ຂ່າວສານ ເກິ່ນເທີຊຸກຍູ້ການຮ່ວມມືກັບອິນເດຍກ່ຽວກັບການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ 01/01/2021 ວັນທີ 30 ທັນວາ, ຢູ່ເກິ່ນເທີ, ການນຳນະຄອນໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານ ອິນເດຍ, ໂດຍທ່ານ Mafan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ. ທ່ານເຢຶອງເຕິ໊ນຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Madan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ (ພາບ: baocantho.com.vn) ໃນໄລຍະຈະມາເຖິງ, ເກິ່ນເທີ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບອິນເດຍໃນຂົງເຂດສາທາລະນະສຸກ, ລາຍລະອຽດແມ່ນສ້າງໂຮງໝໍທັນສະໄໝ ມີການລົງທຶນດ້ວຍອຸປະກອນ, ເຄື່ອງຈັກຕ່າງໆ; ຂົງເຂດການສຶກສາດ້ວຍໂຄງການແລກປ່ຽນນັກສຶກສາ, ບຳລຸງສ້າງຄູອາຈານລະດັບສູງ, ລົງທຶນກໍ່ສ້າງ ແລະ ຂຸດຄົ້ນເຂດເຕັກໂນໂລຢີຂໍ້ມູນຂ່າວສານແບບລວມສູນ, ສູນ Logistics ປະເພດ II ຢູ່ອະນຸພາກພື້ນເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຢູ່ນະຄອນເກິ່ນເທີ. ນອກຈາກນັ້ນ, ທາງນະຄອນກໍ່ມີຄວາມປາດຖະໜາຢາກຮ່ວມມືກັບ ອິນເດຍໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງຕື່ມອີກ. (ແຫຼ່ງຄັດຈາກ VOV)

ວັນທີ 30 ທັນວາ, ຢູ່ເກິ່ນເທີ, ການນຳນະຄອນໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານ ອິນເດຍ, ໂດຍທ່ານ Mafan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ. ທ່ານເຢຶອງເຕິ໊ນຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Madan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ (ພາບ: baocantho.com.vn) ໃນໄລຍະຈະມາເຖິງ, ເກິ່ນເທີ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບອິນເດຍໃນຂົງເຂດສາທາລະນະສຸກ, ລາຍລະອຽດແມ່ນສ້າງໂຮງໝໍທັນສະໄໝ ມີການລົງທຶນດ້ວຍອຸປະກອນ, ເຄື່ອງຈັກຕ່າງໆ; ຂົງເຂດການສຶກສາດ້ວຍໂຄງການແລກປ່ຽນນັກສຶກສາ, ບຳລຸງສ້າງຄູອາຈານລະດັບສູງ, ລົງທຶນກໍ່ສ້າງ ແລະ ຂຸດຄົ້ນເຂດເຕັກໂນໂລຢີຂໍ້ມູນຂ່າວສານແບບລວມສູນ, ສູນ Logistics ປະເພດ II ຢູ່ອະນຸພາກພື້ນເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຢູ່ນະຄອນເກິ່ນເທີ. ນອກຈາກນັ້ນ, ທາງນະຄອນກໍ່ມີຄວາມປາດຖະໜາຢາກຮ່ວມມືກັບ ອິນເດຍໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງຕື່ມອີກ. (ແຫຼ່ງຄັດຈາກ VOV)