ໃນຍາມຮຸ່ງເຊົ້າ, ຕັ້ງແຕ່ 4-7 ໂມງເຊົ້າ, ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ ເບິ່ງຄືວ່າ ຈະຕື່ນຂຶ້ນມາພ້ອມສຽງ ແລະ ຮູບພາບ ທີ່ເປັນເອກະລັກສະເພາະ ພ້ອມກັບເຮືອລໍາໃຫຍ່ ໃນເຂດ ທະເລ ຕາມຢາງ ທີ່ກວ້າງໃຫຍ່ໄພສານ, ສະຫງ່າຜ່າເຜີຍ.
ໃນຍາມຮຸ່ງເຊົ້າ, ຕັ້ງແຕ່ 4-7 ໂມງເຊົ້າ, ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ ເບິ່ງຄືວ່າ ຈະຕື່ນຂຶ້ນມາພ້ອມສຽງ ແລະ ຮູບພາບ ທີ່ເປັນເອກະລັກສະເພາະ ພ້ອມກັບເຮືອລໍາໃຫຍ່ ໃນເຂດ ທະເລ ຕາມຢາງ ທີ່ກວ້າງໃຫຍ່ໄພສານ, ສະຫງ່າຜ່າເຜີຍ.
ຮຸ່ງເຊົ້າ ຢູ່ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ. ພາບ: ແທງຮ່ວາ/VNP
ງືໝີ໋ແທັກ ແມ່ນໝູ່ບ້ານຊາວປະມົງ ທີ່ມີຊື່ສຽງຢູ່ທະເລ ຕາມຢາງ, ແຂວງ ເທື່ອທຽນເຫວ້. ໝູ່ບ້ານຊາວປະມົງ ແຫ່ງນີ້ ຂຶ້ນກັບຕາແສງ ກວ໋າງເລີ້ຍ, ເມືອງ ກວ໋າງດ່ຽນ, ຫ່າງຈາກນະຄອນ ເຫ້ວ ໄປທາງທິດຕາເວັນອອກ ປະມານ 20 ກມ.
ໝູ່ບ້ານແຫ່ງນີ້ ແຕ່ກ່ອນແມ່ນໝູ່ບ້ານ ໝີ໋ແທກ, ສ້າງຕັ້ງຂຶ້ນໃນຕົ້ນສະຕະວັດທີ 19. ທຳອິດ, ໝູ່ບ້ານແຫ່ງນີ້ ເປັນທີ່ຢູ່ອາໄສ ຂອງ ປະຊາຊົນຈຳນວນໜຶ່ງຢູ່ເທິງຝັ່ງ, ພາຍຫຼັງຊາວປະມົງ ຈຳນວນໜຶ່ງ ຢູ່ເຂດ ຟູ໋ວາງ, ຟູ໋ລົກ ຫ່າງຈາກນັ້ນ ປະມານ 10 ກມ ຂີ່ເຮືອ ມາຫາປາເພື່ອລ້ຽງຊີບ ແລະ ເຫັນວ່າ ເຂດນີ້ ມີຄວາມອຸດົມສົມບູນໄປດ້ວຍກຸ້ງ, ປາ, ສະດວກໃນການ ດຳເນີນທຸລະກິດ, ສະນັ້ນ ເຂົາເຈົ້າຈຶ່ງໄດ້ພັກເຊົາ, ຄ່ອຍໆ ດຳລົງຊີວິດ ຮ່ວມກັບ ປະຊາຊົນຢູ່ທີ່ນີ້ ກາຍເປັນໝູ່ບ້ານ ຊາວປະມົງ ແຫ່ງໜຶ່ງ, ເອີ້ນວ່າ ໝູ່ບ້ານຊາວປະມົງ ໝີ໋ແທັກ.
ໝູ່ບ້ານ ຊາວປະມົງ ງືໝີ໋ແທັກຄ່ອຍໆປະກົດຂຶ້ນໃນຍາມຮຸ່ງເຊົ້າ. ພາບ: ແທງຮ່ວາ/VNP
ຊາວປະມົງ ໝີ໋ແທັກ ສ່ວນຫຼາຍດຳລົງຊີວິດ ດ້ວຍການຫາປາ, ກຸ້ງ ຢູ່ເຂດທະເລ ຕາມຢາງ, ການດຳລົງຊີວິດ ແລະ ກິນຢູ່ ລ້ວນ ແຕ່ຢູ່ເທິງເຮືອ, ຕອນກາງເວັນອອກ ໄປຫາປາໃນທ້ອງທະເລ ແລະ ຕອນຄໍ່າກັບຄືນຫາຝັ່ງ ຈອດເຮືອເພື່ອພັກຜ່ອນ.
ມາຮອດປີ 1990, ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງ ຊາວປະມົງໃນໝູ່ບ້ານແຫ່ງນີ້ ມີຄວາມໝັ້ນຄົງ, ຫຼີກລ່ຽງສະພາບການດຳລົງຊີວິດທີ່ບໍ່ແນ່ນອນ ແລະ ອັນຕະລາຍຢູ່ແຄມນ້ຳ, ອຳ ນາດການປົກຄອງຕາແສງ ກວ໋າງເລີ້ຍ ໄດ້ປຸກລະດົມປະຊາ ຊົນ ຍົກຍ້າຍຂຶ້ນຝັ່ງ ເພື່ອສ້າງເຮືອນຢູ່ ແລະ ໄດ້ຕັ້ງຊື່ເປັນທາງການວ່າ “ງືໝີ໋ແທັກ”.
ທັດສະນີຍະພາບຂອງໝູ່ບ້ານ ຊາວປະມົງ ງືໝີ໋ແທັກ. ພາບ: ແທງຮ່ວາ/VNP
ແມ່ນໝູ່ບ້ານຊາວປະມົງ ທີ່ມີມາແຕ່ດົນນານ ຢູ່ເຂດທະເລ ຕາມຢາງ, ສະນັ້ນ ຫຼາຍລຸ້ນຄົນທີ່ຜ່ານມາ, ຊີວິດການເປັນຢູ່ ແລະ ວັດທະນະທຳ ຂອງຊາວປະມົງໝູ່ບ້ານ ງືໝີ໋ແທັກ ມີຄວາມສະໜິດຕິດພັນກັບທະເລສາບທີ່ໃຫຍ່ກວ່າໝູ່ ຢູ່ອາຊີຕາເວັນອອກສ່ຽງໃຕ້.
ປັດຈຸບັນ, ເຖິງວ່າ ຊີວິດການເປັນຢູ່ຈະດີຂຶ້ນ ເມື່ອທຽບກັບ ແຕ່ກ່ອນ, ແຕ່ການດຳລົງຊີວິດຂອງເຂົາເຈົ້າກໍຍັງຄືເກົ່າ. ແຕ່ລະມື້, ໃນຍາມແລງ, ຊາວບ້ານ ຈະອອກເຮືອໄປຫາປາ ແລະ ກຸ້ງ. ເຂົາເຈົ້າຫາປາ ທັງຄືນ, ຮອດເວລາປະມານ 4 ໂມງເຊົ້າ ຈຶ່ງ ເຂົ້າທຽບຝັ່ງ. ອາດຈະແມ່ນ ຍ້ອນແນວນັ້ນ, ບັນຍາກາດຢູ່ໝູ່ບ້ານຊາວປະມົງ ງືໝີ໋ແທັກ ມ່ວນ ແລະ ຟົດຟື້ນທີ່ສຸດ ໃນຍາມຮຸ່ງເຊົ້າ, ປະມານແຕ່ 4-7 ໂມງເຊົ້າ. ໃນເວລານີ້, ເຮືອຈາກ ນອກທະເລ ກັບຄືນມາເປັນຈໍານວນຫຼວງຫຼາຍ. ຢູ່ແຄມຝັ່ງ, ຜູ້ຊື້ແລະ ຜູ້ຂາຍ ກໍ່ຄຶກຄື້ນ. ສະພາບການຊື້-ຂາຍ ຍັງສືບຕໍ່ເກີດຂຶ້ນ ຢູ່ຕາມແຄມທະເລ, ທ່າເຮືອ ແລະ ຖະໜົນໃນບ້ານ, ນັບແຕ່ ເຊົ້າມືດ ຈົນບໍ່ສາມາດເຫັນໜ້າກັນ ມາຮອດເວລາ ປະມານ 7 ໂມງເຊົ້າ ຈຶ່ງຄ່ອຍໆ ຫາຍໄປ. ຜູ້ຊື້ ແລະ ຜູ້ຂາຍ ປະຕິບັດ ການຊື້-ຂາຍ ຕາມແບບຕົກລົງ ລາຄາກັນ, ມີຄວາມພໍໃຈ ແລະ ສະໜິດສະໜົມ, ໂດຍບໍ່ມີ ການຍາດແຍ່ງກັນ ຫຼື ຜິດຖຽງກັນ ທີ່ເຄີຍພົບເຫັນເລື້ອຍໆ ຢູ່ຕາມຕະຫຼາດຂາຍປາ ແລະ ກຸ້ງຕ່າງໆ, ສະນັ້ນ ບໍ່ພຽງແຕ່ ຊາວຄ້າຂາຍ ມາຊື້ເທົ່ານັ້ນ, ແຕ່ຍັງມີປະຊາຊົນ ແລະ ນັກທ່ອງທ່ຽວ ກໍ່ມາເລືອກຊື້ ນັບມື້ນັບຫຼາຍຂຶ້ນ.
ປາ ແລະ ກຸ້ງ ທີ່ຫາມາຈະຖືກຂາຍຕາມຖະໜົນໃນບ້ານ. ພາບ: ແທງຮ່ວາ/VNP
ທະເລ ຕາມຢາງ ເປັນເຂດນ້ຳຈືດໆ ເຄັມໆ, ສະນັ້ນ ກຸ້ງ ແລະ ປາ ມີລົດຊາດແຊບ, ມີຊື່ສຽງໂດ່ງດັງ ແມ່ນກຸ້ງ ກ້າມຂຽວ, ກະ ປູ, ປາບູ່... ການຈັບປາ ເຖິງບໍ່ຫຼາຍເທົ່າ ຢູ່ ນອກທະເລ, ແຕ່ຍ້ອນຄຸນນະພາບສົດສະເໝີ, ສະນັ້ນ ມີເທົ່າໃດກໍ່ຂາຍ ໝົດເທ່ົານັ້ນ, ສ່ວນຫຼາຍແມ່ນຂາຍ ໃຫ້ພໍ່ຄ້າ ທີ່ເອົາໄປຕາມ ຕະຫຼາດຫ່າງໄກ, ຮ້ານອາຫານ ຫຼື ປະຊາຊົນ ໃນເຂດນັ້ນ.
ປາ ແລະ ກຸ້ງ ທີ່ມີຊື່ສຽງຫຼາຍຊະນິດ ຂອງເຂດທະເລ ຕາມຢາງ. ພາບ: ແທງຮ່ວາ/VNP
ຮູບພາບ ຂອງເຂດທະເລສາບ ທີ່ກວ້າງໃຫຍ່, ມີສະເໜ່, ຄຽງຄູ່ກັບແບບແຜນວິຖີຊີວິດ ເຂດແມ່ນ້ຳທີ່ລຽບງ່າຍ ຂອງ ຊາວປະ ມົງ ງືໝີ໋ແທັກ, ໄດ້ດຶງດູດນັກທ່ອງທ່ຽວ ທັງຢູ່ໃກ້ ແລະ ໄກ ມາຢ້ຽມຢາມ ແລະ ຄົ້ນຫາກ່ຽວກັບຊີວິດ ແລະ ວັດທະນະທຳ ຂອງ ໜຶ່ງໃນບັນດາໝູ່ບ້ານຊາວປະມົງ ທີ່ເກົ່າແກ່ ແລະ ເຂັ້ມຂຸ້ນ ໄປດ້ວຍລັກສະນະສະເພາະຂອງເຂດທະເລ ຕາມຢາງ ທີ່ມີຊື່ສຽງຂອງ ເຫ້ວ.
ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ ປະຈຸບັນແມ່ນສະຖານທີ່ທ່ອງທ່ຽວຊຸມຊົນທີ່ມີຊື່ສຽງຂອງເມືອງ ເຫວ້. ພາບ: ແທງຮ່ວາ/VNP
ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ