ມະຫາສະໝຸດປາຊີຟິກ ໄດ້ເຊື່ອມຕໍ່ບັນດາແຄມຝັ່ງທະເລ, ບັນດາພື້ນຖານເສດຖະກິດ ແລະ ບັນດາພື້ນຖານວັດທະນະທໍາ ທີ່ຫຼາກຫຼາຍເຂົ້າກັນ. ນີ້ແມ່ນພື້ນທີ່ດໍາລົງຊີວິດ, ພົບປະແລກປ່ຽນ ແລະ ພັດທະນາ ຂອງບັນດາພື້ນຖານເສດຖະກິດ ສະມາຊິກ APEC ພ້ອມດ້ວຍບັນດາປະເທດໃນພາກພື້ນ. ຮ່ວມມະຫາສະໝຸດດຽວກັນ, ຮ່ວມອະນາຄົດດຽວກັນ, ພວກເຮົາລ້ວນແຕ່ມີຄວາມຮັບຜິດຊອບ ຮ່ວມກັນ ໃນການປົກປັກຮັກສາ ເພື່ອໃຫ້ມະຫາສະໝຸດປາຊີຟິກ ເປັນມະຫາສະໝຸດແຫ່ງສັນຕິພາບ, ຄວາມສາມັກຄີ, ການຮ່ວມມື ແລະ ການພັດທະນາສະເໝີໄປ; ເປັນບ່ອນທີ່ບັນດາຝ່າຍເຄົາລົບ ເຊິ່ງກັນ ແລະ ກັນ, ປະຕິບັດຕາມກົດໝາຍສາກົນ, ຮ່ວມກັນ ປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ເປີດກວ້າງໂອກາດ ເພື່ອຜົນປະໂຫຍດລວມ.
ແຕ່ວັນທີ 17-20 ພະຈິກ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມ ສັບປະດາ ສຸດຍອດ ເວທີປາໄສ ການຮ່ວມມືທາງດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 33 ທີ່ນະຄອນ ເຊີນເຈີ້ນ, ປະເທດ ສປ.ຈີນ ແລະ ດໍາເນີນການເຮັດວຽກ ສອງຝ່າຍ ຢູ່ທີ່ນີ້. ໃນໂອກາດນີ້, ໜັງສືພິມລາຍວັນຈີນ (China Daily) ໄດ້ລົງພິມບົດຄວາມ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍໃຕ້ຫົວຂໍ້ "ຮ່ວມມະຫາສະໝຸດດຽວກັນ - ຮ່ວມອະນາຄົດດຽວກັນ". ວາລະສານ ຂ່າວພາບ ຫວຽດນາມ ຂໍເປັນກຽດແນະນໍາເນື້ອໃນ ຂອງບົດຄວາມດັ່ງກ່າວ.
ຮ່ວມມະຫາສະໝຸດດຽວກັນ - ຮ່ວມອະນາຄົດດຽວກັນ
ສະຫາຍ ໂຕເລິມ: ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ມະຫາສະໝຸດປາຊີຟິກ ໄດ້ເຊື່ອມຕໍ່ບັນດາແຄມຝັ່ງທະເລ, ບັນດາພື້ນຖານເສດຖະກິດ ແລະ ບັນດາພື້ນຖານວັດທະນະທໍາ ທີ່ຫຼາກຫຼາຍເຂົ້າກັນ. ນີ້ແມ່ນພື້ນທີ່ດໍາລົງຊີວິດ, ພົບປະແລກປ່ຽນ ແລະ ພັດທະນາ
ຂອງບັນດາພື້ນຖານເສດຖະກິດ ສະມາຊິກ APEC ພ້ອມດ້ວຍບັນດາປະເທດໃນພາກພື້ນ. ຮ່ວມມະຫາສະໝຸດດຽວກັນ, ຮ່ວມອະນາຄົດດຽວກັນ, ພວກເຮົາລ້ວນແຕ່ມີຄວາມຮັບຜິດຊອບ
ຮ່ວມກັນ ໃນການປົກປັກຮັກສາ ເພື່ອໃຫ້ມະຫາສະໝຸດປາຊີຟິກ ເປັນມະຫາສະໝຸດແຫ່ງສັນຕິພາບ, ຄວາມສາມັກຄີ, ການຮ່ວມມື ແລະ ການພັດທະນາສະເໝີໄປ; ເປັນບ່ອນທີ່ບັນດາຝ່າຍເຄົາລົບ
ເຊິ່ງກັນ ແລະ ກັນ, ປະຕິບັດຕາມກົດໝາຍສາກົນ, ຮ່ວມກັນ ປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ເປີດກວ້າງໂອກາດ
ເພື່ອຜົນປະໂຫຍດລວມ.
APEC - ການເດີນທາງ ແຫ່ງການຮ່ວມມື ແລະ ພັດທະນາ
ເກືອບສີ່ທົດສະວັດກ່ອນ, ເວທີປາໄສ ການຮ່ວມມືທາງດ້ານ ເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ກໍາເນີດຂຶ້ນ ຈາກ ຄວາມເຊື່ອໝັ້ນ ຕໍ່ກໍາລັງແຮງ ແຫ່ງການເປີດປະຕູ ແລະ ການຮ່ວມມື. ຈາກ 12 ສະມາຊິກ ຜູ້ກໍ່ຕັ້ງ ໃນປີ 1989 ມາເປັນ 21 ພື້ນຖານ ເສດຖະກິດ ສະມາຊິກ ໃນປັດຈຸບັນ, APEC ໄດ້ປະກອບສ່ວນ ອັນສໍາຄັນ ເຮັດໃຫ້ພາກພື້ນ ກາຍເປັນ ໜຶ່ງໃນ ບັນດາສູນກາງ ການເຕີບໂຕ ທີ່ຂະຫຍັນຂັນເຄື່ອນທີ່ສຸດ ຂອງໂລກ.
ພະລັງຊີວິດຂອງ APEC ແມ່ນນອນຢູ່ໃນ ວິທີການຮ່ວມມື ທີ່ເຄົາລົບຄວາມຫຼາກຫຼາຍ, ການສົນທະນາຢ່າງສະເໝີພາບ, ການສ້າງຄວາມເຫັນດີເຫັນພ້ອມ ແລະ ການກະທໍາ ບົນພື້ນຖານ ຄວາມສະໝັກໃຈ. ການພັດທະນາ ຂອງແຕ່ລະສະມາຊິກ ແມ່ນ ຕິດພັນກັບ ຄວາມວັດທະນາຖາວອນລວມ; ຜົນສໍາເລັດ ຂອງ ສະມາຊິກໜຶ່ງ ສາມາດເປີດໂອກາດ ໃຫ້ແກ່ ບັນດາສະມາຊິກອື່ນໆ.
ໃນປັດຈຸບັນ, ບັນດາບາດກ້າວບຸກທະລຸ ດ້ານເຕັກໂນໂລຊີ ໄດ້ເປີດໂອກາດໃໝ່, ໃນຂະນະທີ່ ບັນດາຮົ້ວຂວາງທາງການຄ້າ, ຄວາມສ່ຽງ ດ້ານການແບ່ງແຍກທາງເສດຖະກິດ ແລະ ຊ່ອງຫວ່າງ ແຫ່ງການພັດທະນາ ພວມສ້າງສິ່ງທ້າທາຍຫຼາຍຢ່າງ. ບັນດາ ພື້ນຖານເສດຖະກິດ ຈໍາເປັນຕ້ອງເຊື່ອມຕໍ່ກັນ ຢ່າງລາບລື່ນ ກວ່າເກົ່າ, ການຄ້າ ແລະ ການລົງທຶນ ຕ້ອງໄດ້ຮັບການອໍານວຍ ຄວາມສະດວກ, ຕ່ອງໂສ້ການສະໜອງ ຕ້ອງມີຄວາມໝັ້ນຄົງ ແລະ ມີຄວາມທົນທານ. ການເຊື່ອມຕໍ່ ຍັງໝາຍເຖິງ ການ ແລກປ່ຽນພູມປັນຍາ, ການຮ່ວມມື ລະຫວ່າງ ວິສາຫະກິດ ແລະ ການພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ດ້ວຍກັນ. ເໜືອສິ່ງອື່ນໃດ, ໝາກຜົນຂອງການເຕີບໂຕ ຕ້ອງໄດ້ຮັບການ ຫັນປ່ຽນ ໃຫ້ກາຍເປັນຊີວິດການເປັນຢູ່ ທີ່ດີງາມກວ່າເກົ່າ ໃຫ້ແກ່ ປະຊາຊົນ.
ນັ້ນກໍແມ່ນຈິດໃຈ ຂອງວິໄສທັດ ປູຕຣາຈາຢາ 2040 (Putrajaya Vision 2040), ທີ່ມຸ່ງໄປສູ່ ປະຊາຄົມ ອາຊີ - ປາຊີຟິກ ທີ່ເປີດກວ້າງ, ຂະຫຍັນຂັນເຄື່ອນ, ມີຄວາມທົນທານ ແລະ ສັນຕິພາບ. ການຈັດຕັ້ງປະຕິບັດ ວິໄສທັດດັ່ງກ່າວ ຮຽກຮ້ອງໃຫ້ມີ ການຮ່ວມແຮງຮ່ວມໃຈ ຂອງບັນດາສະມາຊິກ, ພ້ອມກັນປັບປຸງ ລະບົບການຄ້າຫຼາຍຝ່າຍ ທີ່ອີງໃສ່ກົດລະບຽບ ໂດຍມີອົງການ ການຄ້າໂລກ (WTO) ເປັນໃຈກາງ.
ຕອນບ່າຍວັນທີ 6 ພະຈິກ 2026, ທີ່ນະຄອນຫຼວງ ຮ່າໂນ້ຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເປັນປະທານ ກອງປະຊຸມເຮັດວຽກ ກັບຄະນະກໍາມະການ ແຫ່ງຊາດ APEC ເພື່ອກວດກາຄືນ ວຽກງານການກະກຽມ
ໃຫ້ແກ່ປີ APEC 2027 ຢູ່ ຫວຽດນາມ. ພາບ: ຖົ໋ງເຍິດ/VNA
APEC ຈີນ 2026 - ເພີ່ມແຮງຜັກດັນ ໃຫ້ແກ່ການຮ່ວມມື ໃນພາກພື້ນ
ສປ. ຈີນ ໄດ້ເຂົ້າຮ່ວມ APEC ນັບແຕ່ປີ 1991 ແລະ ໄດ້ສ້າງຂີດໝາຍຫຼາຍຢ່າງ ຜ່ານບັນດາຄັ້ງທີ່ຮັບໜ້າທີ່ ເປັນປະເທດເຈົ້າພາບ. ນັບແຕ່ ຂໍ້ຕົກລົງ ຊຽງໄຮ ໃນປີ 2001 ເຖິງ ແຜນຜັງເສັ້ນທາງ ປັກກິ່ງ ວ່າດ້ວຍການຫັນ ເຂດການຄ້າເສລີ ອາຊີ - ປາຊີຟິກ ໃຫ້ປະກົດຜົນເປັນຈິງ ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຕໍ່ APEC ທີ່ໄດ້ຮັບການຮັບຮອງ ໃນປີ 2014, ບັນດາກອງປະຊຸມ APEC ໂດຍ ຈີນ ເປັນເຈົ້າພາບ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຊື່ອມໂຍງພາກພື້ນ. ຫວຽດນາມ ຕີລາຄາສູງທີ່ສຸດ ຕໍ່ບັນດາຜົນສໍາເລັດ ແຫ່ງການ ປະຕິຮູບ, ເປີດປະຕູ ແລະ ນະວັດຕະກໍາໃໝ່ ຂອງ ຈີນ.
APEC ຈີນ 2026 ພາຍໃຕ້ຫົວຂໍ້ “ສ້າງປະຊາຄົມ ອາຊີ - ປາຊີຟິກ ທີ່ວັດທະນາຖາວອນຮ່ວມກັນ” ແລະ ສາມບຸລິມະສິດ ຄື: ການເປີດປະຕູ, ນະວັດຕະກໍາ ແລະ ການຮ່ວມມື ແມ່ນມີຄວາມໝາຍ ອັນແທດເໝາະກັບຕົວຈິງ. ໂຄງການດໍາເນີນງານ ກ່ຽວກັບ ການເຊື່ອມໂຍງທາງເສດຖະກິດ, ການເຊື່ອມຕໍ່, ເສດຖະກິດ ດີຈີຕອນ ແລະ ປັນຍາປະດິດ ທັງເປັນການປັບປຸງ ພື້ນຖານການຮ່ວມມື ໃຫ້ໜັກແໜ້ນ, ທັງເປີດທິດທາງ ການພັດທະນາໃໝ່.
ເຊີນເຈີ້ນ, ເຊິ່ງເປັນສະຖານທີ່ ທີ່ບັນດາຜູ້ນໍາ ພື້ນຖານເສດຖະກິດ APEC ຈະພົບປະກັນ, ແມ່ນມີຄວາມໝາຍ ອັນພິເສດ. ການເດີນທາງ ແຫ່ງການພັດທະນາ ຂອງນະຄອນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ກໍາລັງແຮງ ຂອງການປະຕິຮູບ, ການເປີດປະຕູ, ນະວັດຕະກໍາໃໝ່ ແລະ ການເຊື່ອມຕໍ່ກັບໂລກ - ເຊິ່ງແມ່ນບັນດາຄຸນຄ່າ ທີ່ພາກພື້ນ ຕ້ອງສືບຕໍ່ເສີມຂະຫຍາຍ.
ຮ່ວມຄວາມມຸ່ງມາດປາຖະໜາ ແຫ່ງການພັດທະນາ, ພ້ອມກັນສ້າງສາອະນາຄົດ
ຫວຽດນາມ ແລະ ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ໃກ້ຊິດສະໜິດສະໜົມ, ມີສາຍພູແມ່ນໍ້າຕິດຈອດກັນ,
ມີມູນເຊື້ອ ແຫ່ງມິດຕະພາບ ອັນຍາວນານ. ສອງພັກ, ສອງລັດ ໄດ້ເຫັນດີ ເປັນເອກະພາບ ສືບຕໍ່ເຮັດໃຫ້ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ
ເລິກເຊິ່ງຂຶ້ນຕື່ມ,
ຊຸກຍູ້ການສ້າງ ປະຊາຄົມ ຮ່ວມ ຊະຕາກໍາ ຫວຽດນາມ - ຈີນ ທີ່ມີຄວາມໝາຍ
ຍຸດທະສາດ;
ຖືເອົາການພັດທະນາ ຂອງປະເທດນີ້ ເປັນໂອກາດ ຂອງ ປະເທດນັ້ນ, ມຸ່ງໄປສູ່ ການພົວພັນ ທາງດ້ານເສດຖະກິດ, ການຄ້າ
ທີ່ມີຄວາມສົມດຸນ ແລະ ຍືນຍົງ.
ສອງປະເທດ ຍັງມີຊ່ອງວ່າງຫຼາຍຢ່າງ ໃນການຮ່ວມມື ກ່ຽວກັບ ການເຊື່ອມຕໍ່ພື້ນຖານໂຄງລ່າງ, logistics,
ວິທະຍາສາດ - ເຕັກໂນໂລຊີ, ການບໍາລຸງສ້າງຊັບພະຍາກອນມະນຸດ
ແລະ ການພົບປະແລກປ່ຽນປະຊາຊົນ. ບັນດາຄວາມພະຍາຍາມ ດັ່ງກ່າວ ທັງນໍາເອົາຜົນປະໂຫຍດ ອັນແທດຈິງ
ມາສູ່ປະຊາຊົນ ສອງປະເທດ,
ທັງປະກອບສ່ວນ ເຂົ້າໃນການເຊື່ອມຕໍ່ ຂອງ ພາກພື້ນ.
ເຂດພິເສດ ຝູ໋ກວັກ ພວມເລັ່ງລັດກໍ່ສ້າງ ຫໍສະແດງອະເນກປະສົງ ເພື່ອຮັບໃຊ້ກອງປະຊຸມ APEC 2027. ຫໍສະແດງອະເນກປະສົງ ມີສະຖາປັດຕະຍະກໍາ
ຮູບຊົງກົມ ເຊິ່ງເປັນສັນຍາລັກໃຫ້ແກ່ “ຟ້າ”, ຕັ້ງຢູ່ຄຽງຂ້າງ ສູນປະຊຸມ ຮູບສີ່ຫຼ່ຽມມົນ ທີ່ເປັນຕົວແທນໃຫ້ແກ່
“ດິນ” (ປັດຊະຍາ “ຟ້າກົມດິນຫຼ່ຽມ”) ໃນວັດທະນະທໍາ ຂອງຊາວ ຫວຽດນາມ. ພາບ: ເລມິງ/VNP
ເຂົ້າຮ່ວມ APEC
ໃນປີ 1998,
ຫວຽດນາມ ຍາມໃດກໍ ສະໜັບສະໜູນ ການເປີດເສລີທາງດ້ານການຄ້າ, ການລົງທຶນ ແລະ ລັດທິພາກພື້ນເປີດ. ຫວຽດນາມ ໄດ້ປະກອບສ່ວນ ຜ່ານໂຄງການດໍາເນີນງານ ຮ່າໂນ້ຍ
ໃນປີ 2006 ເພື່ອຜັນຂະຫຍາຍ ແຜນຜັງເສັ້ນທາງ ປູຊານ ມຸ່ງໄປສູ່ ບັນດາເປົ້າໝາຍ
ໂບກໍ;
ຊຸກຍູ້ການສ້າງວິໄສທັດ ຫຼັງປີ 2020 ແລະ ສ້າງຕັ້ງ ກຸ່ມວິໄສທັດ APEC
ທີ່ນະຄອນ ດ່າໜັງ ໃນປີ 2017.
ດ້ວຍຄວາມມຸ່ງມາດປາຖະໜາ ກາຍເປັນປະເທດພັດທະນາ,
ມີລາຍຮັບສູງ ໃນປີ 2045, ຫວຽດນາມ
ຖືເອົາ ວິທະຍາສາດ - ເຕັກໂນໂລຊີ,
ນະວັດຕະກໍາໃໝ່ ແລະ ການຫັນເປັນດີຈີຕອນ ເປັນກໍາລັງແຮງຂັບເຄື່ອນ
ທີ່ສໍາຄັນ. ຫວຽດນາມ ຢຶດໝັ້ນ ແນວທາງ ການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,
ຫັນເປັນຫຼາຍຝ່າຍ, ຫຼາຍຮູບແບບ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງ ເຂົ້າກັບ ສາກົນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ
ເພື່ອສັນຕິພາບ,
ການຮ່ວມມື ແລະ ການພັດທະນາ.
ເມືອງຮວ່າງຮົນ (Sunset Town) ຕັ້ງຢູ່ເທິງເນີນພູ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງເກາະ ຝູ໋ກວັກ, ມີຊື່ສຽງໂດ່ງດັງ ດ້ວຍສະຖາປັດຕະຍະກໍາ ແບບ ເມດິເຕີເຣນຽນ ທີ່ມີສີສັນສົດໃສ ແລະ ເປັນໜຶ່ງໃນຈຸດຊົມຕາເວັນຕົກດິນ ທີ່ສວຍງາມທີ່ສຸດ
ຂອງ ຫວຽດນາມ. ພາບ: ເລມິງ/VNP
ບົນພື້ນຖານ ບັນດາທິດທາງການຮ່ວມມື ທີ່ APEC
ໄດ້ກໍານົດໄວ້, ພວກເຮົາ ຈໍາເປັນຕ້ອງສືບຕໍ່
ອໍານວຍຄວາມສະດວກ ໃຫ້ແກ່ ການຄ້າ,
ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ ແລະ
ຄວາມທົນທານ ຂອງຕ່ອງໂສ້ການສະໜອງ;
ສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງເຕັກໂນໂລຊີ, ການຫັນເປັນ ດີຈີຕອນ; ຮ່ວມມືພັດທະນາ ຊັບພະຍາກອນມະນຸດ ແລະ ຊຸກຍູ້ ການເຕີບໂຕສີຂຽວ, ຍືນຍົງ. ບັນດາຄວາມ ພະຍາຍາມເຫຼົ່ານັ້ນ ຕ້ອງເປີດກວ້າງໂອກາດ ເພື່ອໃຫ້ປະຊາຊົນ ແລະ
ວິສາຫະກິດ ໄດ້ເຂົ້າຮ່ວມ,
ປະກອບສ່ວນ ແລະ ໄດ້ຮັບ ຜົນປະໂຫຍດ ຈາກການພັດທະນາ ຂອງພາກພື້ນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ກອງປະຊຸມບັນດາຜູ້ນໍາ ພື້ນຖານ ເສດຖະກິດ APEC 2026 ທີ່ນະຄອນ ເຊີນເຈີ້ນ, ພາຍໃຕ້
ການເປັນປະທານ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ, ຈະປະສົບຜົນສໍາເລັດຢ່າງຈົບງາມ, ເພີ່ມທະວີຄວາມເຫັນດີເຫັນພ້ອມ
ແລະ ນໍາເອົາໝາກຜົນ ການຮ່ວມມື ອັນແທດຈິງມາໃຫ້.
ຫວຽດນາມ ສະໜັບສະໜູນ ແລະ ຕັ້ງໜ້າປະສານສົມທົບ ກັບ ຈີນ ເພື່ອຈັດຕັ້ງ ປີ APEC 2026 ໃຫ້ປະສົບຜົນສໍາເລັດ; ພ້ອມກັນນັ້ນ
ກໍປາຖະໜາຢາກສືບຕໍ່ ບັນດາໝາກຜົນດັ່ງກ່າວ ໃນປີເປັນເຈົ້າພາບ APEC 2027. ການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດ ຈະປະກອບສ່ວນຮັກສາ
ລັກສະນະຕໍ່ເນື່ອງ ແລະ ສ້າງກໍາລັງ ແຮງເພີ່ມເຕີມ ໃຫ້ແກ່ການຮ່ວມມື ໃນພາກພື້ນ.
“ເມືອງທີ່ບໍ່ເຄີຍນອນ” Grand World ຝູ໋ກວັກ, ຕັ້ງຢູ່ໃນກຸ່ມສະຖານທີ່ທ່ອງທ່ຽວຂະໜາດໃຫຍ່ ຝູ໋ກວັກ United Center) ທີ່ຫາດ ບ໋າຍຢ່າຍ, ທາງທິດເໜືອ ຂອງເກາະຝູ໋ກວັກ. ສະຖານທີ່ແຫ່ງນີ້ ເຄື່ອນໄຫວຢ່າງຄຶກຄັກ ຕະຫຼອດ 24 ຊົ່ວໂມງ ດ້ວຍກິດຈະກໍາປະສົບການ ດ້ານການບັນເທີງ, ການຊື້ເຄື່ອງ, ອາຫານການກິນ ແລະ ສິລະປະ ທີ່ເປັນເອກະລັກຫຼາກຫຼາຍ
ຮູບແບບ. ພາບ: ເລມິງ/VNP
ຮ່ວມມະຫາສະໝຸດດຽວກັນ, ຮ່ວມຄວາມມຸ່ງມາດປາຖະໜາ ກ່ຽວກັບ ອະນາຄົດທີ່ດີງາມກວ່າເກົ່າ, ຫວຽດນາມ ພ້ອມແລ້ວທີ່ຈະ ຮ່ວມກັບ ຈີນ ແລະ ບັນດາພື້ນຖານ ເສດຖະກິດ ສະມາຊິກ APEC ປົກປັກຮັກສາສັນຕິພາບ, ເພີ່ມທະວີການເຊື່ອມຕໍ່ ແລະ ເປີດກວ້າງໂອກາດ ແຫ່ງການພັດທະນາ, ເພື່ອພາກພື້ນ ອາຊີ - ປາຊີຟິກ
ທີ່ວັດທະນາຖາວອນ, ຍືນຍົງ ໃຫ້ແກ່ຄົນຮຸ່ນຫຼັງ ໃນອະນາຄົດ./.
ໂຕເລິມ
ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ