ທ່າມກາງຈັງຫວະຊີວິດທີ່ຄຶກຄື້ນ ແລະ ເຕັມໄປດ້ວຍສີສັນຂອງ ອາຟຣິກາໃຕ້, ຫວຽດນາມ ໄດ້ປະກົດຕົວຜ່ານຊ່ວງເວລາ ແຫ່ງການດຳລົງຊີວິດ ທີ່ລຽບງ່າຍ ແຕ່ເຕັມໄປດ້ວຍ ຄວາມໝາຍ - ນັບແຕ່ການພົບປະທາງການທູດ, ກິດຈະກຳ ຂອງຊຸມຊົນ ຕະຫຼອດຮອດ ການສຳຜັດກັບລົດຊາດອາຫານ ແລະ ວັດທະນະທຳ. ບັນດາ ເລື່ອງລາວເລັກໆ ນ້ອຍໆ ເຫຼົ່ານັ້ນ ພວມເຊື່ອມຕໍ່ສາຍພົວພັນ ລະຫວ່າງປະຊາຊົນສອງຊາດ ຢ່າງງຽບໆ, ສາມາດກ້າວຂ້າມໄລຍະທາງພູມສາດ ເພື່ອບັນລຸ ເຖິງຄວາມເຂົ້າອົກເຂົ້າໃຈ ແລະ ການແບ່ງປັນເຊິ່ງກັນ ແລະ ກັນ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟຣິກາໃຕ້ ຮວ່າງຊີ໊ເກື່ອງ ມອບວາລະສານ ຂ່າວພາບ ຫວຽດນາມ (VNP) ໃຫ້ແກ່ ອະດີດປະທານາທິບໍດີ ແຫ່ງ ສ ອາຟຣິກາໃຕ້ Thabo Mbeki. ພາບ:
ຮົ່ງມິງ/VNA
ບັນດາປຶ້ມວາລະສານ ຂ່າວພາບຫວຽດນາມ (VNP)
ສະບັບ ພາສາ ອັງກິດ
ໄດ້ຖືກສົ່ງໄປເປັນປົກກະຕິ ໃນທຸກໆ ເດືອນ, ເຊິ່ງໄດ້ກາຍເປັນຂົວຕໍ່
ທີ່ມີປະສິດທິຜົນ ໃນການນຳເອົາ ຫວຽດນາມ ເຂົ້າມາໃກ້ຊິດ ກັບບັນດາຜູ້ນຳ, ນັກທຸລະກິດ ແລະ ເພື່ອນມິດຢູ່ ອາຟຣິກາໃຕ້. ແຕ່ລະໜ້າ ວາລະສານ ທີ່ເຕັມໄປດ້ວຍ ຮູບພາບ, ເລື່ອງລາວ ກ່ຽວກັບປະເທດຊາດ ແລະ ຜູ້ຄົນ ຫວຽດນາມ, ພາບພົດ
ຂອງ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ເຂັ້ມຂຸ້ນໄປດ້ວຍເອກະລັກ ແລະ ມີຄວາມໂອບອ້ອມອາລີ
ໄດ້ປະກົດໃຫ້ເຫັນຢ່າງມີຊີວິດຊີວາ ແລະ ສຳຜັດໄດ້ງ່າຍ. ບັນດາຂອງຂວັນ ເລັກໆ ນ້ອຍໆ
ເຊັ່ນ: ກາເຟ, ຊາ ຫຼື ເຂົ້າໜົມພື້ນເມືອງ ທີ່ມອບໃຫ້ໄປພ້ອມນັ້ນ
ຍິ່ງເຮັດໃຫ້ເລື່ອງລາວ ກ່ຽວກັບ ຫວຽດນາມ ມີຄວາມໃກ້ຊິດ ແລະ ອົບອຸ່ນຍິ່ງຂຶ້ນ.
ທ່ານນາງຮອງປະທານປະເທດ ຫວໍທິແອັ໋ງຊວນ ໄດ້ແນະນຳ ວັດທະນະທຳ ຫວຽດນາມ
ເຖິງເພື່ອນມິດ ອາຟຣິກາໃຕ້ ໃນໂອກາດເຂົ້າຮ່ວມລາຍການ “ວັນ ຫວຽດນາມ ຢູ່
ອາຟຣິກາໃຕ້” ໂດຍກະຊວງການຕ່າງປະເທດເປັນຜູ້ຈັດຕັ້ງ. ພາບ: VNA
ກຸບໄມ້ ຫວຽດນາມ ກໍໄດ້ຮັບຄວາມສົນໃຈ ແລະ ຄວາມມັກຮັກ ຈາກເພື່ອນມິດ ອາຟຣິກາໃຕ້ ແລະ ສາກົນ
ໃນເຫດການ ວັນ ເຝີ ຫວຽດນາມ ຢູ່ທີ່ນະຄອນຫຼວງ ເພຣໂຕເຣຍ, ອາຟຣິກາໃຕ້.
ພາບ: ຮົ່ງມິງ/VNA
ບໍ່ພຽງແຕ່ຢຸດຢູ່ທີ່ວຽກງານສື່ສານ, ບັນດາກິດຈະກຳ ແນະນຳ ອາ ຫານ ຫວຽດ ເຊັ່ນ: ເຝີ, ຈ໋າຢ່ໍ ຫຼື ປະເພດນ້ຳຫວານ ພື້ນເມືອງ ໄດ້ປະກອບສ່ວນ ປຸກກະຕຸ້ນຄວາມສົນໃຈ ແລະ ຄວາມມັກຮັກ ຈາກເພື່ອນມິດສາກົນ. ຄຽງຂ້າງນັ້ນ, ພາບພົດ ຂອງ ຊຸດ ອ໋າວຢ່າຍ (ເສື້ອຍາວ) ຫວຽດນາມ ທີ່ປະກົດ ໃນບັນດາເຫດການ ວັດທະນະທຳ
ກໍໄດ້ສ້າງຄວາມປະທັບໃຈ ຢ່າງເລິກເຊິ່ງ, ກາຍເປັນ ສັນຍະລັກ ແຫ່ງການຈົດຈຳ
ທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ.
ຈາກບັນດາການກະທຳ ທີ່ລຽບງ່າຍ ແຕ່ມີຄວາມພາກພຽນ ພະຍາຍາມນັ້ນ, ຮູບພາບ ຫວຽດນາມ ຢູ່ ອາຟຣິກາໃຕ້ ໄດ້ຮັບການເຜີຍແຜ່ອອກໄປ ຢ່າງເປັນທຳມະຊາດ,
ຈິງໃຈ ແລະ ເຕັມໄປ ດ້ວຍພະລັງຊີວິດ.
ບົດ ແລະ ພາບ: ຮົ່ງມິງ