ຕົ້ນ ເຢືອງ (Broussonetia papyrifera) ໄດ້ນຳໃຊ້ເພື່ອຜະລິດ ເຈ້ຍສາຂອງຊາວເຜົ່າ ເມືອງ.
ຕົ້ນ ເຢືອງ ຈະໄດ້ຕັດໃບໄມ້ອອກ ແລະ ເອົາແຕ່ລຳຕົ້ນໄມ້ ເພື່ອຜະລິດເຈ້ຍສາເທ່ົານັ້ນ.
ຕົ້ນ ເຢືອງ ຫຼັງຈາກທີ່ເກັບມາຈະໄດ້ເອົາໄປແຊ່ນຳ້ຫ້ວຍ
ໃນເວລາ 3 ວັນເພື່ອເຮັດໃຫ້ລຳຕົ້ນ ເຢືອງ ອ່ອນ.
ຕົ້ນ ເຢືອງ ຫຼັງຈາກທີ່ຕົ້ມສຸກແລ້ວຈະໄດ້ເອົາມາທັບໃຫ້ມຸ່ນ.
ເອື້ອຍ ຮວ່າງທິເຫົ້າ ແນະນຳວິທີການຖອກເຈ້ຍກັບ ນັກທ່ອງທ່ຽວ.
ເອື້ອຍ Stephanie Martinelli, ນັກທ່ອງທ່ຽວມາຈາກ ອາເມລິກາ
ໄດ້ປະຕິບັດວິທີການຖອກເຈ້ຍຕາມແບບ ຫັດຖະກຳ.
ນັກທ່ອງທ່ຽວຈະໄດ້ບັນດານາຍຊ່າງແນະນຳໃຫ້ຮູ້ວິທີການຜະລິດເຈ້ຍສາ ປະສານສົມທົບ
ກັບບັນດາລາຍດອກທີ່ມີຈາກຕົ້ນຫຍ້າໃບໄມ້. ນີ້ແມ່ນຜະລິດຕະພັນເຈ້ຍສາໃໝ່ຂອງໜ່ວຍ
ຜະລິດເຈ້ຍສາຕາມແບບຫັດຖະກຳຂອງບ້ານ ສວຍກໍ, ຮ່ວາບິ່ງ.
ເຄື່ອງມືທີ່ຮັບໃຊ້ໃຫ້ແກ່ການຜະລິດເຈ້ຍສາ ຈະໄດ້ກ່ຽມພ້ອມເພື່ອໃຫ້ນັກທ່ອງທ່ຽວສາມາດປະຕິບັດ
ບັນດາຂັ້ນຕອນການຜະລິດເຈ້ຍສາໄດ້ຢ່າງງ່າຍດາຍ.
ເຈ້ຍສາຫຼັງຈາກໄດ້ຖອກແລ້ວ ຈະໄດ້ເອົາໄປຕາກຈົນແຫ້ງ.
ຕົ້ນ ເກີມຮົ່ງ, ຕົ້ນໄມ້ຊະນິດໜຶ່ງມີຫຼາຍຢູ່ ຮ່ວາບິ່ງ ໄດ້ນຳໃຊ້
ເພື່ອຍອມສີບົວໃຫ້ແກ່ເຈ້ຍສາ.
ທ້າວ Javier Rodriguez, ນັກທ່ອງທ່ຽວມາຈາກ ອາເມລິກາ
ຮູ້ສຶກດີໃຈຕໍ່ຜະລິດຕະພັນທີ່ຕົນເອງເຮັດມາ.
ນັກທ່ອງທ່ຽວ 2 ຄົນມາຈາກ ອາເມລິກາ ຮູ້ສຶກດີໃຈ ຕໍ່ຜະລິດຕະພັນເຈ້ຍສາ ໂດຍຕົນເອງເປັນຜູ້ເຮັດ. |