ຂ່າວສານ

ຮ່າງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ (ສະບັບປັບປຸງ) ປີ 2025: ຊຸກຍູ້ການຄ້າສິນຄ້າຮັບປະກັນໃຫ້ສອດຄ່ອງກັບຄຳໝັ້ນສັນຍາສາກົນ

ຮ່າງກົດໝາຍມີຫຼາຍຈຸດໃໝ່, ຄື: ຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ການຈົດທະບຽນ, ຢັ້ງຢືນສິດຊັບສິນທາງປັນຍາ, ກົນໄກແບ່ງປັນສິດຊັບສິນທາງປັນຍາ…
ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ (ພາບ: TTXVN)

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ວັນທີ 15 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ, ເພື່ອສືບຕໍ່ສ້າງກອບຕິນິກຳຢ່າງໝັ້ນແກ່ນ ແລະ ສະດວກໃຫ້ແກ່ການເຄື່ອນໄຫວອາລັກຂາສິດຊັບສິນທາງປັນຍາ.

ຮ່າງກົດໝາຍມີຫຼາຍຈຸດໃໝ່, ຄື: ຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ການຈົດທະບຽນ, ຢັ້ງຢືນສິດຊັບສິນທາງປັນຍາ, ກົນໄກແບ່ງປັນສິດຊັບສິນທາງປັນຍາ… ພິເສດ, ຮ່າງກົດໝາຍໄດ້ພິຈາລະນາກຳນົດຖືສິດຊັບສິນທາງປັນຍາແມ່ນຊັບສົມບັດໜຶ່ງ. ນີ້ແມ່ນບາດກ້າວໃໝ່ໃນສະພາບ ຫວຽດນາມ ພວມຊຸກຍູ້ນະວັດຕະກຳ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນງອັກເຊີນ, ສະມາຊິກສະພາແຫ່ງຊາດ ຫາຍຟ່ອງ, ຖືວ່າ:

“ບັນາທີ່ຂາດກອບນິຕິກຳນັ້ນແມ່ນຈຸດອຸດຕັນໃນໄລຍະຜ່ານມາ. ໂດຍເລີ່ມມາຈາກສິ່ງດັ່ງກ່າວ ສະນັ້ນ, ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ສະໄໝປະຊຸມຄັ້ງນີ້ແມ່ນເພື່ອແກ້ໄຂຈຸດອຸດຕັນຕໍ່ການກຳນົດວ່າ ສິດຊັບສິນທາງປັນຍາແມ່ນໜຶ່ງໃນບັນດາສັບສິນບໍ່ເປັນວັດຖຸ. ຂ້າພະເຈົ້າຖືວ່າ, ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນເພື່ອຊ່ວຍໃຫ້ເລື່ອງຖ່າຍທອດເຕັກໂນໂລຊີຢ່າງແທດຈິງ, ໂດຍສະເພາະແມ່ນແກ້ໄຂໄດ້ຈຸດອຸດຕັນໃນໄລຍະຜ່ານມາ.”


top