ກອງປະຊຸມມີການເຂົ້າຮ່ວມຂອງ ກວ່າ 500 ຜູ້ແທນທີ່ເປັນຕາງໜ້າແບບຢ່າງດີເດັ່ນ, ວຽກດີຄົນເດັ່ນປີ 2026; ບັນດາຜູ້ຂຽນທີ່ໄດ້ຮັບລາງວັນໃນການແຂ່ງຂັນກ່ຽວກັບ “ວຽກດີຄົນເດັ່ນ”, ພ້ອມກັບ 130 ຜູ້ແທນທີ່ເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ຜ່ານບັນດາໄລຍະນັບແຕ່ປີ 2010 ຈົນຮອດປີ 2025.
ທ່ານ ຄູສອນດີເດັ່ນ, ຮອງສາດສະດາຈານ, ປະລິມຍາເອກ ຮວິ່ງກວຽດທັ້ງ, ຮອງຜູ້ອຳນວຍການມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI ໜຶ່ງໃນ 10 ແບບຢ່າງພົນລະເມືອງນະຄອນຫຼວງດີເດັ່ນ ປີ 2026 (ພາບ: VNA)
ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2026), ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມເຊີດຊູແບບຢ່າງກ້າວໜ້າ, ວຽກດີຄົນເດັ່ນ ແລະ ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ ປີ 2026.
ກອງປະຊຸມມີການເຂົ້າຮ່ວມຂອງ ກວ່າ 500 ຜູ້ແທນທີ່ເປັນຕາງໜ້າແບບຢ່າງດີເດັ່ນ, ວຽກດີຄົນເດັ່ນປີ 2026; ບັນດາຜູ້ຂຽນທີ່ໄດ້ຮັບລາງວັນໃນການແຂ່ງຂັນກ່ຽວກັບ “ວຽກດີຄົນເດັ່ນ”, ພ້ອມກັບ 130 ຜູ້ແທນທີ່ເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ຜ່ານບັນດາໄລຍະນັບແຕ່ປີ 2010 ຈົນຮອດປີ 2025. ແບບຢ່າງດີເດັ່ນ 15 ຄົນຕາງໜ້າບັນດາຂະແໜງ, ຂົງເຂດ ໂດຍກອງປະຊຸມໄດ້ເຊີດຊູ. ນີ້ແມ່ນບັນດາແບບຢ່າງທີ່ໄດ້ຄັດເລືອກຈາກແບບຢ່າງກ້າວໜ້າ, ວຽກດີຄົນເດັ່ນ ໂດຍທາງນະຄອນ ໄດ້ຍ້ອງຍໍມອບລາງວັນໃນປີ 2026.
ໂດຍເປັນກຽດແມ່ນໜຶ່ງໃນ 10 ແບບຢ່າງພົນລະເມືອງນະຄອນຫຼວງດີເດັ່ນ ປີ 2026, ທ່ານ ຄູສອນດີເດັ່ນ, ຮອງສາດສະດາຈານ, ປະລິມຍາເອກ ຮວິ່ງກວຽດທັ້ງ, ຮອງຜູ້ອຳນວຍການມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI, ແບ່ງປັນວ່າ:
ໂດຍຫວນຄືນວິວັດການເກືອບ 30 ປີທີ່ຕິດພັນກັບວິທະຍາສາດເຕັກໂນໂລຢີ ແລະ ການສຶກສາປະລິນຍາຕີ ຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ຂ້າພະເຈົ້າຖືວ່າ ບັນດາໝາກຜົນທີ່ບັນລຸໄດ້ບໍ່ພຽງແຕ່ມາຈາກຄວາມມານະພະຍາຍາມຂອງຕົນເທົ່ານັ້ນ, ຫາກຍັງແມ່ນການເຕົ້າໂຮມພູມປັນຍາຂອງໝູ່ຄະນະ, ການຮ່ວມເດີນທາງຂອງພະນັກງານ, ຄູອາຈານ, ຄູ່ຮ່ວມງານ, ນັກສຶກສາ ແລະ ບັນດານັກຮຽນລຸ້ນຕ່າງໆ. ນີ້ບໍ່ພຽງແຕ່ແມ່ນການຢັ້ງຢືນຕໍ່ເສັ້ນທາງທີ່ຜ່ານມາ, ຫາກຍັງແມ່ນຄຳຕັກເຕືອນຕໍ່ຄວາມຮັບຜິດຊອບໃນເສັ້ນທາງພາຍພາກໜ້າ.