ຂ່າວສານ

ຮູບ​ເງົາ ຫວຽດ​ນາມ ຢັ້ງ​ຢືນ​ສີ​ສັນ ແລະ ການ​ມີ​ໜ້າຢູ່​ງານ​ມະ​ໂຫລານ​ຟິມ​ຮູບ​ເງົາ ແລະ ຕະຫຼາດ​ຮູບ​ເງົາ​ສາ​ກົນ​ເທື່ອ​ລະ​ກ້າວ

ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ຟິມ​ຮູບ​ເງົາ ອາ​ຊີ ດ່າ​ໜັງ​ງ​ຄັ້ງ​ທີ IV, ຕອນ​ບ່າຍ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ນະ​ຄອນ ດ່າ​ໜັງ, ໄດ້​ດຳ​ເນີນ​​ກອ​ງ​ປະ​ຊຸມ​ສຳ​ມະ​ນາ “ໂສມ​ໜ້າ​ຮູບ​ເງົາ ຫວຽດ​ນາມ ໃນຍຸກ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່”.
 
  ພາບລວມໃນກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: VNA)  

ນີ້​ແມ່ນ​ເວ​ທີ​ປາ​ໄສດ້ານວິ​ຊາ​ການ​ ແລະ ວິ​ຊາ​ຊີບ ພ້ອມ​ກັນ​ຫວນ​ຄືນ​ວິ​ວັດ​ແຫ່ງການ​ພັດ​ທະ​ນາ​ຂອ​ງ​ຮູບ​ເງົາ ຫວຽດ​ນາມ ນັບ​ແຕ່​ ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ເມື່ອ​ປີ 1986; ຮັບ​ຮູ້​ກາ​ລ​ະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳສຽງ​ແລະ​ພາບ (Audiovisual)​ທົ່ວ​ໂລກ.

ທ່ານ ຕະ​ກວາງ​ດົງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຮູ້​ຕື່ມ​ອີກວ່າ:

“ໄລ່​ຮອດ​ເດືອນ ຕຸ​ລາ 2026, ບັນ​ດາ​ກົນ​ໄກ​ທັງ​ໝົດ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ຮູບ​ເງົາ ກໍ​ຄື​ດຳສະ​ບັບ​ຕ່າງໆ​ເພື່ອ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າຮູບ​ເງົາ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງວ່າ ຮອດ​ເດືອນ ທັນ​ວາ 2026, ການ​ປ່ຽນ​ແປງ​ທັງ​ໝົດ​ຂອງ​ຮູບ​ເງົາ ຈະ​ຫັນ​ໄປ​ສູ່​ບາດ​ກ້າວ​ໃໝ່, ຈະ​ແຈ້ງກວ່າ, ສະ​ດວກກວ່າ​ໃຫ້​ແກ່​ວຽກ​ງານ​ພັດ​ທະ​ນາ​ຮູບ​ເງົາ ຫວຽດ​ນາມ, ໃນ​ນັ້ນ ມີ​ການ​ດຶງ​ດູດ​​ທຸກ​ແຫຼ່ງ​ກຳ​ລັງ, ສົ່ງ​ເສີມ​ທຸກຂະ​ບວນວິ​ວັດ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ຜະ​ລິ​ດ​ຟິມ​ຮູບ​ເງົາ​ຈະ​ໄດ້​ຮັບ​ການ​ຍູ້​ແຮງກວ່າ ແລະ ການ​ໂຄ​ສະ​ນາ​ຟິມ​ຮູບ​ເງົາ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ກໍ່ຫຼາຍກວ່າ​ອີກ”.


top