ຂ່າວສານ

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.
  ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ (ພາບ: VNA)  

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທີ 3 ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຈັດ​ງານ​ວາ​ງ​ສະ​ແດງ, ພາຍ​ຫຼັງ​ຈັດ​ຕັ້ງ​ສຳ​ເລັດ​ເມື່ອ​ປີ 2020 ແລະ 2024.

ຕາມ​ຂໍ້​ມູນ​ທີ່ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ຈັດ​ຕະ​ວາ ຫງວຽນ​ຊວັນ​ຖຸນ, ຮອງ​ຫົວ​ໜ້າ​ກົມ​ໂຄ​ສະ​ນາ​ອົບ​ຮົບ, ກົມ​ໃຫຍ່​ການ​ເມືອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ໂດຍ​ສືບ​ຕໍ່​ບັນ​ດາ​ຜົ​ນ​ສຳ​ເລັດ​ຂອງ​ງານ​ວາງ​ສະ​ແດງ​ເມື່ອ​ປີ 2022 ແລະ 2024, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ສືບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ, ແນ​ວ​ທາງ​ການ​ທູດ​ປ້ອງ​ກັນ​ຊາດ ທີ່​ຖື​ກ​ຕ້ອງ​ຂອງ​ພັກ, ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ດ້ວຍ​ຈິດ​ໃຈ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ. ພ້ອມ​ກັ​ນ​ນັ້ນ, ງານ​ວາງ​ສະ​ແດງ​​ເປັນ​ພະ​ຍານຫຼັກ​ຖານ​ພິ​ສູດ​ໃຫ້​ເຫັນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຫັນ​ອຸດ​ສາ​ຫະ​ກຳ​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ​ເປັນ​ທັນ​ສະ​ໄໝ; ປະ​ກອບ​ສ່ວນ​ຢັ້ງ​ຢຶນ​ຖານ​ະ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ ຂອງ ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ, ປຸກ​ລຸກ ແລະ ແຜ່​ກະ​ຈາ​ຍ​ຄວາມ​ເອກອ​້າງ​ທະ​ນົງ​ໃຈ, ສືບ​ຕໍ່​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ແຕ່​ລະ​ຄົນ​ຕໍ່​ພາ​ລະ​ກິດ​ແຫ່ງ​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ​ກໍ່​ໄດ້​ດຳ​ເນີນກອງ​ປະ​ຊຸມສຳ​ມະ​ນາ: “ກ​ານ​ຮ່ວມ​ມື​ສາ​ກົນ ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ລະ​ຫວ່າງຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ; ພ້ອມ​ກັນ​ນັ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ການ​ສະ​ແດງ​ສິ​ລະ​ປະ ທີ່​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ວັນ​ຈັດ​ງານ​ວາງ​ສະ​ແດງ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ ແລະ ປະ​ຊາ​ຊົນ, ຄື​ລາຍ​ການ​ສະ​ແດງ​ດົນ​ຕີ, ການ​ຟ້ອມ​ຕຸ​ກ​ກາ​ຕາ​ນ້ຳ, ການ​ແກ້​ຄວັດ​ສະຫຼັກ​​ດ້ວຍແສງ… ຕາມ​ລາຍ​ການທີ່​ຄາດ​ຄະ​ເນແລ້ວ, ງານ​ວາງ​ສະ​ແດງ​ຈະ​ເປີດ​ປະ​ຕູ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ​ແຕ່​ວັນ​ທີ 12 – 13 ທັນ​ວາ.


top