ວຽກງານຜູ້ອາຍຸສູງຕ້ອງໄດ້ວາງໃນຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ ສັງລວມ, ພັດທະນາມະນຸດ, ຮັບປະກັນຊີວິດສັງຄົມ ແລະ ຍົກສູງຄຸນນະພາບຊີວິດຂອງ ປຊຊ.
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ມອບຂອງຂັວນໃຫ້ ຜູ້ອາຍຸສູງ (ພາບ: VNA)
ພິທີປຸກລະດົມເດືອນກະທຳເພື່ອຜູ້ອາຍຸສູງ ຫວຽດນາມ ປີ 2026 “ປະຊາຄົມ ຮ່ວມແຮງຮ່ວມໃຈເອົາໃຈໃສ່ຜູ້ອາຍຸສູງໃນທ່າອ່ຽງສັງຄົມຜູ້ສູງອາຍຸ, "ຕອບສະໜອງວັນຜູ້ອາຍຸສູງສາກົນ ຈັດຂຶ້ນໃນຕອນເຊົ້າວັນທີ 1 ຕຸລາຢູ່ນະຄອນ ຫາຍຟ່ອງ. ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ ເຂົ້າຮ່ວມພິທີປຸກລະດົມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຟ້າມທິແທັງຈ່າ ຊີ້ແຈ້ງວ່າ:
ວຽກງານຜູ້ອາຍຸສູງຕ້ອງໄດ້ວາງໃນຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ ສັງລວມ, ການພັດທະນາມະນຸດ, ຮັບປະກັນຊີວິດສັງຄົມ ແລະ ຍົກສູງຄຸນນະພາບຊີວິດຂອງ ປຊຊ. ອົງຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງແຕ່ລະຂັ້ນຕ້ອງປະຕິບັດຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນ. ແຕ່ລະຄອບຄົວຕ້ອງແມ່ນຊາຍຄາອັນອົບອຸ່ນນຢ່າງແທ້ຈິງ ເພື່ອໃຫ້ຜູ້ອາຍຸສູງໄດ້ຮັບຄວາມຮັກແພງ, ຄວາມເຄົາລົບນັບຖື, ເອົາໃຈໃສ່ເບິ່ງແຍງ…ປຊຊ ແຕ່ລະຄົນຕ້ອງມີຄວາມຮັບຜິດຊອບຮັກສາ ແລະ ແຜ່ກະຈາຍມູນເຊື້ອ “ເຄົາລົບນັບຖືຜູ້ອາຍຸສູງ” ອັນດີງາມຂອງຊາດ.