ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)
ວັນທີ 19 ຕຸລາ, ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຊຸດທີ XV, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນ ເກິ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເປັນຜູ້ຕາງໜ້າການນຳບັນດາຕາແສງ, ບ້ານໃນບໍລິເວນນະຄອນ. ແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໂຄງການ ເນື້ອໃນກອງປະຊຸມຄັ້ງທີ 10 ມີຈຳນວນວຽກງານທີ່ໃຫຍ່ຫຼວງທີ່ສຸດ, ລັດຖະບານຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ເອກະສານ, ຂໍ້ມູນ, ບົດລາຍງານ 120 ສະບັບ.
ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ເກິ່ນເທີ ຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າໄດ້ປຽບໃນການແກ້ງແຍ້ງເພື່ອສ້າງສະຖານທີ່ພັດທະນາ ສົມກັບທີ່ຕັ້ງ, ບົດບາດຂອງນະຄອນເກິ່ນເທີແມ່ນ ຂົ້ວເຕີບໂຕຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ປຸກລຸກທຸກແຫຼ່ງກຳລັງ, ສຸມໃສ່ຊຸກຍູ້ການເຕີບໂຕ, ຕັດສິນໃຈນຳການເຕີບໂຕບັນລຸລະດັບສອງຕົວເລກໃນປີນີ້ ແລະ ປະຕິບັດສຳເລັດ 100% ເປົ້າໝາຍວາງອອກໃນອາຍຸການ 2021 – 2025.