ສິລະປະ

ຮູບປັ້ນເສືອ ເຄືອບດິນເຜົາ ມິງລອງ I

ຊຸດສະ​ສົມ​ຮູບ​ປັ້ນ ​ເສືອ​ເຄືອບດິນເຜົາ ​ໄດ້​ຮັບ​ການ​ອອກ​ແບບ​ ທີ່ ເປັນ​ເອ​ກະ​ລັກ​ສະ​ເພາະ​ ໂດຍ​ບັນດານາຍຊ່າງຂອງ ບໍລິສັດ ມິນ​ລອງ I
ຊຸດ​ສະ​ສົມ​ເສືອ​ເຄືອບດິນເຜົາ ​ມິງ​ລອງ I ມີ 3 ​ຫົວ​ຂໍ້​ຄື: ຄວາມ ​ປາດ​ຖະໜາ, ສຸກສຳລານ, ​ໄດ້ດັ່ງໃຈ ສະ​ແດງ​ຄວາມ​ປາດ​ຖະ ໜາອັນ​ດີງາມ​ຜ່ານ​ຮູບ​ ຂອງ​ເສືອ ​ທີ່ແຕກ​ຕ່າງ​ກັນ. ຮູບປັ້ນເສືອ ແຫ່ງຄວາມປາດຖະໜາ ໄດ້ປະດິດສ້າງຢ່າງລະອຽດ, ມີຊີວິດຊີ ວາ ແລະ ຈິດວິນຍານ ໄດ້ວາດພາບຜ່ານສາຍຕາ, ຂົນ, ເນື້ອໜັງ, ຮ່າງກາຍ ທີ່ເຕັມໄປດ້ວຍພະລັງ ແຫ່ງເຈົ້າປ່າ, ມີທ່ານັ່ງຢ່າງສະ ຫງ່າ ຢູ່ແຜ່ນຫີນ ເທິງຍອດພູສູງ. ຮູບ​ປັ້ນເສືອແຫ່ງ ຄວາມສຸກສຳ ລານ ​ມີ​ຮ່າງ​ກາຍ​ສົມສ່ວນ, ໃສ່​ເສື້ອ​ຄຸມ ແລະ​ ໃສ່​ສາຍ​ຄໍ​ຢູ່​ອ້ອມ​ຄໍ, ຝຶກ​ສະ​ມາ​ທິ​ ຢ່າງ​ສະ​ໝ່ຳ​ສະ​ເໝີ. ໃບໜ້າທີ່ສະຫງົບ ດ້ວຍ ຕາ ເຄິ່ງປິດ ຄືກັບການຜ່ອນຄາຍ, ພັກຜ່ອນ - ແຕ່ໃນຄວາມເປັນ ຈິງ ແມ່ນງຽບ, ຟື້ນຟູພະລັງງານ ສໍາລັບການເອົາຊະນະໃໝ່. ຮູບ​ປັ້ນ​ເສືອ ໄດ້ດັ່ງໃຈ ມີ​ຮູບ​ຮ່າງ​ຄື​ຊາຍ​ໜຸ່ມ​ ທີ່​ມີ​ຄວາມ​ຝັນ ເຕັມ​ໄປ​ດ້ວຍ​ກຳລັງຊີ​ວິດ. ຕາຂອງ ເສືອ ມີຄວາມສຸກ, ຍິ້ມສົດໃສ ແລະ ຕື່ນເຕັ້ນ, ເປັນສັນຍາລັກ ຂອງ ຄວາມບໍລິສຸດ, ເສລີພາບ ແລະ ຄວາມສຸກ. ມືຊ້າຍ ໂບກ ເພື່ອສ້າງຄວາມໃກ້ຊິດ ແລະ ເປັນມິດ. ມືຂວາ ຖືແກ້ວປະເສີດທີ່ ໃຫ້ຄວາມປາດຖະໜາ, ໝາຍເຖິງ ການ ໃຫ້ໂຊກ, ຄວາມປາດຖະໜາ ທຸກຢ່າງຈະເປັນຈິງ ແລະ ປະສົບ ຜົນສຳເລັດ.


ຂັ້ນຕອນການເທເບົ້າຫຼໍ່. 


ຂັ້ນຕອນການດັດປັບບັນດາສ່ວນປີກຍ່ອຍໃນເວລາທີ່ເອົາ
ຜະລິດຕະພັນອອກຈາກເບົ້າຫຼໍ່. 



ທ່ານ ຫຼີຫງອກມິງ, ຜູ້ອຳນວຍການໃຫຍ່ບໍລິສັດ ມິງລອງ I ຈຳກັດ.


ລູກຄ້າຊື້ ຮູບປັ້ນເສືອ ເຄືອບດິນເຜົາ ທີ່ຮ້ານຂາຍເຄື່ອງຂອງ ມິງລອງ I. 

ທ່ານ ຫຼີຫງອກມິງ, ຜູ້ອຳນວຍການໃຫຍ່ບໍລິສັດ ມິງລອງ I ຈຳກັດ ໃຫ້ຮູ້ວ່າ ຮູບປັ້ນເຄືອບດິນເຜົາ ຮູບ ປີເສືອ ຂອງ ມິງລອງ I  ຍັງ ເປັນການຝາກຄໍາເຕືອນເພື່ອໃຫ້ທຸກຄົນ ໃຊ້ເວລາຄິດຫຼາຍກວ່າ ແລະ ສ້າງຄວາມເຂັ້ມແຂງຢູ່ພາຍໃນ ເພື່ອໃຫ້ປີໜຶ່ງ ເຕັມໄປ ດ້ວຍ ຄວາມສຸກ ແລະ ໄດ້ດັ່ງໃຈ.







.
ຮູບປັ້ນເສືອ ແຫ່ງຄວາມປາດຖະໜາ.

ຮູບ​ປັ້ນ​ເສືອ ໄດ້ດັ່ງໃຈ. 




ຮູບ​ປັ້ນເສືອ ສູ່ ສຸຂະຕິ. 




ຊຸດ​ສະ​ສົມ​ເສືອ​ເຄືອບດິນເຜົາ ​ມິງ​ລອງ I ມີ 3 ​ຫົວ​ຂໍ້​ຄື: ຄວາມ ​ປາດ​ຖະໜາ, ສຸກສຳລານ, ​ໄດ້ດັ່ງໃຈ ສະ​ແດງ​ຄວາມ​ປາດ​ຖະ ໜາອັນ​ດີງາມ​ຜ່ານ​ຮູບ​ ຂອງ​ເສືອ ​ທີ່ແຕກ​ຕ່າງ​ກັນ. 
 
 

top