ຕາມນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ລາວ, ເວັບໄຊ ຂອງບໍລິສັດ ສຳນັກຂ່າວສານ ແຫ່ງຊາດລາວ (KPL) ວັນທີ 27 ກໍລະກົດ ໄດ້ ຄັດຄຳກ່າວປາໄສ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ລາວ ວ່າ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ ຍ້ອນຄຸນນະພາບກໍ່ສ້າງບໍ່ໄດ້ຮັບປະກັນ.
ວັນທີ 24 ກໍລະກົດ, ລັດຖະບານ ລາວ ໄດ້ ປະກາດຢ່າງເປັນທາງການ ບັນດາເຂດ ທີ່ຮັບຜົນກະທົບ ຈາກ ໄພນຳ້ຖ້ວມ
ຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ເປັນເຂດ ໄພພິບັດສຸກເສີນ
ກ່າວປາໄສທີ່ການປະຊຸມຂ່າວ ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ລາວ ຢັ້ງຢືນ ສາຍເຫດ ເຮັດໃຫ້ ເຂື່ອນກັ້ນນຳ້ D ຂອງ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ ໃນຕອນຄຳ່ ວັນທີ 23 ກໍລະກົດ ແມ່ນ ຍ້ອນຄຸນນະພາບກໍ່ສ້າງບໍ່ໄດ້ຮັບປະກັນ. ທ່ານໃຫ້ຮູ້ວ່າ ພ້ອມກັບວຽກງານຄອບງຳຈຳກັດ ອຸບັດເຫດ, ເຮັດໃຫ້ ຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ຢູ່ເຂດ ຖືກຮັບຜົນສະທ້ອນ ໃຫ້ເປັນປົກກະຕິໂດຍໄວ ແລ້ວ, ບັນດາອົງການທີ່ມີໜ້າທີ່ການຂອງ ລາວ ກໍສືບຕໍ່ ສືບສວນ ກວດກາ ເຫດການ ເຂື່ອນໄຟຟ້າແຕກ. ທ່ານລັດຖະມົນຕີ ໄດ້ເຜີຍວ່າ ຕາມສັນຍາ, ຝ່າຍຕ່າງໆທີ່ກ່ຽວຂ້ອງ ຕ້ອງຕອບແທນທຸກຄວາມເສຍຫາຍ ທີ່ໄດ້ເກີດຂຶ້ນໃນຄັ້ງນີ້.
ກ່ອນນັ້ນ, ໃນເວລາປະມານ 20 ໂມງ ວັນທີ 23 ກໍລະກົດ, ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ ເຮັດໃຫ້ 6 ບ້ານ ຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ຢູ່ ພາກໃຕ້ ຂອງ ລາວ ຖືກ ຕົກຢູ່ໂດດດ່ຽວ.
ຈຳນວນຄົນຖືກຫາຍສາບສູນ ແມ່ນ 131 ຄົນ, ມີຈຳນວນ 13 ບ້ານ ຖືກຮັບຜົນກະທົບ. ໂດຍມີການຊີ້ນຳ ຢ່າງໃກ້ຊິດຕິດແໜ້ນ ຂອງ ອຳນາດການປົກຄອງ ຕ່າງໆ ແຕ່ຂັ້ນ ສູນກາງ ໄປເຖິງ ທ້ອງຖິ່ນ ແລະ ການໜູນຊ່ວຍ ຂອງ ວົງຄະນາຍາດສາກົນ, ວຽກງານ ກູ້ຊີບ, ຊ່ວຍເຫຼືອ ປະຊາຊົນ ຢູ່ເຂດນຳ້ຖ້ວມ ມາຮອດປັດຈຸບັນ ໄດ້ຕີລາຄາວ່າ ປະສົບຜົນສຳເລັດໂດຍພື້ນຖານ, ຊ່ວຍລົດຜົນເສຍຫາຍກ່ຽວກັບຄົນລົງລະດັບຕຳ່ສຸດ.
ໂດຍ: VNA