ຂ່າວສານ

ຮ່າ​ໂນ້ຍ ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ວ່າ​ດ້ວຍ​ພື້ນ​ຖານ​ໂຄ​ງ​ລ່າງ, ວັດ​ທະ​ນະ​ທຳ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ນະ​ຄອນຫຼວງ

ຕອນເຊົ້າວັນທີ 10 ກໍລະກົດ, ກອງປະຊຸມຄັ້ງທີ 25, ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮັບຮອງເອົາມາດຕາບາງສະບັບທີ່ມີຄວາມໝາຍສຳຄັນໃນການພັດທະນາພື້ນຖານໂຄງລ່າງ, ວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມນະຄອນຫຼວງ.
ກອງປະຊຸມຄັ້ງທີ 25, ສະພາປະຊາຊົນນະຄອນ ຮ່າໂນ້ຍ

ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮັບຮອງເອົາມະຕິວ່າດ້ວຍການປະກາດໃຊ້ບັນຊີລາຍຊື່ບັນດາກິດຈະກຳໃຕ້ດິນ ທີ່ໄດ້ຮັບການສົ່ງເສີມລົງທຶນໃນບໍລິເວັນນະຄອນ ຮ່າໂນ້ຍ. ພ້ອມດຽວກັນນັ້ນ, ສະພາປະຊາຊົນນະຄອນກໍຮັບຮອງເອົາມະຕິ 2 ສະບັບກ່ຽວກັບວັດທະນະທຳ, ເຊັ່ນ: ມະຕິວ່າດ້ວຍການພັດທະນາເຂດພັດທະນາການຄ້າ ແລະ ວັດທະນະທຳ; ມະຕິກຳນົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນອຸດສາຫະກຳວັດທະນະທຳ. ທ່ານນາງ ຟຸ່ງທິຮົ່ງຮ່າ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ຮ່າໂນ້ຍ, ຊີ້ແຈ້ງວ່າ:

        “ເລື່ອງຄະນະກຳມະການປະຊາຊົນນະຄອນ ສະເໜີປະກາດໃຊ້ມະຕິ 2 ສະບັບກ່ຽວກັບການພັດທະນາການຄ້າ ແລະ ວັດທະນະທຳ ແລະ ມະຕິວ່າດ້ວຍສູນອຸດສາຫະກຳວັດທະນະທຳແມ່ນຈຳເປັນທີ່ສຸດເພື່ອໃຫ້ພວກເຮົາຫັນກົດໝາຍວ່າດ້ວຍນະຄອນຫຼວງເປັນລະອຽດ, ສ້າງບັນດາຮູບແບບບຸກທະລຸ ແລະ ບັນດາກົນໄກນະໂຍບາຍທີ່ພົ້ນເດັ່ນເພື່ອຊຸກຍູ້ຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ”.

ກໍໃນຕອນເຊົ້າວັນທີ 10 ກໍລະກົດ, ສະພາປະຊາຊົນນະຄອນ ໄດ້ຮັບຮອງເອົາມະຕິວ່າດ້ວຍການກຳນົດມາດຕະການຫຼຸດຜ່ອນຢາງພລາດສະຕິກໃນບໍລິເວນນະຄອນ ແລະ ມະຕິວ່າດ້ວຍການກຳນົດມາດຕະການໜູນຊ່ວຍບຸລິມະສິດສຳລັບການເຄື່ອນໄຫວຜະລິດຂີ້ເຫຍື້ອຄືນໃໝ່ທີ່ນຳໃຊ້ເຕັກນິກດີທີ່ສຸດ ເຊິ່ງໃນບໍລິເວນນະຄອນ ຮ່າໂນ້ຍ.


top