ລາຍການນີ້ ແນໃສ່ເປົ້າໝາຍຂົນຂວາຍແຫຼ່ງກຳລັງຊ່ວຍເຫຼືອເດັກ ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ.
ທ່ານ ຮ່ວາງວັນຕ໋ຽນ, ຜູ້ອຳນວຍການກອງທຶນໜູນຊ່ວຍເດັກ ຫວຽດນາມ ໃຫ້ຮູ້ວ່າ: “ຜ່ານການເຄື່ອນໄຫວນີ້, ພວກຂ້າພະເຈົ້າຮຽກຮ້ອງບັນດາວິສາຫະກິດ, ນັກທຸລະກິດອາດຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບລັດ ມີແຫຼ່ງກຳລັງໜູນຊ່ວຍໃຫ້ເດັກ ຫວຽດນາມ ຕື່ມອີກ. ໃນນັ້ນ ບັນດາການເຄື່ອນໄຫວບຸລິມະສິດຄື: ໜູນຊ່ວຍການຜ່າຕັດໝາກຫົວໃຈ, ທຶນສຶກສາ, ກໍ່ສ້າງໂຮງຮຽນ, ບັນດາເຮືອນກິນນອນໃຫ້ເດັກ ຢູ່ເຂດຫ່າງໄກສອກຫຼີກ”.
(ແຫຼ່ງຄັດຈາກ VOV)