ຖະໜົນຫົນທາງຫຼາຍສາຍ ແລະ ກິດຈະການຫຼາຍແຫ່ງ ຢູ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາ ເພື່ອຂຳ່ນັບຮັບຕ້ອນ ກອງປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ ຊຶ່ງຈະ ໄດ້ຈັດຂຶ້ນໃນວັນທີ 27-28 ກຸມພາ.
ກ່ອນຈັດກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ປະທາ ນາທິບໍດີ ສ ອາເມລິກາ Donald Trump ແລະ ປະທານ ພັກ ແຮງງານ ສປປ ເກົາຫຼີ Kim Jong-un ທີ່ກຳລັງມາເຖິງ, ໂສມໜ້ານະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປະດັບ ປະດາ ເພື່ອຂຳ່ນັບຮັບຕ້ອນເຫດການ ອັນສຳຄັນນີ້. ຕາມ ເສັ້ນທາງຫຼາຍສາຍ ໃນຮ່າໂນ້ຍ, ບັນດາປ້າຍຄຳຂວັນ, ປ້າຍໂຄສະນາ ຂະໜາດໃຫຍ່, ສັນຍາລັກຈັບມືສະແດງ ເຖິງສັນຕິພາບ, ບັນດາຊໍ່ດອກໄມ້ ທີ່ໄດ້ປະດັບປະດາເຕັມ ຖະໜົນຫົນທາງເພື່ອຂຳ່ນັບຮັບຕ້ອນກອງ ປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ.
ປະຕິບັດ: ກຸ່ມນັກຂ່າວ VNP