ຂ່າວສານ

ຮ່າໂນຍ ຈັດຫຼາຍການເຄື່ອນໄຫວວັດທະນະທຳໃນໂອກາດວັນຊາດ

ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋​ວາຫຼໍ່, ຫໍ​ພິ​ພິ​ຕະ​ພັນຮ່າໂ​ນ້ຍ ແລະ ສະ​ຖານ​ທີ່ຮ່ອງ​ຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງ​ຕົວ​ຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ.
  (ພາບປະກອບ: VNA)  

ເນື່ອງໃນໂອກາດວັນພັກ​ສະຫຼອງ 81 ປີວັນຊາດ 2 ກັນຍາ, ນະຄອນຫຼວງ ຮ່າໂນຍ ໄດ້ຈັດບັນ​ດາກິດ​ຈະ​ກຳວັດທະນະທຳສິລະປະ, ການທ່ອງທ່ຽວ ຢ່າງອຸດົມສົມບູນ ແລະ ກວ້າງຂວາງ, ຫຼາຍລາຍການໄດ້ຈັດ​ຂຶ້ນ​ຢູ່ບັນດາຕາແສງທີ່ຫ່າງໄກຈາກໃຈກາງເພື່ອຮັບໃຊ້ປະຊາຊົນ.

ລະອຽດຄື ໃນວັນທີ 31 ສິງຫາ, ໂຮງລະຄອນຮ້ອງເພງ, ຟ້ອນ ດົນ​ຕີ ທັງລອງ/ ໂຮງລະ​ຄອນສິລະປະກາ​ຍະ​ສິ ແລະ ການ​ສະ​ແດງ​ເວ​ທີຮ່າໂນຍ/ໂຮງລະຄອນກາຍເລືອງຮ່າໂນຍ/ໂຮງລະຄອນຟ້ອນ​ຕຸກ​ກະ​ຕານ້ຳ ທັງລອງ ຈະປະຕິບັດບັນດາລາຍການສິລະປະຢູ່ ຕາແສງ ດານ​ເຟືອງ, ຕາແສງ ມິງ​ເຈົ້າ, ຕາແສງ ບາດ​ຈ່າງ, ຕາແສງ ດ້​າຍ​ຊວຽນ. ວັນທີ 1 ແລະ 2 ກັນຍາ, ໂຮງລະຄອນຈັບ​ແຈ່ວ ​ຮ່າ​ໂນ້ຍ ຈະປະຕິບັດລາຍການສິລະປະຂະໜາດໃຫຍ່ຢູ່ບໍລິເວນສວນດອກໄມ້ ວິຫານ ບ່າ​ກ້ຽວ, ຖະໜົນ ຮວ່ານກຽມ. ໂດຍສະເພາະແມ່ນໃນວັນຊາດ 2 ກັນຍາ, ຫຼາຍລາຍການສິລະປະໄດ້ຈັດຂຶ້ນຢູ່ສະໜາມຫຼວງສະໜາມກິລາ ໝິ​ດິ່ງ; ສວນສາທາລະນະ ໂທ້ງ​ເຍິດ, ສວນດອກໄມ້
ຫຼາກ​ລອງກວັນ...

ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋​ວາຫຼໍ່, ຫໍ​ພິ​ພິ​ຕະ​ພັນຮ່າໂ​ນ້ຍ ແລະ ສະ​ຖານ​ທີ່ຮ່ອງ​ຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງ​ຕົວ​ຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ. ສະເພາະຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ທາງນະຄອນໄດ້ຈັດເຫດການ “ບຸນເຕັດ​ເອກະລາດຢ່າງມ່ວນຊື່ນ” ດຳເນີນເປັນເວລາ 5 ວັນ ແຕ່ວັນທີ 29 ສິງຫາ ເຖິງ ວັນທີ 2 ກັນຍາ. ຈຸດພົ້ນເດັ່ນໃນບັນ​ດາ​ກິດ​ຈະ​ກຳຊົມເຊີຍວັນຊາດຢູ່ ນະຄອນຫຼວງ ແມ່ນ ລາຍການຍິງບັ້ງໄຟດອກ ໃນວັນທີ 2 ກັນຍາ ຢູ່ 5 ຈຸດຍິງ.


top