ຈຸດເດັ່ນຂອງລາຍການຄົ້ນຫາ ຮ່າໂນ້ຍ ຍາມຄ່ຳຄືນແມ່ນລາຍການຢ້ຽມຊົມບັນດາມໍລະດົກ, ຄື: ພະລາຊະວັງ ທັງລອງ, ວັນມ້ຽວ ກວັກຕືຢາມ ຫຼື ຄຸກ ຮວາລໍ່ ໄດ້ປຸກໃຫ້ຕື່ນດ້ວຍແສງສີສຽງ
ເຂດ ວັນມ້ຽວ ກວັກຕືຢາມ (ພາບ: TTXVN)
ຮ່າໂນ້ຍ ຍາມຄ່ຳຄືນຄືດັ່ງຈັງຫວະການດຳລົງຊີວິດແບບຕ່າງຫາກ, ຊ້າກວ່າ, ມິດງຽບກວ່າ ແຕ່ຍັງເຕັມໄປດ້ວຍພະລັງຊີວິດ ດ້ວຍການຄົ້ນຫາດ້ານວັດທະນະທຳທີ່ເປັນເອກະລັກສະເພາະ. ນະຄອນຫຼວງ ພວມມຸ່ງໄປເຖິງເລື່ອງກາຍເປັນ “ນະຄອງນຄົ້ນຫາດ້ານວັດທະນະທຳຍາມຄ່ຳຄືນ”, ແຫ່ງທີ່ເສດຖະກິດພັດທະນາພ້ອມກັບການອະນຸລັກຮັກສາສີສັນ, ມໍລະດົກ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.
ຈຸດເດັ່ນຂອງລາຍການຄົ້ນຫາ ຮ່າໂນ້ຍ ຍາມຄ່ຳຄືນແມ່ນລາຍການຢ້ຽມຊົມບັນດາມໍລະດົກ, ຄື: ພະລາຊະວັງ ທັງລອງ, ວັນມ້ຽວ ກວັກຕືຢາມ ຫຼື ຄຸກ ຮວາລໍ່ ໄດ້ປຸກໃຫ້ຕື່ນດ້ວຍແສງສີສຽງ ແລະ ເຕັກໂນໂລຊີສາຍພາບທີ່ທັນສະໄໝ, ສ້າງເປັນເລື່ອງລາວທີ່ມີຊີວິດຊີວາກ່ຽວກັບປະຫວັດສາດ ແລະ ວັດທະນະທຳ.
ລາຍການທ່ອງທ່ຽວດ້ວຍຫົວຂໍ້ “ສິ່ງຍອດຍິ່ງຂອງການຮ່ຳຮຽນ” ຢູ່ສູນເຄືjອນໄຫວວັດທະນະທຳວິທະຍາສາດ ວັນມ້ຽວ - ກວັກຕືຢາມ ໄດ້ນຳບັນດາຄວາມປະທັບໃຈໃໝ່, ມີຄວາມແຕກຕ່າງເມື່ອທຽບໃສ່ການໄປຢ້ຽມຊົມໃນຍາມກາງເວັນມາໃຫ້ແຂກທ່ອງທ່ຽວ. ເຂດມໍລະດົກທັງໝົດມີການ “ປ່ຽນໂສມໜ້າ” ຍ້ອນລະບົບແສງສີ ແລະ ເຕັກໂນໂລຊີ 3 ມິຕິ Mapping ອັນໄດ້ສ້າງເປັນໂສມໜ້າໃໝ່. ບັນດາກິດຈະກຳທີ່ເປັນເອກະລັກສະເພາະຂອງມໍລະດົກ, ຄື: ຫໍຄອຍ ເຄວັນກາກ, ນ້ຳສ້າງ ທຽນກວາງ, ເຂດ ບ໊າຍເດື່ອງ… ໄດ້ຂຸດຄົ້ນຢ່າງມີປະສິດທິຜົນ ຜ່ານການສົ່ງຕໍ່ບັນດາຄຸນຄ່າ, ຄວາມໝາຍຂອງການຮ່ຳຮຽນ. ອ້າຍ ຫງວຽນແທັງຕຸ່ງ, ຜູ້ຮັບຜິດຊອບດ້ານສື່ມວນຊົນຂອງລາຍການປະພຶດຍາມຄ່ຳຄືນ ວັນມຽວ - ກວັກຕືຢາມ “ສິ່ງຍອດຍິ່ງຂອງການຮ່ຳຮຽນ”, ໃຫ້ຮູ້ວ່າ:
“ລາຍການທ່ອງທ່ຽວເຂດ ວັນມຽວ - ກວັກຕືຢາມ ໄດ້ສ້າງຂຶ້ນດ້ວຍຄວາມຫວັງນຳເອົາວິທີການສຳຜັດກັບມໍລະດົກແບບໃໝ່ມາໃຫ້ນັກທ່ອງທ່ຽວ. ຖ້າຍາມກາງເວັນ, ວັນມຽວ ມີຄວາມງາມແບບບູຮານ ແລະ ເຄັ່ງຂຶມ, ຮອດຕອນຄ່ຳ, ເຂດມໍລະດົກຈະມີຄວາມລຶກລັບ, ເຕັມໄປດ້ວຍອາລົມຈິດ. ແຂກທ່ອງທ່ຽວຈະຍ່າງໃນເສັ້ນທາງຂອງບັນດານັກຮຽນ ໂຮງຮຽນ ຢ້າມ ໃນເມື່ອກ່ອນ. ເລື່ອງລາວໄດ້ແນະນຳຜ່ານການອະທິບາຍຂອງບັນດາຜູ້ນຳທ່ຽວ, ປະສົມປະສານກັບແສງສີ, ສຽງດົນຕີ ສ້າງຄວາມຮູ້ສຶກທາງດ້ານຈິດໃຈເລື່ອງມັກຮ່ຳມັກຮຽນ, ມູນເຊື້ອການເສັງ ແລະ ຄຸນຄ່າວັດທະນະທຳຂອງຊາດມາໃຫ້ແຂກທ່ອງທ່ຽວແຕ່ລະຄົນ”.
ລາຍການ “ຄ່ຳຄືນທີ່ສັກກະລະບູຊາ” ຢູ່ເຂດປູຊະນີຍະສະຖານປະຫວັດສາດຄຸກ ຮວາລໍ່ (ພາບ: ເຂດປູຊະນີຍະສະຖານປະຫວັດສາດຄຸກ ຮວາລໍ່)
ເຂົ້າຮ່ວມລາຍການ “ຄ່ຳຄືນທີ່ສັກກະລະບູຊາ” ຢູ່ເຂດປູຊະນີຍະສະຖານປະຫວັດສາດຄຸກ ຮວາລໍ່, ແຂກທ່ອງທ່ຽວຈະມີຄວາມເຂົ້າໃຈກ່ຽວກັບສ່ວນໜຶ່ງຂອງປະຫວັດສາດກວ່າອີກ. ເຂດປູຊະນີຍະສະຖານປະຫວັດສາດໃນຍາມຕອນຄ່ຳໄດ້ປະສານສົມທົບລະຫວ່າງສຽງ, ແສງສີ, ພ້ອມກັບບັນດາເລື່ອງລາວທີ່ແທ້ຈິງກ່ຽວກັບຊີວິດຂອງບັນດານັກຮົບປະຕິວັດທີ່ຖືກກັກຂັງຢູ່ຄຸກ, ໄດ້ສ້າງອາລົມຈິດ, ຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແຂກທ່ອງທ່ຽວ. ທ່ານນາງ ຟ້າມທິລານ, ຢູ່ ຮ່າໂນ້ຍ, ແບ່ງປັນວ່າ:
“ຂ້າພະເຈົ້າມັກຮັກປະຫວັດສາດທີ່ສຸດ. ເຂົ້າຮ່ວມລາຍການຢູ່ເຂດປູຊະນີຍະສະຖານຄຸກ ຮວາລໍ່, ຂ້າພະເຈົ້າໄດ້ຮູ້ຈັກສ່ວນໜຶ່ງປະຫວັດສາດຂອງປະເທດຊາດຕື່ມອີກ. ຂ້າພະເຈົ້າຫວັງວ່າລາຍການຈະໄດ້ແຜ່ກະຈາຍໄປເຖິງເພື່ອນໜຸ່ມຫຼາຍກວ່າອີກ”.
ລາຍການທ່ອງທ່ຽວ “ແກະລະຫັດພະລາຊະວັງ ທັງລອງ” ພັດສ້າງຄວາມປະທັບໃຈຢ່າງແຮງຕໍ່ແຂກທ່ອງທ່ຽວ. ດ້ວຍການຄົ້ນຫາເຂດພະລາຊະວັນ ທັງລອງ ເມື່ອກ່ອນ, ຮັບຊົມວາດຟ້ອນໃນວັງຢູ່ບັນດາຮ່ອງຮອຍສະຖານບູຮານທີ່ເປັນເອກະລັກສະເພາະ, ຮັບຊົມບັນດາວັດຖຸພັນ, ວັນຖຸບູຮານອັນລ້ຳຄ່າທີ່ໄດ້ຄົ້ນພົບຢູ່ພະລາຊະວັງ ທັງລອງ.
“ຂ້າພະເຈົ້າມາຈາກ ຝລັ່ງ. ທຸກສິ່ງທຸກຢ່າງຢູ່ທີ່ນີ້ແມ່ນມີຄວາມແຕກຕ່າງກັນເມື່ອທຽບໃສ່ປະເທດຂອງຂ້າພະເຈົ້າ. ທຸກຄົນນິຍົມລາຍການນີ້ຫຼາຍ”.
“ຂ້າພະເຈົາເຫັນວ່າ ລາຍການທ່ອງທ່ຽວນີ້ແມ່ນດຶງດູດໃຈທີ່ສຸດ. ຂ້າພະເຈົ້າມັກຮັກປະຫວັດສາດ ຫວຽດນາມ ແລະ ໄດ້ຄົ້ນຄວ້າຫຼາຍຢ່າງ. ຂ້າພະເຈົ້າເຫັນວ່າ ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ພະລາຊະວັງ ທັງລອງ ແມ່ນສຸດຍອດ”.
ນັກທ່ອງທ່ຽວໄດ້ສຳຜັດກັບບັນຍາກາດຂອງພະລາຊະວັງບູຮານ, ຮຽນຮູ້ບັນດາຮ່ອງຮອຍທາງໂບຮານຄະດີທີ່ເປັນເອກະລັກສະເພາະ, ຊົມເຊີຍບັນດາວັດຖຸບູຮານອັນລ້ຳຄ່າທີ່ໄດ້ພົບເຫັນຢູ່ທີ່ພະລາຊະວັງ ທັງລອງ. ພາບ: VGP
ການພັດທະນາບັນດາການເຄື່ອນໄຫວທ່ອງທ່ຽວຍາມຄ່ຳຄືນ ສົມທົບກັບມໍລະດົກໄດ້ຊ່ວຍຍົກສູງຄຸນຄ່າບັນດາບັນດາເຂດມໍລະດົກ, ພ້ອມກັນນັ້ນ ກໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ຊ່ວຍໃຫ້ແຂກທ່ອງທ່ຽວຄົ້ນຫາ ຮ່າໂນ້ຍ ທັງເກົ່າແກ່ບູຮານ, ທັງທັນສະໄໝ, ທັງມີຊີວິດຊີວາໃນຍາມຄ່ຳຄືນ.