ຂ່າວສານ

ຮ່າ​ໂນ້ຍ ຮັບ​ຮອ​ງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ຍານ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ສີ​ຂຽວ ແລະ ແຜນ​ຮ່າງ​ເຂດ​ປ່ອຍ​ອາຍ​ພິດ​ຕ່ຳ

ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ ຈະ​ມາ​ເຖິງ, 11 ເສັ້ນ​ທາ​ງນອນ​ໃນ​ເຂດ​ຖະ​ໜົນ​ຄົນຍ່າງ ໜອງ​ ຮ​ວ່ານ​ກຽມ ແລະ ຕະຫຼາດ​ນັດ​ຍາມ​ກາງ​ຄືນ​ຢູ່​ຄຸ້ມ​ຖະ​ໜົນ​ເກົ່າ ຈະ​ຈັດ​ຕັ້ງ​​ການປະ​ຕິ​ບັດ​​ທົດ​ລອງ​ເຂດ​ປ​່ອຍ​ອາຍ​ພິດ​ຕຳ ແນ່​ໃສ່​ປົວ​ແປງ​ຄຸນ​ນະ​ພາບ​ຂອງ​ອາ​ກາດ.
ຮ່າ​ໂນ້ຍ​ ສົ່ງ​ເສີມ​ປະ​ຊາ​ຊົນ​ນຳ​ໃຊ້​ຍານ​ພາ​ຫະ​ນະ​ສາ​ທາ​ລະ​ນະ (ພາບ: vov.giaothong.vn)

ຕອນ​ບ່າຍວັນ​ທີ 15 ມິ​ຖຸ​ນາ, ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ການ​ກຳ​ນົດ​ນະ​ໂຍ​ບາຍ​ຈຳ​ນວນ​ໜຶ່ງ​ທີ່​ໜູນ​ຊ່ວຍ​ການຫັນ​ປ່ຽນ​ຍານ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ທາງ​ບົກ ຈາກ​ການ​ນຳ​ໃຊ້​ເຊື້ອ​ເພີງ​ຟອກ​ຊິວ ມາ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ ແລະ ສົ່ງ​ເສີມ​ການ​ນຳ​ໃຊ້​ຍານ​ພາ​ຫະ​ນະ​ສາ​ທາ​ລະ​ນ​ະ ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ; ຮັບ​ຮອງ​ເອົາ​ແຜນ​ຮ່າງ​ເຂດ​ປ່ອຍ​ອາ​ຍ​ພິດ​ຕ່ຳ​ໃນ​ ເສັ້ນ​ທາງ​ອ້ອມ​ຮອບ​ຕົວ​ເມືອງ​ເລກ 01.

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ ຈະ​ມາ​ເຖິງ, 11 ເສັ້ນ​ທາ​ງນອນ​ໃນ​ເຂດ​ຖະ​ໜົນ​ຄົນຍ່າງ ໜອງ​ ຮ​ວ່ານ​ກຽມ ແລະ ຕະຫຼາດ​ນັດ​ຍາມ​ກາງ​ຄືນ​ຢູ່​ຄຸ້ມ​ຖະ​ໜົນ​ເກົ່າ ຈະ​ຈັດ​ຕັ້ງ​​ການປະ​ຕິ​ບັດ​​ທົດ​ລອງ​ເຂດ​ປ​່ອຍ​ອາຍ​ພິດ​ຕຳ ແນ່​ໃສ່​ປົວ​ແປງ​ຄຸນ​ນະ​ພາບ​ຂອງ​ອາ​ກາດ. ມະ​ຕິ​ສະ​ບັບ​ນີ້ ໄດ້​ກຳ​ນົດ​ນະ​ໂຍ​ບາຍ​ໜູນ​ຊ່ວຍພິ​ເສດ​ສຳ​ລັບ​ການ​ກູ້​ຢືມ​ທຶນ, ໜູນ​ຊ່ວຍ​ອັດ​ຕາ​ດອກ​ເບ້ຍ​ເຖິງ 30% ດອກ​ເບ້ຍ​ເງິນ​ກູ້ ໃຫ້​ແກ່​ຫົວ​ໜ່ວຍ, ອົງການ​ຈັດ​ຕັ້ງ ເມື່ອ​ຫັນ​ປ່ຽນ​ຍານ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ສີ​ຂຽວ; ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ນຳ​ໃຊ້​ຍານ​ພາ​ຫະ​ນະ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ທາ​ລະ​ນະ ດ້ວຍ​ລົດ​ເມ ແລະ ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ, ບໍ່​ເກັບ​ຄ່າ​ສຳ​ລັບ​ຜູ້ຂີ່​ລົດ​ເມພາຍ​ໃນ​ເສັ້ນ​ທາງ​ອ້ອມ​ຮອບ​ຕົວ​ເມ​ືອງ​ເລກ 01.


top