ຂ່າວສານ

ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 5 ລ້ານໃນປີ 2026

ໃນ 6 ເດືອນຕົ້ນປີ 2026, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 18 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ພິທີຕ້ອງຮັບແຂກທ່ອງທ່ຽວຜູ້ທີ 5 ລ້ານມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ ປີ 2026 (ພາບ: VNA)

ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 66 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ, ຕອນ​ບ່າຍ​ວັນ​ທີ 07 ກໍ​ລະ​ກົດ, ຢູ່​່​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ໂນ້ຍ​ບາຍ (ຮ່າ​ໂນ້ຍ), ພະ​ແນກ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ຕ້ອງ​ຮັບ​ແຂກ​ທ່ອງ​ທ່ຽວ​ຜູ້​ທີ 5 ລ້ານ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ປີ 2026.

ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຜູ​້​ທີ 5 ລ້ານ​ມາ ຮ່າ​ໂນ້ຍ​ແມ່ນ​ທ່ານ​ນາງ Maria Del Mar

Piñas Piñas, ສັນ​ຊາດ ແອັດ​ສະ​ປາຍ, ຫົວ​ໜ້າ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ລວມ​ມີ 19 ຄົນ​ມາ ຫວຽດ​ນາມ ຕາມ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ແກ່​ຍາວ​ເປັນ​ເວ​ລາ 16 ວັນ. ຄະ​ນະ​ເລີ່ມ​ເດີນ​ທາງ​ຈາກ Madrid, ຜ່ານ​ແດນ​ຢູ່ ໂດ​ຮາ (ກາ​ຕາ) ກ່ອນ​ທີ່ຈະ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ ໂນ້ຍ​ບາຍ ໃນ​ຕອນ​ບ່າຍ​ວັນ​ທີ 07 ກໍ​ລະ​ກົດ.

ພາຍ​ຫຼັງ​ຢ້ຽມ​ຢາມ ຮ່າ​ໂນ້ຍ, ຄະ​ນະ​ແຂກ​ທ່ອງ​ທ່ຽວ ແອັດ​ສະ​ປາຍ ສືບ​ຕໍ່​ເດີນ​ທາງ​ໄປ​ຄົ້ນ​ຫາ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ທີ່​ມີ​ຊື່​ສຽງ​ຢູ່ ຫວຽດ​ນາມ, ຄື: ຊາ​ປາ, ນິງ​ບິ່ງ, ອ່າວ​ຮະ​ລອງ, ເຫ້ວ, ດ່ານັ້ງ, ໂຮ້ຍ​ອານ (ດ່ານັ້ງ) ແລະ ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ເຈິ່ນ​ຈຸງ​ຮຽວ, ຮອງ​ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽ​ວ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ແຂກ​ທ່ອງ​ທ່ຽວ​ຜູ້​ທີ 5 ລ້ານ​ມາ​ຈາກ ເອີ​ລົບ, ສັ​ນ​ຊາດ​ ແອັດ​ສະ​ປາຍ ໄດ້​ຕ້ອນ​ຮັບ​ໃນ​ວັນ​ທີ 07 ກໍ​ລະ​ກົດ ແມ່ນ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຂອງ​ນະ​ຄອນ ຮ່າ​ໂນ້ຍ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ບັນ​ດາ​ແຂກ​ທ່ອງ​ທ່ຽວ​​ທີ່ໄດ້​ເລືອ​ກ​ເອົາ ຮ່າ​ໂນ້ຍ ແມ່ນ​ສະ​ຖານ​ທີ່​ເລີ່ມ​ຕົ້ນ ຈະ​ມີ​ບັນ​ດາ​ການ​ປະ​ພຶດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຢູ່ ຫວຽດ​ນາມ. ຫວັງ​ວ່າ, ແຂກ​ທ່ອງ​ທ່ຽວ​ຈະ​ສືບ​ຕໍ່​ເລືອ​ກ​ເອົາ ຫວຽດ​ນາມ ແລະ ກັບ​ຄືນ​ມາ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ”.

ໃນ 6 ເດືອນ​ຕົ້ນ​ປີ 2026, ຮ່າ​ໂນ້ຍ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວກວ່າ 18 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ​ເກືອບ 16% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ສະ​ເພາະ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ເກືອບ 27%.


top