ທັງ 5 ສາຍທາງລົດໄຟຕົວເມືອງທີ່ຈະລົງມືກໍ່ສ້າງນັ້ນ ລ້ວນແຕ່ແມ່ນບັນດາເສັ້ນທາງທີ່ມີບົດບາດຍຸດທະສາດໃນຕາໜ່າງຄົມມະນາຄົມອະນາຄົດຂອງ ຮ່າໂນ້ຍ.
ຮ່າໂນ້ຍ ຈະພັດທະນາຕາໜ່າງລວມມີ 18 ສາຍທາງລົດໄຟຕົວເມືອງ (ພາບ: hanoimoi.vn)
ວັນທີ 22 ມິຖຸນາ, ນະຄອນ ຮ່າໂນ້ຍ ຈະເລີ່ມລົງມືກໍ່ສ້າງ 5 ສາຍທາງລົດໄຟຕົວເມືອງ (metro) ຈຸດສຸມ.
ນີ້ແມ່ນຂີດໝາຍພິເສດໃນປະຫວັດສາດແຫ່ງການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂອງ ຮ່າໂນ້ຍ, ຫັນແຜນຜັງນະຄອນຫຼວງວິໄສທັດ 100 ປີ ໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ລະບົບຄົມມະນາຄົມສາທາລະນະກາຍເປັນກຳລັງໜູນພັດທະນາຕົ້ນຕໍຂອງ ຮ່າໂນ້ຍ. ທັງ 5 ສາຍທາງລົດໄຟຕົວເມືອງທີ່ຈະລົງມືກໍ່ສ້າງນັ້ນ ລ້ວນແຕ່ແມ່ນບັນດາເສັ້ນທາງທີ່ມີບົດບາດຍຸດທະສາດໃນຕາໜ່າງຄົມມະນາຄົມອະນາຄົດຂອງ ຮ່າໂນ້ຍ.
ຄາດວ່າ ບັນດາກິດຈະກຳດັ່ງກ່າວຈະກໍ່ສ້າງສຳເລັດໃນປີ 2030. ນີ້ແມ່ນຄັ້ງທໍາອິດທີ່ ຮ່າໂນ້ຍ ຜັນຂະຫຍາຍໂຄງການລົງທຶນກໍ່ສ້າງທາງລົດໄຟຕົວເມືອງໃນຂອບຂະໜາດໃຫຍ່ແບບບໍ່ເຄີຍມີມາກ່ອນ, ດ້ວຍການລົງທຶນໃນເບື້ອງຕົ້ນ ລວມມູນຄ່າເຖິງ 1,3 ລ້ານຕື້ດົ່ງ.