ ຈົນອ່ອນ, ຫຼັງຈາກນັ້ນ ນໍາເຂົ້າ ໄປບົດເປັນແປ້ງ. ແປ້ງ ບົດ ຈະ ປະສົມກັບ ນ້ໍາໃນອັດຕາສ່ວນທີ່ເໝາະສົມ, ຖອກເປັນແຜ່ນບາງ ໃສ່ຜ້າບາງໆ ແລະ ຕາກແດດ ຈົນແຫ້ງ. ສຸດທ້າຍ, ເຂົ້າຂຽບ ຖືກ ນໍາໄປຂາງໄຟ ດ້ວຍຖ່ານຈົນ ກາຍປ່ຽນເປັນສີເຫຼືອງອ່ອນ.

ເຂົ້າຂຽບ ໂຖຮ່າ ມີ​ລັກສະນະ​ບາງ, ໜຽວ, ກອບ, ມີ​ສີ​ຂາວ​ແບບ​ທຳມະຊາດ. ເຂົ້າຂຽບ ບໍ່ໃຊ້ສານເຄມີ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ສາມາດເກັບ ໄວ້ໄດ້ດົນ ພາຍໃຕ້ ເງື່ອນໄຂ ປົກກະຕິ. ຍ້ອນທ່າໄດ້ປຽບດັ່ງກ່າວ, ເຂົ້າຂຽບ ໂຖຮ່າ ໄດ້ກາຍເປັນສ່ວນປະກອບທີ່ຂາດບໍ່ໄດ້ໃນເຍື່ອງອາຫານເຊັ່ນ: ແນມຈືນ, ພັນແນມ, ຈ່າຢໍ່ແລະ ໄດ້ຮັບຄວາມນິຍົມຈາກຫຼາຍຄົນ.


ແປ້ງ ບົດ ຈະ ປະສົມກັບ ນ້ໍາໃນອັດຕາສ່ວນທີ່ເໝາະສົມ, ຖອກເປັນແຜ່ນບາງ ໃສ່ຜ້າບາງໆ ແລະ ຕາກແດດ ຈົນແຫ້ງ. ພາບ: ກົງດາດ/VNP

ອາຊີບຜະລິດເຂົ້າຂຽບ ໂຖຮ່າ ບໍ່ພຽງແຕ່ນຳມາ ເຊິ່ງຄຸນຄ່າທາງດ້ານເສດຖະກິດ ໃຫ້ແກ່ ຊາວທ້ອງຖິ່ນເທົ່ານັ້ນ, ຍັງປະກອບສ່ວນອະນຸ ລັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອ ວັດທະນະທຳ ອັນດີງາມ ຂອງຊາດອີກດ້ວຍ. ນັກ​ທ່ອງ​ທ່ຽວ ​ມາຍັງ ໂຖຮ່າ ​ສາ​ມາດ​ໄປ​ຢ້ຽມ​ຢາມ​ໝູ່​ບ້ານອາຊີບ, ຮຽນ​ຮູ້​ກ່ຽວ​ກັບ​ຂະ​ບວນ​ການ​ເຮັດ​ເຂົ້າ​ຂຽບ ແລະ ຊື້​ເຂົ້າຂຽບ ທີ່​ແຊບ​ທີ່​ສຸດມາ​ເປັນ​ຂອງຝາກ ຂອງຕ້ອນ.

ຕ່າງຈາກພູມີ​ພາກ​​ອື່ນ, ​ເຂົ້າຂຽບ ໂຖຮ່າ ​ໄດ້​ສ້າງ​ເຄື່ອງ​ໝາຍ​ການຄ້າຂອງ​ຕົນ​ຍ້ອນ​ຄຸນ​ລັກ​ສະ​ນະ​ຄື: ​ມີ​ສີ​ຂາວ ​ພໍດີ, ອ່ອນ​ນຸ້ມ, ຢືດ​ຢຸ່ນ, ເມື່ອ​ເປີດຖົງ​ໃສ່ເຂົ້າຂຽບ ຈະຍັງ​ມີ​ກິ່ນ​ຫອມ ແລະ ໜຽວ, ບໍ່​ແຕກງ່າຍ​ຄື​ກັບ ເຂົ້າຂຽບ ​ຫຼາຍປະ​ເພດຕ່າງໆ, ເວລາພັນແນມ ແລ້ວເອົາ ໄປຈືນ, ຈະເຮັດໃຫ້ເຂົ້າຂຽບ ກອບ ແລະ ອອກສີເຫຼືອງ ດຶງດູດໃຈ.

ດ້ວຍ​ລົດ​ຊາດ​ ທີ່​ເປັນ​ເອກະລັກ​ສະ​ເພາະ​, ​ປັດຈຸບັນ  ເຂົ້າຂຽບໂຖຮ່າ ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຕະຫຼາດ​ພາຍ​ໃນ ​ປະ​ເທດ​ເທົ່າ​ນັ້ນ, ແຕ່​ຍັງ​ຖືກ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ປະ​ເທດ​ຄື: ສ​ ເກົາຫຼີ, ຍີ່​ປຸ່ນ... ອີກດ້ວຍ. 


ເຂົ້າຂຽບ ໄດ້ຕາກແດດຈົນແຫ້ງ, ແລ້ວນໍາໄປຂາງໄຟ ເທິງເຕົາຖ່ານ ໄມ້ ຈົນອອກສີເຫຼືອງ ແມ່ນໄດ້. ພາບ: ກົງດາດ/VNP

ອາ​ຊີບຜະລິດ ເຂົ້າຂຽບ ໂຖຮ່າ ​ແມ່ນ​ມໍ​ລະ​ດົກ ​ວັດ​ທະ​ນະ​ທຳ ​ອັນ​ລ້ຳ​ຄ່າ​ທີ່​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເຊີດ​ຊູ. ດ້ວຍບັນດາຄຸນ ຄ່າທີ່ເປັນເອກະລັກສະເພາະ ແລະ ມີຄວາມໝາຍອັນໃຫຍ່ຫຼວງ, ເຂົ້າຂຽບ ໂຖຮ່າ ໄດ້ກາຍເປັນ ຄວາມພາກພູມໃຈຂອງຊາວ ບັກຢາງ ແລະ ເປັນຂອງຝາກຂອງຕ້ອນ ພິເສດໃຫ້ແກ່ນັກທ່ອງທ່ຽວເມື່ອມາເຖິງດິນແດນ ອັນສັກສິດແຫ່ງນີ້.


 

ເຂົ້າຂຽບ ຖືກຕາກແດດໃຫ້ແຫ້ງ ຈົນກ່ວາກອບ ແມ່ນໄດ້. ພາບ: ກົງດາດ/VNP
ບົດ ແລະ ພາບ: VNP/ກົງດາດ - ແປໂດຍ: ຢືຟຽນ

 


top