ວິຖີຊີວິດ ຂອງ ຄົນ ຫວຽດ

ເຂົາຟ້າ ໃນລະດູ ເອົານໍ້າເຂົ້ານາ

ໃນຕົ້ນລະດູຮ້ອນ, ເສັ້ນທາງຂຶ້ນກີ່ວ ເຂົາຟ້າ, ຕາແສງ ກາວຟ້າ, ເມືອງ ໝູ່ກັງຈ໊າຍ, ແຂວງ ອຽນບ໋າຍ ໄດ້ກັບມາໃສ່ “ເສື້ອ” ທີ່ງົດ ງາມ ໃນລະດູເອົານໍ້າເຂົ້ານາ. ນ້ຳຈາກ ຫ້ວຍຮ່ອງ, ນ້ຳຕົກຕາດ ໄດ້ໄຫຼລົງສູ່ທົ່ງນາ, ເຮັດໃຫ້ທົ່ງນາຂັ້ນໄດ ເຫຼື້ອມລະຍິບລະຍັບ ຄື “ກະຈົກໃຫຍ່” ທີ່ສະທ້ອນເງົາ ຂອງ ຟ້າ ແລະ ເມກ. ທັດສະນີຍະພາບ ທຳມະຊາດ ທີ່ຍິ່ງໃຫຍ່ ປະສານ ກັບຈັງຫວະ ແຫ່ງການ ດຳລົງຊີວິດ ທີ່ດຸໝັ່ນຂະຫຍັນພຽນ ຂອງ ຊາວບ້ານເຂດພູສູງ ໄດ້ ສ້າງເປັນ ບົດເພງ ປະສານສຽງ ທີ່ເຮັດໃຫ້ ຈິດໃຈຜູ້ຄົນຫຼົງໄຫຼ.

ທົ່ງນາຂັ້ນໄດ ທີ່ເຕັມນ້ຳ ມີຮູບຄົດໂຄ້ງ ແລະ ເຫຼື້ອມລະຍິບລະຍັບ.
ຢູ່ຕີນກີ່ວ ເຂົາຟ້າ, ບັນດາທົ່ງນາຂັ້ນໄດ ສ້າງເປັນພາບ ທີ່ມີຊີວິດຊີວາ ດ້ວຍເສັ້ນໂຄ້ງ ທີ່ອ່ອນຊ້ອຍ.

ເຂົາຟ້າ, ໜຶ່ງໃນສີ່ກີ່ວ ທີ່ສຳຄັນ ຂອງພາກຕາເວັນຕົກສ່ຽງເໜືອ, ມີ ຄວາມຍາວປະມານ 30 ກມ, ຕັ້ງຢູ່ຄວາມສູງກວ່າ 1.200 ມ ເມື່ອ ທຽບກັບໜ້ານ້ຳທະເລ. ປະມານກາງເດືອນເມສາ, ເມື່ອ ຮ່າຝົນຕົ້ນ ລະດູຕົກລົງມາ, ທົ່ງນາຂັ້ນໄດ ເໝືອນວ່າ ຖືກ “ປຸກຕື່ນ” ຫຼັງຈາກ ຫຼາຍ ເດືອນທີ່ແຫ້ງແລ້ງ. ແສງແດດ ຕົ້ນລະດູຮ້ອນ ສອດສ່ອງລົງ ໃສ່ໜ້ານ້ຳ, ປະສານຢ່າງກົມກຽວກັນ ກັບສີນ້ຳຕານ ຂອງດິນ, ສີຂຽວ ຂອງ ພູຜາປ່າໄມ້ ແລະ ສີຂາວຂອງເມກໝອກ ທ້ອງຟ້າ, ສ້າງ ເປັນພາບທຳມະຊາດ ທີ່ສວຍງາມ ແລະ ເຕັມໄປດ້ວຍຄວາມມີຊີ ວິດຊີວາ.

ຕາມທົ່ງນາ ທີ່ຫາກໍຮັບນ້ຳ, ຄວາຍທີ່ແຂງແຮງ ຍ່າງລຸຍຕົມ, ໄຖດິນ ເພື່ອກະກຽມໃຫ້ລະດູການປູກໃໝ່.

ພາບການອອກແຮງງານ ທີ່ຄຶກຄື້ນ ຢູ່ຕີນກີ່ວ ເຂົາຟ້າ ໃນລະດູ ດຳນາ.

ໃນລະດູເອົານໍ້າເຂົ້ານາ ບໍ່ພຽງແຕ່ ເປັນຊ່ວງເວລາປ່ຽນລະດູການ ເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນ ຂອງ ລະດູການ ປູກເຂົ້າໃໝ່. ແຕ່ຍາມເຊົ້າຕູ່, ພີ່ນ້ອງຊາວເຜົ່າ ມົ້ງ, ໄທ ໄດ້ແບກໄຖ ຄາດ ອອກສູ່ ທົ່ງນາ ຕາມເສັ້ນທາງຮ່ອມ. ຢູ່ຕາມທົ່ງນາ ທີ່ຫາກໍຮັບນ້ຳ, ສຽງເອີ້ນ ກັນວົນແຊວ, ຝູງຄວາຍທີ່ແຂງແຮງ ຍ່າງລຸຍຕົມໄຖນາ, ທັງໝົດ ສ້າງເປັນບັນຍາກາດ ການອອກແຮງງານ ທີ່ຫ້າວຫັນ, ຄຶກຄື້ນ ຢູ່ ກາງພູຜາ. ເມື່ອດິນ ຖືກໄຖ ຄາດ ຢ່າງລະອຽດ, ບັນດາແມ່ຍິງ ມືຖືກ້າ ປັກລົງໄປໃນຕົມຢ່າງໄວ, ເປັນລະບຽບ, ເດັກນ້ອຍ ຕາມພໍ່ແມ່ ອອກສູ່ທົ່ງນາ, ຫຼິ້ນຢູ່ຕາມຄັນນາ… ທັງໝົດໄດ້ສ້າງເປັນຮູບພາບ ຊົນນະບົດທີ່ອົບອຸ່ນ.

ຊາວບ້ານແບກຄາດ, ຈູງຄວາຍ ຂຶ້ນທົ່ງນາຂັ້ນໄດ.

ລະດູເອົານໍ້າເຂົ້ານາ ຢູ່ ເຂົາຟ້າ ບໍ່ແກ່ຍາວ, ແຕ່ກໍພຽງພໍ ທີ່ຈະສ້າງ ຄວາມປະທັບໃຈ ທີ່ຍາກຈະຫຼົງລືມ ສຳລັບນັກທ່ອງທ່ຽວ. ຄວາມ ງາມຂອງພູຜາປ່າໄມ້ ພາກຕາເວັນຕົກສ່ຽງເໜືອ ໃນຊ່ວງ ປ່ຽນລະ ດູການ, ພ້ອມດ້ວຍຄວາມດຸໝັ່ນຂະຫຍັນພຽນ, ຄວາມສຸພາບ ຄ່ຽມຄົມຂອງຊາວບ້ານ, ເຂົາຟ້າ ປາກົດຂຶ້ນ ຄືກັບ ຮູບແຕ້ມທີ່ລຽບ ງ່າຍ ແຕ່ເຕັມໄປດ້ວຍແຮງດູດດຶງ. ນັ້ນຄືຊ່ວງເວລາທີ່ພາກຕາເວັນ ຕົກສ່ຽງເໜືອ ປະສົມປະສານ ກົມກຽວກັນ ແລະ ຍັງເປັນຄຳເຊື້ອ ເຊີນ ສຳລັບຜູ້ທີ່ຮັກທຳມະຊາດ ແລະ ຮັກວັດທະນະທຳ ເຂດພູສູງ.

ບົດ ແລະ ພາບໂດຍ: ຫວຽດເກື່ອງ/VNP - ແປໂດຍ: ບິກລຽນ

top