ຮ່າໂນ້ຍ ສະເຫຼີມສະຫຼອງ 60 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ

ເຫດການສະເຫຼີມສະຫຼອງ 60ປີ ແຫ່ງວັນປົດປ່ອຍນະຄອນ ຫຼວງ ເປັນໂອກາດເພື່ອໃຫ້ຊາວນະຄອນຫຼວງ ຫວນຄືນເຖິງ ປະຫວັດ ສາດ ອັນອົງອາດກ້າຫານ ສ້າງສານະຄອນຫຼວງໃຫ້ “ສະຫງ່າຜ່າເຜີຍ, ໃຫຍ່ງາມກວ່າ” ເໝືອນດັ່ງຄວາມມຸ່ງມາດປາດ ຖະໜາຂອງ ປະທານ ໂຮ່ຈີມິນ “ຫວຽດນາມ ພັດທະນາໃຫ້ທຽບເທົ່າກັບບັນດາປະເທດມະຫາອຳນາດໃນ 5 ທະວີບ”.

ຊຸມວັນມໍ່ໆນີ້, ທຸກໆ ຖະໜົນຫົນທາງຢູ່ນະຄອນຫຼວງ ຮ່າໂນ້ຍ ຄືດັ່ງໄດ້ໃສ່ເສື້ອຜືນໃໝ່. ເບິ່ງຄືນ 60 ປີແຫ່ງການຕໍ່ສູ້, ກໍ່ສ້າງ ແລະ ຈະເລີນເຕີບໂຕ, ນະຄອນຫຼວງ ຮ່າໂນ້ຍ ບັນລຸໄດ້ຫຼາຍຜົນສຳເລັດອັນຍິ່ງໃຫຍ່. ຮ່າໂນ້ຍ ແລະ ທົ່ວປະເທດໃນປະຈຸບັນ ພາກພູມໃຈຕໍ່ການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ໄວ້ວາງໃຈໃນອະນາຄົດຂອງນະຄອນຫຼວງທີ່ທັນສະໄໝ, ຮັ່ງມີມັ່ງຄັ່ງ ແລະ ມີຄວາມສິວິໄລ.

ຂ່າວພາບຫວຽດນາມ ຂໍແນະນຳເຖິງທ່ານຜູ້ອ່ານ ບັນດາຮູບພາບທີ່ດີເດັ່ນ ໃນເຫດການສຳຄັນນີ້.
ບົດ: ກວິ່ງແອງ - ພາບ: ເຕິດເຊີນ, ວັນກວ່ຽນ, ທົງຫາຍ.

 


top