ຂ່າວສານ

ເກີນເທີ ເປີດຕົວຖະໜົນດອກໄມ້ສິລະປະປີ 2019

ຊົມເຊີຍພັກທີ່ມີກຽດສະຫງ່າ - ຕ້ອນຮັບປີໃໝ່ປີກຸນ; ຊົມເຊີຍນະຄອນ ເກີນເທີ 15 ປີ - ໄລຍະທາງພັດທະນາ (2004 - 2019).

ຕອນຄ່ຳວັນທີ 01 ກຸມພາ, ນະຄອນ ເກີນເທີ ໄດ້ເປີດຕົວຖະໜົນດອກໄມ້ ແລະ ຖະໜົນໄຟແສງສີສິລະປະດ້ວຍຫົວຂໍ້ວ່າ: “ຊົມເຊີຍພັກທີ່ມີກຽດສະຫງ່າ - ຕ້ອນຮັບປີໃໝ່ປີກຸນ; ຊົມເຊີຍນະຄອນ ເກີນເທີ 15 ປີ - ໄລຍະທາງພັດທະນາ (2004 - 2019)”. ຖະໜົນດອກໄມ້ສິລະປະປີນີ້ມີລວງຍາວ 310 ແມັດ, ໄດ້ປະດັບປະດາດ້ວຍດອກໄມ້, ຕົ້ນໄມ້ຫລາຍຊະນິດຂອງນະຄອນ ເກີນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້…ເອື້ອຍ ບູຍແທງຖາວ, ຢູ່ເມືອງ ນິງກຽວ, ນະຄອນ ເກີນເທີ ແບ່ງປັນວ່າ:

        ຂ້າພະເຈົົ້າເຫັນວ່າ ຖະໜົນດອກໄມ້ປີນີ້ມີຊີວິດຊີວາ, ໃໝ່ອຽມທີ່ສຸດ ທັງມີລັກສະນະຮີດຄອງປະເພນີ, ທັງມີລັກສະນະທັນສະໄໝ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນດາຮູບພາບທີ່ເປັນເອກະລັກສະເພາະຂອງ ເກີນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້.

        ຖະໜົນດອກໄມ້ສິລະປະຈະດຳເນີນແຕ່ວັນທີ 01 – 09 ກຸມພາ.

(ແຫຼ່ງຄັດຈາກ VOV)


top