ຂ່າວສານ

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ໃນ​ລະ​ຫວ່າງວັນ​ທີ 1 – 2 ກໍ​ລະ​ກົດ, ໂຄງ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ໄລ​ຍະ​ ແລະ ກັ່ນ​ຕອງ​ພະ​ຍາດ​ໂດຍ​ບໍ່​ເກັບ​ຄ່າ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ 49 ຕາ​ແສງ​ທຳ​ອິດ​ຂອງງ​ຮ່າ​ໂນ້ຍ, ຫຼັງ​ຈາກ​ນັ້ນ ຈະ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ນະ​ຄອນ.
   ພາບປະກອບ. ພາບ: VNA   

ຕອນ​ເຊົ້າ​ວັນ​ທີ 01 ກໍ​ລະ​ກົດ, ພ້ອມ​ກັບຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ບັນ​ດາ​ສຸກ​ສາ​ລາ​ຕາ​ແສງ​ຢູ່​ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ໄລ​ຍະ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ເປັນ​ທາງ​ການ. ຢູ່​ສຸກ​ສາ​ລາ​ຕາ​ແສງງ​ເຕີຍ​ໂຮ່, ພາຍຫຼັງ​ໄດ້​ຮັບ​ການ​ແນະ​ນຳ​ຂັ້ນ​ຕອນ​ລົງ​ທະ​ບຽນ, ປະ​ຊາ​ຊົນ​ແຕ່​ລະ​ຄົນໄດ້​ຮັບ​ການ​ກວດ​ສຸ​ຂະ​ພາບ​ຕາມ​ຂັນ​ຕອນ. ປະ​ຊາ​ຊົນ​ຜູ້​ໜຶ່ງ​ແບ່ງ​ປັນ​ວ່າ:

“ມື້​ນີ້, ຂ້າ​ພະ​ເຈົ້າ​ມາ​ກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເສຍ​ຄ່າ​ຕາມ​ລາຍ​ການ​ໃໝ່. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ການ​ປະ​ຕິ​ບັດລະ​ບຽບ​ການ​ບໍ​ລິ​ຫານໄວ​ພໍ​ສົມ​ຄວນ, ບັນ​ດາ​ທ່ານ​ໝໍ​ແນະ​ນຳ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ໄດ້​ກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເສຍ​ຄ່າ​ປະ​ຈຳ​ໄລ​ຍະ​ຄື​ແນວ​ນີ້ ແມ່ນ​ສະ​ດວກ​ທີ່​ສຸດ, ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ກວ່າ ແລະ ແມ່ນ​ໂອ​ກາດ​ເພື່ອກວດ​ພົບ​ພະ​ຍາດ​ໂດຍ​ໄວ”.

top