ທີ່ການເຮັດວຽກ, ສອງຝ່າຍໄດ້ຢັ້ງຢືນສືບຕໍ່ເພີ່ມທະວີການແລກປ່ຽນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ນວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີໃນໄລຍະພັດທະນາໃໝ່ຢ່າງມີປະສິດທິຜົນ
ຄະນະຜູ້ແທນຂັ້ນສູງ ນະຄອນຮ່າໂນ້ຍ ມີການເຮັດວຽກກັບປະທານສະພາບໍລິຫານນະຄອນ ໂຣມ (ພາບ: VNA)
ໃນຂອບເຂດການເດີນທາງໄປປະຕິບັດ ງານຢູ່ອີຕາລີ, ວັນທີ 27 ກໍລະກົດ, ຄະນະຜູ້ແທນຮ່າໂນ້ຍ ໂດຍທ່ານ ເຈິ່ນດິ່ງແກງ, ຫົວໜ້າຄະນະກວດກາຄະນະພັກນະຄອນເປັນຫົວໜ້າຄະນະ, ມີການເຮັດວຽກກັບອຳນາດການປົກຄອງ ໂຣມ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່ງສອງນະຄອນຫຼວງ. ທີ່ການເຮັດວຽກ, ສອງຝ່າຍໄດ້ຢັ້ງຢືນສືບຕໍ່ເພີ່ມທະວີການແລກປ່ຽນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ນວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີໃນໄລຍະພັດທະນາໃໝ່ຢ່າງມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ທ່ານບຸຍຢຸຍເກືອງ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ທ່ານນາງ Svetlana Celli ປະທານສະພານະຄອນ ໂຣມ ໄດ້ເຊັນຖະແໜງການຮ່ວມລະຫວ່າງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ອຳນາດການປົກຄອງນະຄອນ ໂຣມ, ສ້າງຂອບເຂດເພື່ອຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງສອງນະຄອນຫຼວງໃນໄລຍະຈະມາເຖິງ. ຖະແຫຼງການຮ່ວມມີກຳນົດເວລາ 2 ປີ, ສຸມໃສ່ເຂົ້າ 6 ຂົງເຂດບຸລິມະສິດ, ລວມມີການຄຸ້ມຄອງ ແລະ ສ້າງຕົວເມືອງຄືນໃໝ່; ການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ, ການສຶກສາ ແລະ ວັດທະນະທຳ, ການພັດທະນາສັງຄົມ, ການເຊື່ອມໂຍງ ແລະ ການປ່ຽນແປງໃໝ່; ເສດຖະກິດ, ການຄ້າ ແລະ ການລົງທຶນ.